ກຸ່ມຄົນຈີນ ທີ່ຈ້າງໃຫ້ແມ່ຍິງລາວເຕັ້ນໂຊ ປະມານ 7 ຄົນແລ້ວຖ່າຍວິດີໂອ ແມ່ຍິງລາວດັ່ງກ່າວ ລົງເຜີຍແຜ່ໃນ ສື່ສັງຄົມອອນລາຍນ໌ (TikTok) ຈົນເປັນກະແສດັງ ໃນໂລກສັງຄົມອອນລາຍນ໌ ນັ້ນ, ຫລ້າສຸດ ມີີຣາຍງານຢ່າງບໍ່ເປັນທາງການວ່າ ຖືກເຈົ້າໜ້າທີ່ຕຳຣວດ ກັກໂຕໄດ້ແລ້ວ ຈຳນວນນຶ່ງ ຣາຍລະອຽດຍັງບໍ່ທັນເປີດເຜີຍ ໃຫ້ສັງຄົນຮູ້ໄດ້ເທື່ອ.
ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງຜູ້ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ກໍຣະກະດາ ນີວ່າ:
“ປັດຈຸບັນ ໄດ້ມີການກັກໂຕຄົນຈີນ ທີ່ເປັນເປົ້າໝາຍໄດ້ ຈຳນວນນຶ່ງ ເພື່ອຄວບຄຸມໂຕໄປສືບສວນ-ສອບສວນ ແຕ່ຍັງບໍ່ສາມາດເປີດເຜີຍ ຣາຍລະອຽດໄດ້ເທື່ອວ່າ ໄດ້ກັກໂຕຈັກຄົນ ແລະພົບເປົ້າໝາຍດັ່ງກ່າວ ຢູ່ບ່ອນໃດ ຕ້ອງລໍຖ້າໃຫ້ພາກສ່ວນກ່ຽວຂ້ອງ ມີການຊີ້ແຈງຜົລການສືບສວນ-ສອບສວນອີກເທື່ອນຶ່ງ.”
ຂນະດຽວກັນ ຊາວລາວຫລາຍຄົນ ຜູ້ທີ່ເຫັນວິດີໂອດັ່ງກ່າວ ກໍຮູ້ສຶກເປັນຫວ່ງ ຢາກໃຫ້ພາກສ່ວນກ່ຽວຂອ້ງ ຈັບກຸມຄົນຈີິນກຸ່ມນີ້ ເພາະເປັນການລົບຫລູ່ ກຽດສັກສີຂອງຄົນລາວ ອີກທັງຮຽກຮ້ອງໃຫ້ພໍ່-ແມ່, ຜູ້ປົກຄອງ ໃຫ້ມີສະຕິປົກປ້ອງລູກຫລານ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມຄົນຈີນ ທີ່ບໍ່ຫວັງດີ.
ຄົນລາວ ທ່ານນຶ່ງເວົ້າວ່າ:
“ເອີ! ມັນກະເຮັດບໍ່ດີແທ້. ມັນກະສວຍໂອກາດ ທຸກຢ່າງຫັ້ນແຫລະ. ຜູ້ໃດບໍ່ມີສະຕິ ກໍຖືກມັນຫລອກລວງ. ລູກຫລາຍແຕ່ລະຄົນ ຄົນໄປເຮັດວຽກນຳຈີນ ເພິ່ນກະເຕືອນວ່າ ຢ່່າສູ່ຫລົງເຊື່ອ ຢ່າສູ່ເປັນເມັຽນ້ອຍເຂົາ. ເຂົາກໍເອົາໄປຮອດປະເທດເຂົາ ກໍຂາຍໃຫ້ຜູ້ອື່ນ.”
ຊາວລາວອີກທ່ານນຶ່ງ ເວົ້າວ່າ ແມ່ຍິງລາວ ທີ່ຖືກຄົນຈີນຈ້າງໃຫ້ເຕັ້ນ ແລ້ວເຜີຍແຜ່ ໃນສື່ສັງຄົມອອນລາຍນ໌ ນັ້ນ ອາດເປັນກຸ່ມຄ້າມະນຸສ ຫລອກລວງແມ່ຍິງລາວ ໄປແຕ່ງດອງກັບຄົນຈີນ ແລ້ວເອົາໄປຂາຍຕໍ່ອີກທອດນຶ່ງ ດັ່ງທີ່ເຫັນໃນວິດີໂອ ນຶ່ງກອ່ນໜ້ານີ້ ກ່ຽວກັບຄົນຈີນ ຖາມແມ່ຍິງລາວວ່າ ຢາກໄດ້ຜົວຄົນຈີນ ແບບໃດ ຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາດັ່ງກ່າວ ພ້ອມທັງດຳເນີນຄະດີ ກັບຄົນຈີນ ທີ່ສ້າງຄວາມເສັຽຫາຍ ຕໍ່ແມ່ຍິງລາວ.
ດັ່ງທ່ານເວົ້າວ່າ:
“ໂຕນີ້ນ່າມີ ບັນຫາ ເຈົ້າມາແຕ່ງງານຄົນລາວ ແລ້ວເອົາໄປຢູ່ຈີນນ່າ. ເຂົາໄປຂາຍຕໍ່ ໃຫ້ພວກຄ້າມະນຸສ ມີເຫດນີ້ນ່າ ເຮື່ອງຊັດເຈນ ມັນຍັງບໍ່ແນ່ນອນ ບໍ່ກ້າຊີ່ເວົ້າອັນນັ້ນ ເພາະວ່າຍັງບໍ່ຮູ້ແນ່ນອນ.”
ສຳລັບແມ່ຍິງລາວກຸ່ມດັ່ງກ່າວ ທີ່ປາກົດຢູ່ໃນວີດີໂອ ທີ່ຈີນຖ່າຍນັ້ນ ກໍຍັງບໍ່ຮູ້ຄັກແນ່ວ່າ ມາຈາກແຂວງໃດ, ມີອາຍຸເທົ່າໃດ, ແຕ່ຊາວບ້ານຢູ່ແຂວງຫລວງນ້ຳທາ ຄົນນຶ່ງເວົ້າວ່າ ກ່ອນໜ້ານີ້ ເຄີຍເຫັນຄົນຈີນ ແລະນາຍໜ້າທີ່ເປັນຄົນລາວ ຮ່ວມກັນຢ່າງເລາະຕາມເຂດຕ່າງໆ ໃນແຂວງຫລວງນ້ຳທາ ເພື່ອຊອກຫາເດັກນ້ອຍ ແມ່ຍິງລາວ ອາຍຸຕ່ຳກວ່າ 20 ປີ ໄປເປັນເມັຽນ້ອຍ ຂອງຈີນ ແຕ່ບໍ່ແນ່ວ່າ ເປັນເດັກນ້ອຍແມ່ຍິງ ທີ່ຢູ່ໃນວີດິໂອ ດັ່ງກ່າວນັ້ນ ຫລື ບໍ່.ທ່ານກ່າວວ່າ:
“ຄົນເອົາເດັກນ້ອຍໄປນີ້ ມີໄດ໋ ຄົນຫລວງນ້ຳທານີ້ແຫລະ. ຄືວ່າເດັກນ້ອຍນີ້ ເຂົ້າບໍ່ຮູ້ ຄົນຈີິນຈ່າຍເງິນໃຫ້ ເຂົາຜູ້ລະ 5 ພັນບາທ ແລ້ວໄປທ່ຽວ ຕາມທີ່ເດັກນ້ອຍຕ້ອງການ ໃນທີ່ສຸດ ເພື່ອຫລອກລວງ ເອົາແມ່່ຍິງລາວ ໄປເປັນເມັຽນ້ອຍຈີນ.”
ຜູ້ປະກອບການໂຮງແຮມ ແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ຄົນຈີນທີ່ຖ່າຍວິໂດໂອ ແມ່ຍິງລາວ ແລ້ວລົງໃນສື່ສັງຄົມອອນລາຍນ໌ ສ່ວນໃຫຍ່ຈະພັກຢູ່ ໂຮງແຮມຈີນ ເພາະໂຮງແຮມ ແລະ ບ້ານພັກຄົນລາວບໍ່ອະນຸດຍາດ ໃຫ້ເຮັດແບບນັ້ນ.
ດັ່ງທ່ານເວົ້າວ່າ:
“ບໍ່ໂຕນີ້ (ຖ່າຍພາບວີດີໂອ) ເຮົາບໍໄດ້ຮັບ, ໜ້າຈະເປັນໂຮງແຮມຄົນຈີນ ຂອງເຂົາເອງ ເພາະສ່ວນຫລາຍເທົ່າທີ່ຮູ້ ຫລັກໆ ເຂົາຈະໃຊ້ບໍຣິການຂອງເຂົາເຈົ້າເອງ. ໂຮງແຮມທີ່ຄົນຈີນ ບໍຣິຫານ. ໂຮງແຮມລາວອະນຸຍາດ.”
ນອກຈາກຄົນຈີນ ຖ່າຍວີດີໂອແມ່ຍິງລາວເຕັ້ນໂຊແລ້ວ ກ່ອນໜ້ານີ້ ກໍມີອີກຫລາຍຄລີບວີດີໂອ ທີ່ຄົນຈີນຖ່າຍລົງໃນສື່ສັງຄົມອອນລາຍນ໌ ເປັນຕົ້ນວີດີໂອ ກ່ຽວກັບແມ່ຍິງລາວ 7 ຄົນ ມາຢືນລຽນແຖວກັນ ແລ້ວຖາມວ່າ ຢາກໄດ້ຜົວຄົນຈີນ ນິໄສແແບໃດ ລວມທັງວີດີໂອ ທີ່ຄົນຈີນພາແມ່ຍິງລາວ ໄປຊື້ໂທລະສັບມືຖື ຢູ່ຮ້ານຂາຍໂທລະສັບ ແຫ່ງນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ແລະຫລ້າສຸດ ກໍມີວີດີໂອ ກ່ຽວກັບຄົນຈີນ ຄົນນຶ່ງ ໃຫ້ເດັກນ້ອຍແມ່ຍິງລາວ 2 ຄົນຫອມແກ້ມ ໃນລັກສະນະຊູ້ສາວ.
ຜ່ານມາ ກໍມີກຸ່ມໄວຣຸ້ນລາວ ທັງເພດຍິງ ແລະເພດຊາຍ ຈຳນວນນຶ່ງ ຖືກຄົນຈີນຈ້າງ ໃນລາຄາ 1-2 ລ້ານກີບຕໍ່ຄົນ ຫລື ຫລາຍກວ່ານັ້ນ ໃຫ້ເປືອຍໂຕ ຢູ່ຫ້ອງດຽວກັນ ແລ້ວໃຫ້ມີເພດສຳພັນກັນ ແບບເປັນກຸ່ມ ໂດຍຄົນຈີນຈະເປັນຄົນຖ່າຍວິດີໂອ ເຜີຍແຜ່ແບບຖ່າຍທອດສົດ ຜ່ານສື່ສັງຄົມອອນລາຍນ໌ ພ້ອມທັງບັນລະຍາຍ ເປັນພາສາຈີນ ເພື່ອຊວນເຊີນ ໃຫ້ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຊາວຈີ່ນເຂົ້າເບິ່ງ ແບບເສັຽຄ່າບໍຣິການ ໃນການເບິ່ງແຕ່ລະເທື່ອ.