ຄົນງານລາວຄ້າງຢູ່ອິນໂດ ເນເຊັຽ

ອຸ່ນແກ້ວ ສຸກສະຫວັນ
2017.09.11
f-ht ທ້າວແຫລ້ ອາຍຸ 27 ປີ ຄົນງານລາວ ທີ່ຖືກປ່ອຍໄວ້ ຢູ່ໃນເກາະຕວນ ປະເທດ ອິນໂດເນເຊັຍ ຕັ້ງແຕ່ປີ 2004
RFA/LPN

ຄົນລາວຈຳນວນນຶ່ງ ທີ່ຖືກຕົວະໄປເຮັດວຽກ ໃນເຮືອປະມົງຂອງໄທ ແລະ ຍັງຕິດຢູ່ເກາະ ປະເທດ ອິນໂດເນເຊັຽ ຍັງບໍ່ທັນໄດ້ ກັບບ້ານ ຍ້ອນວ່າ ບໍ່ສາມາດ ຕິດຕໍ່ຫາ ຍາດພີ່ນ້ອງ ຂອງເຂົາເຈົ້າ ເພື່ອມາຢັ້ງຢືນ ແລະ ຮັບຮອງ ສະຖານະ ຂອງເຂົາເຈົ້າ. ຕາມການເປີດເຜີຍ ຂອງ ທ່ານ ສາມາດ ເສນາສຸ ເຈົ້າໜ້າທີ່ ມູລນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ແຮງງານ ຫລື LPN ໄດ້ກ່າວວ່າ:

"ຄົນລາວທີ່ວ່າເຫັນໆກັນກໍເປັນ 100 ທີ່ວ່າຄົນລາວໄດ້ກັບໜ້ອຍ ກໍເພາະຕອນນີ້ພະຍານຫຼັກຖານ ກ່ຽວກັບຕົວຕົນຂອງເຂົາເອງ ເຮົາກໍສືບລຳບາກ ເພາະວ່າເຮົາກໍແຄ່ ເຈົ້າໜ້າທີ່ ຢູ່ປະເທດໄທ ຕ້ອງປະສານກັບ ທາງຣາຊການ ຫລືຍາດພີ່ນ້ອງ ປະສານງານ ກັບຍາດພີ່ນ້ອງ ຂອງເຂົາ ເພາະເຮົາ ຢູ່ຄົນລະຝັ່ງ ມັນກໍເລີຍ ປະສານງານ ກັນຍາກ ຍັງເຫລືອອີກຫລາຍ 100 ຄົນນະທີ່ເຂົາ ຍັງລໍ ຄວາມຊ່ວຍເຫລືອຢູ່ ບາງຄົນກໍຍັງ ຢູ່ໃນປ່າເລີຍ ບາງຄົນ ກໍຕ້ອງໄດ້ ເຮັດງານ ຮັບຈ້າງ ພໍແລກ ເຂົ້າກິນ ແຕ່ລະມື້ ແຕ່ລະມື້".

ທ່ານ ກ່າວອີກວ່າ ທີ່ຜ່ານມາທາງການລາວ ທາງການໄທ ແລະ ມູນນິທິ ສາມາດຊ່ວຍເຫລືອຄົນລາວ ທີ່ຕິດຢູ່ເກາະ ປະເທດ ອິນໂຕເນເຊັຽ ໄດ້ບໍ່ຮອດ 20 ຄົນ ຍ້ອນວ່າ ການເຮັດວຽກຂອງ ທາງການລາວ ຈຳເປັນຕ້ອງໄດ້ ຜ່ານຫຼາຍຂັ້ນຕອນ ຈຶ່ງຕ້ອງໃຊ້ ເວລາຫຼາຍ ແລະອີກບັນຫານຶ່ງ ກໍຄື ໃນເວລາທີ ທາງການແຈ້ງ ເລື້ອງໄປຫາ ເມືອງຕ່າງໆ ຕາມທີ່ ຜູ້ເຄາະຮ້າຍ ໃຫ້ຂໍ້ມູນ ກໍຈະ ບໍ່ມີ ເຈົ້າໜ້າທີ່ ຮັບຮອງວ່າ ຄົນຜູ້ນັ້ນ ແມ່ນຄົນ ຂອງຄອບຄົວ ທີ່ຫາຍໄປ ຫລືບໍ່.

ຕົວຢ່າງ ທ້າວ ແຫລ້ ອາຍຸ 27 ປີ ທີ່ຕິດຢູ່ເກາະຕວນ ປະເທດ ອິນໂຕເນເຊັຽ ໄດ້ 13 ປີ ທີ່ທາງການລາວ ແລະ ໄທ ພຍາຍາມ ຊ່ວຍເຫລືອ ກັບຄືນບ້ານ ແຕ່ລາວຍັງ ບໍ່ສາມາດ ກັບໄດ້ ຍ້ອນວ່າ ບໍ່ມີຍາດພີ່ນ້ອງ ມາເຊັນ ຮັບຮອງເອົາ, ດັ່ງ ທ່ານ ສະມາດ ກ່າວວ່າ:

"ໃນຫຼ້າສຸດເອງກໍໄດ້ຮັບວ່າ ມີການຕິດຕາມຢູ່ ທາງຣາຊການຢູ່ລາວ ມີການປະສານງານ ດ້ານຂໍ້ມູນກັນ ໄປລະດັບນຶ່ງ ແຕ່ບັນຫາຄື ຍັງບໍ່ມີກຸ່ມຄົນ ຫລືວ່າພະຍານ ຫລືວ່າ ຄົນທີ່ຮູ້ວ່າ ແຫລ້ ນີ້ເປັນລູກໃຜ ຫຼືວ່າຢູ່ໝູ່ບ້ານໃດ ເພື່ອຈະໄດ້ຮັບຮອງ ສະຖານະ ເພື່ອທີ່ ຈະອອກໜັງສືເດີນທາງ ຊົ່ວຄາວ ໃຫ້ກັບມາ ປະເທດ ຕົ້ນທາງ".

ທີ່ຜ່ານມາ ມູນນິທິ ເຄືອຂ່າຍສົ່ງເສີມຄຸນນະພາບ ແຮງງານ, ທາງການໄທ ແລະ ທາງການປະເທດ ອ້ອມຂ້າງ ສາມາດຊ່ວຍຄົນ ຂອງຕົນເອງ ທີ່ຕິດຢູ່ເກາະ ປະເທດ ອິນໂດເນເຊັຍ ໄດ້ຫລາຍກວ່າ 2 ພັນ ຊຶ່ງໃນນັ້ນ ມີ ຄົນລາວ ພຽງແຕ່ 14 ຄົນ ຍ້ອນວ່າ ຂັ້ນຕອນ ການປະສານງານ ຍັງມີຄວາມຫຍຸ້ງຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.