ຄົນງານລາວ ໃນປະເທດເພື່ອນບ້ານ ສ່ຽງຕົກເປັນເຫຍື່ອ ຄ້າມະນຸດ

0:00 / 0:00

ຄົນ​ລາວ​ຫຼາຍ​ຄົນ ທີ່​ເດີນ​ທາງ​ໄປ​ເຮັດ​ວຽກ​ຢູ່ ​ປະ​ເທດ​ເພື່ອນບ້ານຕົກ​ຢູ່​ໃນ​ສະ​ພາບ ທີ່ບໍ່​ປອດ​ພັຍ, ບໍ່​ໄດ້​ຮັບ​ຄວາມ​ເປັນ​ທັມ, ຖືກ​ຈຳ​ກັດ​ສິດ​ທິ, ຖືກ​ລະ​ເມີດ​ທາງ​ເພດ ແລະ ມີ​ຄວາມ​ສ່ຽງ​​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ມະ​ນຸດເຈົ້າ​ໜ້າ​ທີ່ ຜ​ແນກ​ແຜນ​ແຮງ​ງານ ແລະ ສ​ວັດ​ດີ​ການ​ສັງ​ຄົມ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະສຽງ ໄດ້​ກ່າວ ໃນ​ວັນ​ທີ 17 ທັນ​ວາ ວ່າ:

" ເພິ່ນ ຕົກ ຢູ່ ໃນ ເຄື່ອ ຂ່າຍການ ຄ້າ ມະ ນຸດ ແຮງ ງານ ກໍ ຊິ ແມ່ນ ແຮງ ງານ ປະ ມົງ ບ່ອນ ມາ ເລ ເຊັຽ ເບື້ອງ ໄທ ຫັ້ນ ນ່າ ໃກ້ ກັ ຫັ້ນໝວດ ກ່ຽວ ກັບ ຂົງ ເຂດ ກະ ສິ ກັມ ຫັ້ນ ແຫຼະ ກະ ສິ ກັມ ລ້ຽງ ສັດ ບໍ່ ປູກ ຝັງ ກີດ ຢາງ ຂາດ ການ ຕິດ ຕໍ່ ໃດ ຖືກ ປິດ ກັ້ນ ຈາກ ສັງ ຄົມ ພາຍ ນອກ ."

ຄົນ​ງານ​ລາວ ນິ​ຍົມ​ເດີນ​ທາງ​ໄປ​ເຮັດ​ວຽກ​ຢູ່​ ຕ່າງ​ປະ​ເທດຈຳ​ນວນຫຼາຍ ຊຶ່ງ​ໃນ​ນັ້ນ ວຽກ​ປະ​ມົງ​ກໍ​ເປັນ​ວຽກ​ທີ່​ມີ​ຄວາ​ມ​ສ່ຽງ​ສູງ ຕໍ່​ການ​ຖືກ​ຂູດ​ຮີດ​ແຮງ​ງານ ເມື່ອ​ທຽບ​ ໃ​ສ່​ແຮງ​ງານ​ໃນ​ຂ​ແນງ​ການ​ອື່ນໆ ຍ້ອນ​ວ່າ ເຂົາ​ເຈົ້າ​ຕ້ອງ​ເຮັດ​ວຽກ​ຢູ່​ເທິງ​ເຮືອ​ຢູ່​ກາງ​ທະ​ເລຫຼາຍ​ວັນ ຈົນ​ເຮັດ​ວຽກ​ເກີນ​ຊົ່ວ​ໂມງ​ເຮັດ​ວຽກ ອີງ​ຕາມ​ ຂໍ້​ມູ​ນ​ຈາກ ຍາ​ນາງ ອະ​ນຸ​ສອນ ຄຳ​ສິງ​ສ​ະ​ຫວັດ ຫົວ​ໜ້າ​ກົມ​ສີ​ມື​ແຮງ​ງານ ແລະ ຈັດ​ຫາ​ງານ ຢູ່​ໃນ​ກອງ​ປະ​ຊຸມປຶກ​ສາ​ຫາ​ລື ແຜນ​ງານ​ໂຄງ​ການ​ຮັບ​ປະ​ກັນ​ສິດ​ທິ​ຂອງ​ແຮງ​ງານ​ເຄື່ອນ​ຍ້າຍ ໃນ​ຂ​ແນງ​ການ​ປະ​ມົງ ແລະ ອຸດ​ສາ​ຫະ​ກັມ​ປຸງ​ແຕ່ງ​ອາ​ຫານ​ທະ​ເລ ໃນ​ວັນ​ທີ 10 ສິງ​ຫາ ທີ່​ຜ່ານ​ມາ.

ຄົນ​ງານ​ລາວ ຕົກ​ຢູ່​ໃນ​ສະ​ພາບ​ທີ່ບໍ່​ປອດ​ພັຍ ຍ້ອນ​ວ່າ ເຂົາ​ເຈົ້າ​ເດີນ​ທາງ​ໄປ​ແບບບໍ່​ມີ​ເອກ​ສານ​ເຮັດ​ວຽກ. ເຈົ້າ​ໜ້າ​ທີ່​ຜ​ແນກ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ໃນ​ວັນ​ທີ 17 ທັນ​ວາ ວ່າ:

" ເພາະ ​ວ່າ ເພິ່ນ​ໄປ​ເພິ່ນບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຈາກ​ເຈົ້າ​ໜ້າ​ທີ່​ເຮົາ​ນີ້ ເພິ່ນ​ລັກ​ໄປ ເມື່ອ​ເພິ່ນ​ເກີດ​ອຸ​ບັດ​ຕິ​ເຫດ​ອື່ນໆ ນີ້ ພວກ​ເຮົາ​ກໍ​ຍາກ​ທີ່​ຈະ​ຮັບ​ຜິດ​ຊອບ​ແລ້ວ ເພາະ​ວ່າ ເພິ່ນ​ໄປ​ໃນ​ນາມ​ເພິ່ນ​ລັກ​ໄປ ແຕ່​ວ່າ ໄປ​ຖືກ​ຕ້ອງ​ຕາມ​ກົດ​ໝາຍນີ້ ແມ່ນ​ພວກ​ເຮົາ​ຮັບ​ຜິດ​ຊອບ ອຸ​ບັດ​ຕິ​ເຫດ​ແນວ​ໃດ ເຫັນ​ເວົ້າ​ຄື ຜ່ານ​ມາ​ຫັ້ນ ທາງ​ຄອບ​ຄົວ​ເພິ່ນ​ໄດ້​ສ​ເນີ​ແນວ​ໃດ ຫັ້ນ​ເຮົາ​ກໍ​ໄດ້​ເອົາ​ໃຈ​ໃສ່​ຊ່ອຍ."

ນັບ​ແຕ່​ເດືອນ ມີ​ນາ 2020 ຫາ ເດືອນ​ ຕຸ​ລາ 2021 ມີ​ຄົນ​ງານ​ລາວ 210,000 ປາຍຄົນ ທີ່​ເດີນ​ທາງ​ກັບ​ມາ​ລາວ ໃນ​ນັ້ນ ເຈົ້າ​ໜ້າ​ທີ ພົບ​ວ່າ 77,000 ປາຍຄົນ ເດີນ​ທາງ​ໄປ​ເຮັດ​ວຽກ​ແບບ ​ມີ​ເອກ​ສານ​ຖືກ​ຕ້ອງ ແລະ ສ່ວນ​ທີ່​ເຫຼືອ ມີຈຳ​ນວນເກືອບ 140,000 ຄົນ ເດີນ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ແບບບໍ່​ມີ​ເອກ​ສານ​ຖືກ​ຕ້ອງ ອີງ​ຕາມ​ຂໍ້​ມູນ​ຈາກ ຍາ ນາງ ຄຳ​ໃບ ຂັດ​ຕິ​ຍະ ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ທີ່​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມຫາ​ລືທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຮັບ​ມື ກັບບັນ​ຫາ​ການ​ເຄື່ອນ​ຍ້າຍ​ແຮງ​ງານ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃນ​ວັນ​ທີ 16 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ.

ຄົນ​ງານ​ລາວ ຈະ​ເຮັດ​ວຽກ​ຢູ່​ພາກ​ກະ​ເສ​ຕກອນ ຢູ່​ປະ​ເທດໄທ​ຍ ທີ່ບໍ່​ມີ​ສວັດ​ດີ​ການ​ສັງ​ຄົມ. ຄົນ​ງານ​ລາວ ທີ່​ເຮັດ​ວຽກ​ຢູ່ ແຂວງ​ຣະ​ຍອງ ປະ​ເທດ​ໄທ​ຍ ກ່າວ​ວ່າ:

" ກໍ ​ຕ້ອງ​ໄດ້​ໄປ​ຫາ​ງານ​ເສີມ​ງານ​ເພີ່ມ ໄປ​ຮັບ​ຈ້າງເກັບ​ຂີ້​ເຫຍື້ອ ໄປ​ຮັ​ບ​ຈ້າງ ໄປ​ຫັກ​ເຂົ້າ​ໂພດ ຂຸດ​ມັນ​ຊິ​ນ່າ ກ່ຽວ​ກັບ​ການ​ກະ​ເສຕ ສຳ​ລັບສັ​ນ​ຊາດ​ນີ້ ເປັນ​ຄົນ​ລາວ ເປັນ​ຄົນ​ຕ່າງ​ດ້າວ ໂຕນີ້ ເຂົາ​ຈະ​ຕັດ​ໄປ ເພາະ​ວ່າ ບໍ່​ມີ​ສວັດ​ດີ​ການ​ໃນ​ພາກ​ສ່ວນ​ໂຕນີ້ ແມ່ນບໍ່​ມີ​ສິ່ງ​ຊົດ​ເຊີຍ​ເລີຍ."

ທາງ​ການ​ໄທ​ຍ​ມີ​ການ​ລ໊ອກ​ດາວ ເພື່ອ​ປ້ອງ​ກັນ​ໂຄວິດ-19 ແລະ ນາຍ​ຈ້າງໃນ​ປະ​ເທດ​ໄທ​ຍ ໄດ້​ມີ​ການ​ປິດ​ກິ​ຈ​ການ ສະ​ນັ້ນ ຄົນ​ງານ​ລາວ ທີ່​ເຮັດ​ວຽກ​ແບບບໍ່​ມີ​ເອກ​ສານ ກໍບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ຄົນ​ງານ​ລາວ​ທີ່​ເຮັດ​ວຽກ​ຢູ່​ບາ​ງກອກ ໄດ້​ກ່າວ​ວ່າ:

" ກໍ ​ຄື​ມີ​ແບບ​ວ່າ ຂາດ​ເຂີນ​ກ່ຽວ​ກັບ​ການ​ງານ ບາງ​ຄົນ​ກໍ​ງານບໍ່​ມີ ກໍ​ໄປ​ພັກ​ຢູ່​ຫ້ອງ​ເຊົ່າ ແລ້ວນີ້​ນະ ກໍ​ແບບ​ວ່າ ໄປ​ຫ້ອງ​ເຊົ່າ ເຂົ້າ​ຊື້ ມັນ​ກໍ​ຕ້ອງ​ໃຊ້​ຄ່າ​ໃຊ້​ຈ່າຍແຫຼະ ແຕ່​ວ່າບາງ​ຄົນ​ກໍ​ເດືອດ​ຮ້ອນ ບໍ່​ມີ​ເລີຍ ທາງ​ການ​ໄທ​ຍ ກໍ​ຄືບໍ່​ເຫັນ​ເຂົ້າ​ມາ​ຊ່ວຍ."

ຄົນ​ງານ​ລາວ ໃນ​ປະ​ເທດ​ໄທ​ຍ ທີ່ບໍ່​ມີ​ເອກ​ສານ​ຖືກ​ຕ້ອງ ບໍ່​ສາ​ມາດ​ເຂົ້າ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຣັ​ຖ​ບານ​ໄທ​ຍ​ໄດ້ ແລະ ຄົນ​ງານ​ລາວ​ທີ່​ເຮັດ​ວຽກ​ມີ​ເອກ​ສານ​ຄົບ​ຖ້ວນ ກໍ​ຍັງ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ຍາ​ນາງ ຄໍ​ຣິ​ເຍາະ ມາ​ນຸ​ແຊ​ ທະ​ນາຍ​ຄວາມ ແລະ ຜູ້​ປະ​ສານ​ງານ ເຄືອ​ຂ່າຍ​ປະ​ກອນ​ຂ້າມ​ຊາດ ຫຼື Migrant Working Group ກ່າວ​ວ່າ:

"ເຖິງ ​ແມ່ນ​ວ່າ ຈະ​ບອກວ່າ ສາ​ມາດ​ໄປ​ໃຊ້​ປະ​ກັນ​ສັງ​ຄົມ​ໄດ້ ທີ່​ເປັນ​ເມ​ນູ​ຫວ່າງ​ງານ ມາຊົດ​ເຊີຍອີ່​ຫຍັງ ມາ​ຊົດ​ເຊີຍ ໃນ​ໄລ​ຍະ​ທີ່​ຕ້ອງ​ຢຸດ​ງານ ຍ້ອນ​ການ​ແຜ່​ຣະ​ບາດ​ຂອງ​ໂຄວິດ-19 ແຕ່​ໃນ​ສະ​ພາບ​ໂຕ​ຈິງ ຄົນ​ງານ​ກໍ​ບໍ່​ສາ​ມາດ​ທີ່​ຈະ​ເຂົ້າ​ເຖິງ​ເຣື່ອງ​ຂອງ​ການ​ຢຽວ​ຢາ​ໄດ້."

ວັນ​ທີ 18 ທັນ​ວາ ຂອງ​ທຸກໆ​ປີ ເປັນ​ວັນ​ແຮງ​ງານ​ເຄື່ອນ​ຍ້າຍ​ສາ​ກົນ ຄົບ​ຮອບ 21 ປີ ໂດຍ​ມີ​ບັນ​ດາ ປະ​ເທດ​ສ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ເຄືອ​ຂ່າຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເຂົ້າ​ຮ່ວມງານ ທີ່​ມີ​ຫົວ​ຂໍ້​ວ່າ “ນຳ​ໃຊ້​ທ່າ​ແຮງ​ຂອງ​ການ​ເຄື່ອນ​ຍ້າຍ​ປະ​ຊາ​ກອນ” ພາຍ​ໃຕ້​ໂຄງ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ແບບ​ປອດ​ພັຍ ແລະ ມີ​ຄວາມ​ຍຸ​ຕິ​ທັມ ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ດ້ານ​ສິ​ດ​ທິ​ແຮງ​ງານເຄື່ອນ​ຍ້າຍ​ເພດ​ຍິງໃນ​ພາກ​ພື້ນ​ອາ​ຊຽນ.

ທາງ​ການ​ລາວ ໄດ້​ໃຫ້​ສັ​ຕ​ຍາ​ບັນ​ຕໍ່​ສົນ​ທິ​ສັນ​ຍາຂອງ​ອົງ​ການ​ແຮງ​ງານ​ສາ​ກົນ ຫຼື ILO ຈຳ​ນວນ 9 ສະ​ບັບ, ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ ພ້ອມ​ທັງ​ລະ​ບຸຢ່າງ​ຊັດ​ເຈນ​ກ່ຽວ​ກັບການ​ຈັດ​ຫາ​ງານ, ການ​ເຄື່ອນ​ຍ້າຍ​ແຮງ​ງານ ແລະ ການ​ສ້າງ​ຕັ້ງ​ກອງ​ທຶນສຳ​ລັບ​ແຮງ​ງານເຄື່ອນ​ຍ້າຍ, ປັບ​ປຸງດຳ​ລັດ​ວ່າ​ດ້ວຍ​ການ​ຈັດ​ສົ່ງ​ແຮງ​ງານ​ລາວ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ລວມ​ເຖິງ​ຮ່ວມ​ລົງ​ນາມ​ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ຣັ​ຖ​ບານ​ລາວ ແລະ ຣັບ​ຖານ​ໄທ​ຍ, ຣັ​ຖ​ບານເກົາ​ຫຼີ ແລະ ຣັ​ຖບານຍີ່​ປຸ່ນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຮງ​ງານ, ການ​ພັ​ທ​ນາ​ສີ​ມື​ແຮງ​ງານ ແລະ ການ​ປະ​ກັນ​ສັງ​ຄົມ.