ແມ່ຍິງລາວຈາກຈີນ 4 ຄົນ ຕົກໃນ ເຄືອຂ່າຍ ຄ້າມະນຸດ
2019.11.04
ແມ່ຍິງລາວ ທີ່ຖືກຊ່ອຍມາໄດ້ຈາກ ຈີນ 4 ຄົນ ຢູ່ແຂວງຈໍາປາສັກ ນັ້ນ ເຂົ້າໃນເຄືອຂ່າຍ ການຄ້າມະນຸດ ຍ້ອນວ່າ ຖືກຄົນຈີນກັກຂັງ ໜ່ວງໜ່ຽວ ບໍ່ໃຫ້ຕິດຕໍ່ຫາຍາດພີ່ນ້ອງ ແລະມີການທໍາຮ້າຍຮ່າງກາຍນໍາດ້ວຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ວຽກງານ ຕໍ່ຕ້ານການ ຄ້າມະນຸດ ແຂວງຈໍາປາສັກ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ພຶສຈິກາ ນີ້:
“ໄປພຸ້ນແລ້ວຖືກບັງຄັບ ຫຼືວ່າເປັນທາດເຂົາຫັ້ນແຫຼະເນາະ ທໍາຮ້າຍຮ່າງກາຍກະຕີຫັ້ນແຫຼ້ວ ແລ້ວກະຮັບໃຊ້ໃນຄອບຄົວຫັ້ນແຫຼະ ມີກັກຂັງ ບໍ່ໃຫ້ອອກໃຫ້ເຂົ້າ ບໍ່ໃຫ້ຮູ້ພາຍນອກນິແຫຼະ ໃຫ້ຢູ່ແຕ່ໃນເຮືອນໃນຊານ ແລ້ວກະບໍ່ພົວພັນ ຫາຄອບຄົວ.”
ທ່ານກ່າວຕື່ມວ່າ ແມ່ຍິງທັງ 4 ຄົນ ຖືກຊ່ອຍເຫຼືອມາໄດ້ ປະມານ 2 ເດືອນແລ້ວ ແລະຢູ່ຄົນລະເມືອງ ຄືເມືອງບາຈຽງ, ປາກຊ່ອງ, ສຸຂຸມມາ ແລະເມືອງຊະນະສົມບູນ ພວກເຂົາເຈົ້າ ຖືກນາຍໜ້າຄົນລາວ ຕົວະໃຫ້ແຕ່ງດອງກັບຄົນຈີນ ໂດຍຈ່າຍຄ່າດອງໃຫ້ ກັບພໍ່ແມ່ ຈາກນັ້ນ ກໍພາແມ່ຍິງແລ່ນເອກກະສານ ໄປຢູ່ຈີນ ໃນຖານະເມັຽ:
“ຄົນຢູ່ແຂວງຈໍາປາສັກເຮົານິ່ເນາະ ຕົກລົງກັນໄວ້ ນາຍໜ້າ ແຫລະຮອດບ້ານ ຮອດເຮືອນເນາະ ມາຕົວະຍົວະເອົາໄປ ເປັນເມັຽຫັ້ນແຫຼະ ກັບຄົນຕ່າງປະເທດ ກັບຈີນຫັ້ນແຫຼະເນາະ ແຕ່ງງານ ແບບວ່່າບໍ່ໄດ້ມັກຮັກກັນນິແຫຼະເນາະ ເຂົາກໍເອົາໄປ.”
ເຈົ້າໜ້າທີ່ທ່ານນີ້ ກ່າວເພີ້ມວ່າ ບໍ່ຮູ້ວ່າ ແມ່ຍິງດັ່ງກ່າວນີ້ ພາກັນໜີມາໄດ້ແນວໃດ ປກສ ເປັນຜູ້ສອບສວນ ຮູ້ແຕ່ວ່າ ທາງສະຖານທູດຈີນ ເປັນຄົນສົ່ງແມ່ຍິງ 4 ຄົນ ດັ່ງກ່າວ ມາຫາສູນກາງແມ່ຍິງລາວ ແລະເຈົ້າໜ້າທີ່ ປກສ ກ່ຽວຂ້ອງ ຈາກນັ້ນທາງການ ໄດ້ປະສານຫາ ໜ່ວຍງານປົກປ້ອງການຄ້າມະນຸດ ແຂວງຈໍາປາສັກ ໃຫ້ໄປຮັບໂຕ ແມ່ຍິງທັງ 4 ຄົນນັ້ນ ເພື່ອສົ່ງກັບບ້ານຫາຄອບຄົວ ຂອງເຂົາເຈົ້າ.
ປັດຈຸບັນ ແມ່ຍິງທັງ 4 ຄົນ ໄດ້ເຮັດໄຮ່ເຮັດນາ ຢູ່ກັບຄອບຄົວ ໂດຍມີອໍານາດການປົກຄອງບ້ານ ຊ່ອຍດູແລເບິ່ງແຍງ ເຈົ້າໜ້າທີ່ເຊື່ອວ່າ ຍັງມີແມ່ຍິງ ທີ່ຖືກຕົວະຍົວະໄປຈີນ ອີກຈໍານວນຫຼາຍ ແຕ່ຍັງບໍ່ຮູ້ໂຕເລຂ ທີ່ແນ່ນອນ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຈໍາປາສັກ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 29 ຕຸລາ ຜ່ານມາ ວ່າ:
ປີນີ້ ຖືວ່າເຮົາກະໄດ້ຊ່ອຍເຫຼືອເດັກນ້ອຍ ທີ່ໄດ້ຖືກເຄາະຮ້າຍ ມາຢູ່ ສາມ, ສີ່, ຄົນ ມັນມີລັກສນະ ແບບວ່າ ມີນາຍໜ້າມາຫາ ຄືມີ ຄົນລາວເຮົາບໍ ຈັ່ງຊີ້ ສາມາດເວົ້າຈີນໄດ້ ກໍມາລົມວ່າ ຢາກໄດ້ຜົວຈີນບໍ ອິຫຍັງຊັ້ນເນາະ ຂະເຈົ້າກໍມາແຕ່ງງານ ເອົາກັບ ພໍ່ກັບແມ່ ແລ້ວກໍພາໄປຈີນ.