ນັກສຶກສາສເນີແຜນຕ້ານ ການ ຄ້າມະນຸດ
2016.12.11

ກຸ່ມຊາວໜຸ່ມ ແລະ ນັກສຶກສາລາວ ແຂວງ ສະຫວັນນະເຂດ ແລະ ນະຄອນຫຼວງ ວຽງຈັນ ໄດ້ສເນີ ແຜນການ ຕ້ານການ ຄ້າມະນຸດ ຢູ່ ພາຍໃນ ສປປລາວ ຕໍ່ກອງປະຊຸມ ພາກພື້ນ ຂອງ ບັນດາ ປະເທສ ລຸ່ມ ແມ່ນ້ຳຂອງ ກ່ຽວກັບ ການຕ້ານ ການຄ້າມະນຸດ ຊຶ່ງ ສປປລາວ ເປັນເຈົ້າພາບ ທີ່ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 23 ພຶສຈິກາ 2016.
ຜູ້ເຂົ້າຮ່ວມກອງປະຊຸມ ນອກຈາກ ເຈົ້າໜ້າທີ່ ກອງເລຂາຄນະກັມການ ຕ້ານການຄ້າມະນຸດ ຣະດັບຊາດ, ເຈົ້າໜ້າທີ່ ອາວຸໂສ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ກັບການຕ້ານ ການຄ້າມະນຸດ ຂອງ ສປປ ລາວ ແລະ ບັນດາ ປະເທສ ສະມາຊິກ ອາຊຽນ 6 ປະເທສ ໃນເຂດ ແມ່ນ້ຳຂອງ ຄື ລາວ, ໄທ, ວຽດນາມ, ກຳພູຊາ, ພະມ້າ ແລະ ຈີນ ແລ້ວກໍຍັງມີ ຜູ້ຕາງໜ້າ ກຸ່ມຊາວໜຸ່ມ ຈາກ 6 ປະເທສ ດັ່ງກ່າວ ເຂົ້າຮ່ວມ ນຳດ້ວຍ ຕາມຄຳເວົ້າ ຂອງ ນັກສຶກສາລາວ ຜູ້ທີ່ ໄດ້ເຂົ້າຮ່ວມ ກອງປະຊຸມ ຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 8 ທັນວາ ນີ້ວ່າ:
"ວັຍຫນຸ່ມ ຂະເຈົ້າ ຈະມີກອງປະຊຸມ ວັຍໜຸ່ມຕ່າງຫາກ ແລະ ຂະເຈົ້າຈະເອົາ ສະເຕດແມັນ ຂອງຂະເຈົ້າ ມາສເນີ ຢູ່ກອງປະຊຸມ ຂອງ ຊັອມ ນີ້ ອັນນາວັຍໜຸ່ມ ຈະສເນີວ່າ ຂະເຈົ້າ ຈະເຮັດຫຍັງ ຢູ່ໃນຊຸມຊົນ ຂອງຂະເຈົ້າ ເວລາ ຂະເຈົ້າ ກັບໄປແລ້ວ ເນາະ ກ່ຽວກັບ ການ ປ່ຽນແປງ ພຶດຕິກັມ ໃນການ ປ້ອງກັນ ການຕ້ານ ການຄ້າມະນຸດ".
ນາງເວົ້າວ່າ ການມີສ່ວນຮ່ວມ ໃນກອງປະຊຸມ ຕ້ານ ການຄ້າມະນຸດ ໃນປະເທສ ລຸ່ມແມ່ນ້ຳຂອງ ຂອງບັນດາຊາວໜຸ່ມ ແລະ ນັກສຶກສາ ລາວ ແລະອີກ 5 ປະເທສສະມາຊິກ ອາຊຽນ ຄັ້ງນີ້ເປັນ ເທື່ອທຳອິດ ແລະ ມີຄວາມສຳຄັນ. ນາງກ່າວອີກວ່າ ຊາວໜຸ່ມ ແລະ ນັກສຶກສາ ລາວ ທີ່ໄດ້ ເຂົ້າຮ່ວມ ກອງປະຊຸມ ດັ່ງກ່າວນັ້ນ ແມ່ນ ເປັນຜູ້ສມັກ ແລະ ຜ່ານການ ຄັດເລືອກ ຈາກ ພາກສ່ວນ ທີ່ກ່ຽວຂ້ອງ ຂອງ ກອງ ປະຊຸມ ທີ່ເລືອກເອົາ ແຕ່ຜູ້ທີ່ ມີຄວາມຮູ້, ຄວາມເຂົ້າໃຈ ແລະ ສມັກໃຈ ຮ່ວມກັບ ພາກຣັຖ ໃນການ ຕ້ານການຄ້າ ມະນຸດ ແທ້ໆເທົ່ານັ້ນ ເພື່ອ ເປັນກຳລັງ ສຳຄັນ ໃນການ ແກ້ໄຂ ບັນຫາ ຊ່ວຍບໍ່ໃຫ້ ຄົນລາວ ຕົກເປັນເຫຍື່ອ ຂອງ ການຄ້າ ມະນຸດ ທັງຢູ່ພາຍ ໃນລາວ ຄື ໄປ ປະເທສໄທ, ຈີນ, ກຳພູຊາ, ມາເລເຊັຍ, ອິນໂດເນເຊັຍ ຕາມທີ່ ມີຣາຍງານ ຢູ່ໃນ ກອງປະຊຸມນັ້ນ.