ເຈົ້າໜ້າທີ່ໄທເຂົ້າບຸກທລາຍ ຮ້ານ ຄາຣາໂອເກະ

ຈໍາປາທອງ
2014.08.05
F-Lao-girl ເຈົ້າໜ້າທີ່ໄທເຂົ້າບຸກທລາຍ ຮ້ານ ຄາຣາໂອເກະ
Khaosod.co.th

 

ເຈົ້າໜ້າທີ່ ໄທ ໄດ້ນໍາເອົາ ຜູ້ຍິງລາວ 32 ຄົນ ອອກຈາກ ຮ້ານ ຄາຣາໂອເກະ ທີ່ ແອບແຝງ ຂາຍ ບໍຣິການ ທາງເພດ 2 ແຫ່ງ ຢູ່ແຂວງ ປຣາຈີນບູຣີ ປະເທສໄທ ໃນວັນທີ 3 ສິງຫາ 2014 ນີ້. ໃນນັ້ນ ມີຮວມທັງ ຜູ້ຍິງ ທີ່ມີອາຍຸ ບໍ່ເຖິງ 18 ປີ. ດັ່ງ ພັນຕໍາຣວດ ໂທ ຄົມວິດ ພັທນະຣັດ ຫົວໜ້າທິມ ເຈົ້າໜ້າທີ່ ຈາກ ກົມສອບສວນ ຄະດີພິເສດ ເປີດເຜີຍວ່າ:

"ຮ້ານນຶ່ງ ລໍ້ຊື້ໄດ້ ພົບ ເງິນຕຣາ ຕ່າງໆ ສ່ວນເດັກນ້ອຍ ທີ່ ຖືກລໍ້ຊື້ໄດ້ ບອກວ່າ ຕົວເອງ 17 ປີ. ຈາກ ການສອບຖາມ ທຸກຄົນ ຍອມຮັບ ວ່າ ຂາຍ ບໍຣິການ ທາງເພດ ແລ້ວແບ່ງເງິນ ໃຫ້ ເຈົ້າຂອງຮ້ານ".

ເຈົ້າໜ້າທີ່ ຕັ້ງຂໍ້ຫາ ເຈົ້າຂອງຮ້ານ ຖານເປັນ ເຈົ້າຂອງ ສໍານັກຂາຍ ບໍຣິການ ທາງເພດ. ທ່ານວ່າ ໄດ້ຮັບຂໍ້ມູນ ເຣື່ອງການຂາຍ ບໍຣິການ ທາງເພດ ຂອງ ພວກ ແມ່ຍິງລາວ ຄັ້ງນີ້ ຈາກອົງການ ທີ່ ກ່ຽວຂ້ອງ ກັບ ແມ່ຍິງ ຢູ່ ສປປລາວ ແລະ ໄດ້ໃຫ້ ເຈົ້າໜ້າທີ່ ນອກເຄື່ອງແບບ ຕິດຕາມ ຮ້ານຄາຣາໂອເກະ ຫລາຍແຫ່ງ ຢູ່ແຂວງ ປຣາຈິນບູ ຣີ ມາຕັ້ງແຕ່ ເດືອນ ພຶສພາ 2014 ຈົນຮູ້ວ່າ ມີ 2 ຮ້ານ ທີ່ ລັກນໍາເອົາ ແມ່ຍິງລາວ ເຂົ້າມາຂາຍ ບໍຣິການ ທາງເພດ ຄືຮ້ານ ລະອອງດາວ ແລະ ຮ້ານ ນ້ອງສະຕາງ ແລະ ໄດ້ຈັບກຸມ ເພື່ອດໍາເນີນ ຄະດີ ເຈົ້າຂອງຮ້ານ ທີ່ວ່ານັ້ນ.

ເຈົ້າໜ້າທີ່ ໄທ ວ່າ ເດັກນ້ອຍຍິງ ສ່ວນນຶ່ງ ທີ່ອາຍຸແທ້ ບໍ່ເຖິງ 18 ປີນັ້ນ ໄດ້ປອມແປງ ໜັງສື ເດີນທາງ ໃຫ້ມີອາຍຸ ກາຍ 18 ປີ. ຄະດີນີ້ ເຈົ້າໜ້າທີ່ ຈະສືບສວນວ່າ ເປັນການ ຄ້າມະນຸດ ຫລືວ່າ ແມ່ຍິງລາວ ເຫລົ່ານີ້ ຖືກຫລອກມາ ຫລື ບັງຄັບໃຫ້ ຂາຍ ບໍຣິການ ທາງເພດ ແລະ ຈະຈັດສົ່ງ ພວກເຂົາເຈົ້າ ກັບຄືນ ປະເທສລາວ. ປັດຈຸບັນ ແມ່ຍິງລາວ ທັງ 32 ຄົນ ຢູ່ໃນຄວາມ ເບິ່ງແຍງ ຂອງ ຕໍາຣວດ ແລະ ກະຊວງ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ຂອງໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.