ຍິງລາວຖືກຊ່ອຍຈາກການຄ້າ ປະເວນີ

ຈໍາປາທອງ
2015.01.16
F-image2 ຍິງລາວຖືກຊ່ອຍຈາກການຄ້າ ປະເວນີໃນໄທ
RFA

 

ຍານາງ ປະວິນາ ຫົງສະກຸນ ປະທານ ມູນນິທິ ປະວິນາ ຫົງສະກຸນ ເພື່ອ ເດັກນ້ອຍ-ແມ່ຍິງ ແລະ ເຈົ້າໜ້າທີ່ ຕໍາຣວດ ປາບປາມ ການ ຄ້າມະນຸດ ຂອງໄທ ຊ່ວຍເຫລືອ ຍິງສາວ ລາວ 67 ຄົນ ທີ່ມີອາຍຸ ຣະຫວ່າງ 13 ປີ ຫາ 20 ປີ ແລະ ຍິງສາວໄທ ອີກ 5 ຄົນ ຈາກ ຮ້ານ ຄາຣາໂອເກະ 4 ແຫ່ງ ໃນເມືອງ ສອງພີ່ນ້ອງ ຂ.ສຸພັນບຸຣີ ພາກກາງ ຂອງໄທ, ໃນຕອນ ກາງຄືນ ຂອງວັນ ທີ 14 ມົກກະຣາ 2015 ພາຍຫຼັງ ໄດ້ຮັບແຈ້ງ ວ່າມີ ຍິງສາວລາວ ຖືກກັກຂັງ ແລະ ບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ.

ກ່ຽວກັບ ເຣຶ່ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ພັນຕໍາຣວດ ເອກ ວໍຣະພົງ ທອງໄພບູນ ຮອງ ຜູ້ ບັນຊາການ ຕໍາຣວດ ປາບປາມ ການ ຄ້າມະນຸດ ຂອງໄທ ແລະ ໄດ້ຮັບ ຄໍາຕອບວ່າ ຫລ້າ ສຸດ ທາງ ເຈົ້າໜ້າທີ່ ໄດ້ ຄັດແຍກ ຍິງສາວລາວ ຈໍານວນ ດັ່ງກ່າວ ນັ້ນແລ້ວ ແຕ່ຍັງ ບໍ່ຮູ້ວ່າ ແຕ່ລະຄົນ ມາຈາກ ແຂວງໃດ ຂອງລາວ ແລະ ປະກົດວ່າ ມີ 12 ຄົນ ທີ່ ຮັບວ່າຕົນ ເປັນ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ. ເຈົ້າໜ້າທີ່ ໄທ ກ່າວວ່າ:

"ຕອນນີ້ເຮົາ ຄັດແຍກ ແມ່ຍິງ ນັ້ນແລ້ວ ເປັນຜູ້ເສັຽຫາຍ ໃນເຣຶ່ອງ ການ ຄ້າມະນຸດ 12 ຄົນ, ຖືກບັງຄັບ ແລະ ຍອມຮັບວ່າ ມີການຂາຍ ບໍຣິການ ທາງເພດ 12 ຄົນ. ສ່ວນທີ່ເຫລືອ ຂະເຈົ້າ ຍັງບໍ່ໃຫ້ ຂໍ້ມູນ ຄວາມເປັນຈິງ, ຍັງຕົກໃຈ, ຍັງຢ້ານຢູ່".

ທ່ານກ່າວ ອີກວ່າ ຈາກ ການສັງເກດ ລັກສນະ ທ່າທາງ ຂອງ ຍິງສາວລາວ ທີ່ ຍັງບໍ່ໃຫ້ ຂໍ້ມູນ ນັ້ນ ອາດເປັນ ໄປໄດ້ວ່າ ຖືກນາຍຈ້າງ ຂົ່ມຂູ່ ບໍ່ໃຫ້ບອກ ເຈົ້າໜ້າທີ່ຮູ້. ໃນຂນະນີ້ ເຈົ້າຂອງຮ້ານ ຄາຣາໂອເກະ ທັງ 4 ແຫ່ງ ນັ້ນ ຖືກຄວບຄຸມ ຕົວ ມາສອບສວນ ເພື່ອດໍາເນີນ ຄະດີ ຕາມ ກົດໝາຍ ແລ້ວ. ສ່ວນ ຍິງສາວລາວ ກໍຈະຖືກ ສອບສວນ ທຸກຄົນ. ຫາກ ພົບວ່າ ຄົນໃດ ເປັນ ຜູ້ເຄາະຮ້າຍ ຈາກການ ຄ້າ ມະນຸດ ກໍຈະຖືກ ນໍາຕົວໄປ ປິ່ນປົວ ສະພາບ ຈິດໃຈ ຢູ່ບ້ານ ເກດຕຣະການ ທີ່ ແຂວງ ນົນທະບູຣີ. ສໍາລັບ ຜູ້ທີ່ ບໍ່ຕົກເປັນ ຜູ້ ເຄາະຮ້າຍ ກໍຈະຖືກ ສົ່ງກັບ ປະເທສ ລາວ.

ທາງຝ່າຍ ເຈົ້າໜ້າທີ່ ກ່ຽວຂ້ອງ ຈະສືບສວນ ຫາແຫລ່ງ ທີ່ມາ ຂອງ ຂະບວນການ ຕົວະຍົວະ ແມ່ຍິງລາວ ມາຂາຍ ບໍຣິການ ທາງເພດ ຢູ່ໄທ ຊຶ່ງເປັນ ບັນຫາ ຊໍາເຮື້ອ ນັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.