ທາງການລາວຈະຊ່ອຍຄົນງານ ລາວ.

ມະນີຈັນ
2015.05.22
F-Ambon-Island ແຜນທີ່ ເກາະອໍາບົນ ປະເທດ ອິນໂດເນເຊັຽ ທີ່ ມີຄົນງານລາວ ຖືກເຄາະຮ້າຍ ຕົກເປັນທາດຮັບໃຊ້ ໃນເຮືອຫາປາ ຂອງໄທ
Wikipedia

ເຈົ້າໜ້າທີ່ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ໃນລາວ ທ່ານນຶ່ງ ທີ່ ບໍ່ ປະສົງ ອອກຊື່ ກ່າວວ່າ, ປັຈຈຸບັນ ຣັຖບານ ລາວ ກໍາລັງ ຫາ ທາງ ຊ່ວຍເຫລືອ ລູກເຮືອ ປະມົງ ລາວ 9 ຄົນ ທີ່ ຕົກຄ້າງ ຢູ່ ອິນໂດເນເຊັຽ, ໃຫ້ ໄດ້ ກັບມາ ສູ່ ຄອບຄົວ ຢ່າງ ປອດໄພ ພາຍຫລັງ ທີ່ ໄດ້ ປະສານງານ ກັບ ສະຖານທູດ ລາວ ປະຈໍາ ປະເທດ ອິນໂດເນເຊັຽ ຮຽບຮ້ອຍ ແລ້ວ.

ແລະ ຕາມທີ່ ທ່ານ ຮູ້ມາ ທາງ ຣັຖບານ ພວມ ຈັດສັນ ງົບປະມານ ຈໍານວນ ນຶ່ງ, ສໍາລັບ ຊື້ ປີ້ ເຮືອບິນ ໃຫ້ ແກ່ ລູກເຮືອ ປະມົງ ຄົນລາວ ດັ່ງກ່າວ, ພ້ອມທັງ ເຮັດ ໜັງສື ຜ່ານແດນ ຊົ່ວຄາວ ໃຫ້ ເພື່ອ ຄວາມ ສະດວກ ໃນ ການ ເດີນທາງ ມາ ລາວ, ຊຶ່ງ ທາງ ຣັຖບານ ໄດ້ ເອົາໃຈໃສ່ ເປັນ ພິເສດ ເພາະ ຖືວ່າ, ຈະຕ້ອງໃຫ້ ການ ຊ່ວຍເຫລືອ ຄົນງານ ລາວ ທີ່ ຕົກເປັນ ຜູ້ ເຄາະຮ້າຍ, ແຕ່ ຍັງບໍ່ມີ ຣາຍຣະອຽດ ວ່າ ລູກເຮືອ ປະມົງ ທັງໝົດ ຈະມາຮອດ ສປປລາວ ມື້ໃດ.

ທ່ານ ກ່າວ ອີກວ່າ ພາຍຫລັງ ທີ່ ລູກເຮືອ ປະມົງ ລາວ ໄດ້ ກັບມາ ແລ້ວ ທາງ ອົງການ ຈັດຕັ້ງ ສາກົລ ໃນລາວ ເປັນຕົ້ນ ອົງການ ສາກົລ ເພື່ອ ການ ຍົກຍ້າຍ ບ່ອນຢູ່ ອາສັຍ ກໍຈະ ຊ່ວຍເຫລືອ ເຣື່ອງ ການຈັດ ສົ່ງ ແຕ່ລະ ຄົນ ໃຫ້ໄດ້ ກັບໄປ ບ້ານເກີດ ຂອງ ພວກ ເຂົາເຈົ້າ ພ້ອມທັງ ຈະ ຕິດຕາມ ແລະ ຊອກຫາ ວຽກງານ ໃຫ້ ເຮັດ ເພື່ອ ລ້ຽງຊີພ ຕໍ່ໄປ.

ເອເຊັຽ ເສຣີ ພຍາຍາມ ຕິດຕໍ່ ໄປຍັງ ສະຖານທູດ ລາວ ປະຈໍາ ອິນໂດເນເຊັຽ ເພື່ອ ຖາມເຖິງ ຄວາມ ຄືບໜ້າ ກ່ຽວກັບ ເຣື່ອງນີ້ ແຕ່ ເຈົ້າໜ້າທີ່ ບໍ່ເວົ້າ ໃຫ້ ຮູ້ເຖິງ ຣາຍຣະອຽດ ແນວໃດ. ແຕ່ກໍມີ ຣາຍງານ ວ່າ ໃນ ຂນະນີ້ ທາງ ເຈົ້າໜ້າທີ່ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ກໍາລັງ ຢູ່ ເກາະ ອໍາບົນ ແລະ ເກາະ ເບັນຈິນ່າ ຂອງ ອິນໂດເນເຊັຽ ເພື່ອ ຊ່ວຍເຫລືອ ລູກເຮືອ ປະມົງ ຊາວລາວ ໄທ ແລະ ກໍາພູຊາ ນັ້ນ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.