ເດັກນ້ອຍລາວພົ້ນຈາກນັກ ຄ້າມະນຸດ
2017.01.08

ເຈົ້າໜ້າທີ່ເຄືອຂ່າຍສົ່ງເສີມ ຄຸນນະພາບ ຊີວິດແຮງງານ ໃນໄທຫລື LPN ພ້ອມທີມຕໍາຣວດ ສອບສວນພິເສດ ຫລື SDI ແລະ ຕໍາຣວດ ພູທອນ ເມືອງ ສະມຸດສາຄອນ ບຸກເຂົ້າ ກວດບ້ານ ຫລັງນຶ່ງ ເມື່ອວັນທີ 7 ມົກກະຣາ ນີ້ ໂດຍຫວັງທີ່ ຈະຊ່ວຍເອົາ ເດັກນ້ອຍ ແມ່ຍິງລາວ ອາຍຸ 13 ປີ ຊື່ ໄກ່ (ນາມສົມມຸດ), ແຕ່ບໍ່ເຫັນນາງ ຢູ່ທີ່ນັ້ນ. ແຕ່ວ່າໄດ້ເຫັນ ແລະ ໄດ້ຊ່ອຍ ເດັກນ້ອຍ ແມ່ຍິງລາວ ອີກຄົນນຶ່ງ ອາຍຸ 15 ປີ ຈາກ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ແລະ ໄດ້ຈັບ ນາຍຈ້າງ ຫລື ນາຍໜ້າ ຊື່ ເຈ້ຕຸ໊ກ.
ຈາກການສອບສວນ ນາຍໜ້າ ຈຶ່ງຮູ້ບ່ອນຢູ່ ຂອງນາງໄກ່ ແລ້ວ ເຈົ້າໜ້າທີ່ DSI ກໍນໍາພາທີມງານ ຊຶ່ງມີນັກຂ່າວຂອງ RFA ຕິດຕາມໄປ ທີ່ນັ້ນ ແລະໄດ້ພົບ ນາງໄກ່ ທີ່ເປັນລູກຂອງ ທ້າວບູນ ຈາກ ບ້ານໂພນແດງ ເມືອງມະຫາໄຊ ແຂວງຄຳມ່ວນ ທີ່ມານໍາຫາ ລູກ ຂອງຕົນ. ໃນຕອນມາ ພໍ້ກັນນັ້ນ ທັງພໍ່ແລະລູກສາວ ຕ່າງກໍຟ້າວ ແລ່ນຫາກັນ, ແລະ ຮ້ອງໃຫ້ໃສ່ກັນ ເພາະບໍ່ໄດ້ ເຫັນໜ້າກັນ ມາໄດ້ 6 ເດືອນ.
ກ່ຽວກັບຄໍາກ່າວຫາ ຂອງ ນາຍໜ້າ ທີ່ວ່ານາງໄກ່ ໄດ້ລັກເອົາ ສາຍສ້ອຍຄໍາ ຂອງເຂົາ ຊຶ່ງ ມີຣາຄາເຖິງ 20 ພັນບາດ ແລະ ໄດ້ກັກຕົວ ນາງໄກ່ໄວ້ ແລ້ວ ບອກໃຫ້ພໍ່ ນໍາເງິນ ມາໄຖ່ເອົານັ້ນ, ນາງໄກ່ ທັງເວົ້າ ທັງຮ້ອງໃຫ້ ວ່າເປັນການ ຫາເຣື່ອງໃສ່ ເຖິງ ເຂົາຈະຂູ່ວ່າ ຈະຕົບຕີ, ຈະໃຫ້ຖືກຄຸກ ຈົນຕາຍ ນາງກໍບໍ່ຍອມຮັບ ເພາະບໍ່ໄດ້ ລັກແທ້ໆ: ...ສຽງ...
ໃນຣະຫວ່າງທາງ ຂນະທີ່ ຜູ້ເປັນພໍ່ ກໍາລັງນໍາເງິນ 20 ພັນບາດ ໄປແລກເອົາຕົວ ນາງໄກ່ ກໍມີຜູ້ຊາຍ ໂທຣະສັບ ບອກວ່າດຽວນີ້ ບໍ່ແມ່ນ 20 ພັນບາດ ແລ້ວ, ແມ່ນ 30 ພັນບາດ ຍ້ອນເຈົ້າ ມາຊ້າ ກວ່າເວລານັດໝາຍ, ບໍ່ດັ່ງນັ້ນເຈົ້າ ກໍຈະບໍ່ເຫັນໜ້າ ລູກສາວເລີຍ. ທາງຝ່າຍ ລູກສາວ ເຂົາກໍບັງຄັບ ໃຫ້ຍອມຮັບວ່າ ນາງຕິດໜີ້ເຂົາ 4 ໝື່ນບາດ ແຕ່ ນາງບໍ່ຍອມ: ... ສຽງ...
ໃນການເຂົ້າ ປະຕິບັດງານ ຂອງເຈົ້າໜ້າທີ່ໄທ ທີ່ເມືອງ ສະມຸດສາຄອນ ເມື່ອວັນທີ 7 ມົກຣານີ້ ບໍ່ພຽງຊ່ວຍໄດ້ ແຕ່ນາງໄກ່ ເທົ່ານັ້ນແຕ່ ຫາກຍັງໄດ້ ຊ່ວຍເດັກນ້ອຍ ແມ່ຍິງລາວ ອີກຄົນນຶ່ງ ອາຍຸ 15 ປີ, ແມ່ຍິງພະມ່າ ຄົນນຶ່ງ ແລະ ໄທ ອີກຄົນນຶ່ງ ພ້ອມທັງພົບ ບັນຊີຣາຍຊື່ ຄົນລາວ ອີກຫຼາຍຄົນ ທີ່ຖືກຂາຍ ຫລືສົ່ງໄປ ໃຫ້ນາຍຈ້າງ ຄົນອື່ນໆ ຕື່ມອີກ.
ປັດຈຸບັນ ເດັກນ້ອຍ ແມ່ຍິງລາວທັງ 2 ຄົນ ທີ່ ຖືກເຄາະຮ້າຍ ຈາກການ ຄ້າມະນຸດ ເທຶ່ອນີ້ ຍັງຢູ່ໃນ ຄວາມຄຸ້ມຄອງ ຂອງ ທາງການໄທ. ສ່ວນ ນາຍໜ້າ ເຈ້ຕຸ໊ກ ແມ່ນຖືກ ເຈົ້າໜ້າທີ່ ຄວບຄຸມຕົວໄວ້ ສອບສວນ ແລະ ດຳເນີນຄະດີ ຕໍ່ໄປ.