ຄົນງານລາວຈະໃຫ້ການ ຕໍ່ສານ ໄທ

ມະນີຈັນ
2017.05.25
f-ht ຄອບຄົວຄົນງານລາວ 8 ຄົນ ທີ່ຕົກເປັນຜູ້ເຄາະຮ້າຍ ຂອງການຄ້າມະນຸດ ຢູ່ໄທ
RFA/TP

ຄອບຄົວຄົນລາວທັງ 8 ຄົນ ຈາກແຂວງຈໍາປາສັກ ທີ່ຕົກເປັນ ຜູ້ເຄາະຮ້າຍ ຂອງການຄ້າມະນຸດ ໃນສວນໝາກນາວ ແຂວງເພັດບູລີ ປະເທດໄທເຖິງ 5 ປີປາຍ ຊຶ່ງຕໍາຣວດ ຊ່ວຍໄດ້ເມື່ອວັນທີ 24 ກັນຍາ ປີ 2016 ກຽມໃຫ້ປາກຄໍາຕໍ່ສານ ໃນເດືອນກໍຣະກະດາ ນີ້.

ໃນນັ້ນຈະມີເຈົ້າໜ້າທີ່ໄທ ຫລາຍພາກສ່ວນ ເປັນພຍານ ໃຫ້ປາກຄໍາ ນໍາດ້ວຍ, ຕາມການເປີດເຜີຍຂອງ ທ່ານ ສະໝັກ ທັບທານີ ຜູ້ອໍານວຍການ ຝ່າຍປ້ອງກັນ ແລະປາບປາມ ການຄ້າມະນຸດ ມູນນິທິ LPN ຂອງໄທ ຕໍ່ RFA ໃນມື້ວັນທີ 24 ພຶສພາ ນີ້:

"ສໍາລັບກໍຣະນີນາຍສີມອນ ແຮງງານລາວ ທີ່ຖືກຄ້າມະນຸດ ໃນຈັງຫວັດ ເພັດບູລີ ທາງພະນັກງານ ສອບສວນ ກັບທາງເຈົ້າໜ້າທີ່ ໄດ້ຮວມຫລັກຖານ ກໍໄດ້ສົ່ງສໍານວນ ໃຫ້ ພະນັກງານ ອັຍການຂຶ້ນສານ ທີ່ຈັງຫວັດ ເພັດບູລີ ໂດຍທາງ ກໍານົດການ ສໍານວນ ຫລືວ່າຂໍ້ເທັດຈິງ ຕົວນີ້ ກໍຈະມີການ ໃຫ້ສານ ໂດຍຣະບົບ ໄຕ່ສວນ ກໍຈະມີໜ່ວຍງານ ຕ່າງໆ ສາຂາວິຊາຊີບ ທີ່ຕ້ອງຂຶ້ນ ໃຫ້ການ ໃນຊັ້ນສານ".

ທ່ານເວົ້າວ່າ ສໍາລັບກໍານົດເວລາການ ຂຶ້ນສານຂອງຄະດີນີ້ ແມ່ນໃນວັນທີ 6 ເດືອນ ກໍຣະກະດາ ໂດຍຈະມີ ເຈົ້າໜ້າທີ່ ຈາກມູລນິທິ LPN-ເຈົ້າໜ້າທີ່ ກົມສວັດດີການ ແລະ ຄຸ້ມຄອງແຮງງານ ກົມພັທນາສັງຄົມ ແລະຄວາມໝັ້ນຄົງຂອງມະນຸດ ແລະ ເຈົ້າໜ້າທີ່ຕໍາຣວດ ຮັບຜິດຊອບ ເຣື່ອງດັ່ງກ່າວ ຮ່ວມໃຫ້ປາກຄໍາ. ແລະຮ່ວມຮັບຟັງ ຜົລການສອບ ປາກຄໍານໍາດ້ວຍ. ການຂຶ້ນສານຄັ້ງນີ້ ແມ່ນເທື່ອທໍາອິດ ຂອງຄະດີດັ່ງກ່າວ ເປັນການໃຫ້ປາກຄໍາ ຂອງຝ່າຍ ຜູ້ເສັຽຫາຍ ຍັງບໍ່ຮອດ ຂັ້ນຕອນ ການຕັດສິນ ຄະດີ.

ດ້ານນາຍຈ້າງຊາວໄທ ຜູ້ກະທໍາຜິດທັງ 3 ຄົນໃນຄະດີນີ້ ທ່ານ ສະໝັກ ຄາດວ່າ ໜ້າຈະມີການ ປະກັນຕົວ ອອກໄປແລ້ວ ແລະຍັງບໍ່ຮູ້ ເທື່ອວ່າ ທາງສານ ຈະຮຽກຕົວ ມາຮ່ວມ ຮັບຟັງ ການໃຫ້ ປາກຄໍາ ຂອງຝ່າຍຄອບຄົວ ຊາວລາວ ນໍາດ້ວຍຫລືບໍ່:

"ໃນການພິຈາຣະນາໂທດນີ້ ຍັງບໍ່ທັນໄດ້ ພິຈາຣະນາຄະດີ ເປັນການສອບພຍານ ກ່ອນພຍານໂຈດເນາະ ແລ້ວກໍສ່ວນ ພຍານຝັ່ງຈໍາເລີຍ ເອງ ຕອນນີ້ ເນື່ອງຈາກວ່າ ນາຍຈ້າງ ເອງ ຜູ້ຕ້ອງຫາ ມີ 3 ຄົນ ກໍຕ້ອງລໍວ່າ ທາງສານ ເພິ່ນສິນັດສືບພຍານ ຝັ່ງຈໍາເລີຍຕໍ່ກັນ ຈັ່ງໃດ ອີກເທື່ອນຶ່ງບໍ່, ຄາດວ່າໜ້າຈະມີການ ປະກັນຕົວ ບາງຄົນ ປະກັນຕົວນະ".

ຄະດີນີ້ ຜູ້ເສັຽຫາຍ ແມ່ນຄອບຄົວຄົນລາວ ເມືອງຊະນະສົມບູນ ແຂວງຈໍາປາສັກ ທີ່ເດີນທາງເຂົ້າມາ ເຮັດວຽກ ຢູ່ໄທ ຢ່າງຖືກກົດໝາຍ ມີເອກສານ ເຮັດວຽກ ພ້ອມ ແຕ່ກໍຍັງ ຖືກນາຍຈ້າງ ຊາວໄທ ບັງຄັບໃຊ້ ແຮງງານ ຢ່າງໜັກ ໃນສວນໝາກນາວ ເປັນເວລາ 5 ປີປາຍ ຖືກທໍາຮ້າຍຮ່າງກາຍ ເລື້ອຍໆ ແລະຖືກຂົ່ມຂູ່ ດ້ວຍການໃຊ້ປືນ. ສ່ວນເດັກນ້ອຍ ທີ່ອາຍຸບໍ່ຮອດ 17 ປີ 2 ຄົນຊຶ່ງເປັນລູກ ນັ້ນກໍຖືກບັງຄັບ ໃຫ້ເຮັດວຽກ ນໍາດ້ວຍ.

ປັດຈຸບັນຄອບຄົວຊາວລາວທັງ 8 ຄົນ ຍັງຢູ່ໃນສູນຄຸ້ມຄອງ ຜູ້ຕົກເປັນເຫຍື່ອ ການຄ້າມະນຸດ ບ້ານປະທຸມແຂວງປະທຸມທານີ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.