ຍິງລາວຈະໃຫ້ການຄະດີ ຄ້າມະນຸດ

ສິດນີ
2015.09.06
f-ht ແມ່ຍິງທົ່ວທຸກແຫ່ງຫົນ ຂໍຝາກຂໍ້ຄວາມ ອັນແຮງກ້າ ນີ້ວ່າ "ຢຸດຕິການກົດຂີ່ຂູດຮີດ" ຢຸດຕິການຄ້າມະນຸສ
US Ambassador to laos.tumblr.com

ເຈົ້າຫນ້າທີ່ ຕຳຣວດ ທີ່ ເມືອງສວີ ແຂວງ ຊຸມພອນ ທ່ານນຶ່ງ ໄດ້ ກ່າວເຖີງ ຄວາມ ຄືບຫນ້າ ກ່ຽວກັບ ກໍຣະນີ ຍິງສາວລາວ ທີ່ ຖືກຊ່ອຍ ອອກຈາກ ການ ຄ້າມະນຸດ, ໃນ ສະຖານທີ່ ບັນເທີງ ແຫ່ງນຶ່ງ ທີ່ ແຂວງ ຊຸມພອນ ວ່າ ແມ່ຍີງລາວ 3 ຄົນ ໃນນັ້ນ, ເຂົ້າໃນ ເຄື່ອຂ່າຍ ການ ຄ້າມະນຸດ. ເວລານີ້ ຢູ່ໃນການ ຄຸ້ມຄອງ ຂອງ ສຳນັກງານ ພັທນາ ສັງຄົມ ແລະ ຄວາມ ຫມັ້ນຄົງ ຂອງ ມະນຸດ ທີ່ ແຂວງ ສຸຣາຊທານີ ແລ້ວ, ແລະ ມີ ຍີງສາວລາວ ອີກຄົນນຶ່ງ ທີ່ ເປັນ ພັລຍາ ຂອງ ເຈົ້າຂອງ ຮ້ານ ຄາຣາໂອະເກະ ນັ້ນ, ຖືກ ແຈ້ງຄວາມ ວ່າ ມີການ ຮ່ວມມື ຄ້າມະນຸດ ກັບ ເຈົ້າຂອງ ຮ້ານ ຄົນໄທ ອີກ 3 ຄົນ. ດັ່ງ ທານກ່າວ ວ່າ:

"ຄ້າມະນຸດ ມີຜູ້ ຕ້ອງຫາ 4 ຄົນ, ຄົນລາວ ຄົນດຽວ ທີ່ເປັນ ພັລຍາ ຂອງ ຄົນໄທ ຜູ້ ເສັຽຫາຍ ສາມຄົນ ເປັນ ເດັກນ້ອຍ ຕອນນີ້ ຍັງຢູ່ໃນ ຣະຫວ່າງ ການ ສອບສວນ ຢູ່".

ທ່ານວ່າ ການ ດຳເນີນ ຄະດີ ດັ່ງກ່າວ ເປັນຜົລ ມາຈາກ ການບຸກເຂົ້າ ໄປ ກວດຄົ້ນ ຮ້ານ ຄາຣາໂອເກະ ແຫ່ງນຶ່ງ ທີ່ ແຂວງ ຊຸມພອນ ໃນ ວັນທີ 27 ສິງຫາ ຜ່ານມາ ຕຳຣວດໄດ້ ຈັບແມ່ຍິງ ລາວ 24 ຄົນ, ແລະ ໄດ້ ສອບສວນ ຮູ້ວ່າ ສາມຄົນ ໃນນັ້ນ ເຂົ້າໃນ ເຄື່ອຂ່າຍ ການ ຄ້າມະນຸດ ສ່ວນ ແມ່ຍິງ ທີ່ ເຫລືອ ຈະຖືກ ດຳເນີນ ຄະດີ ໃນຂໍ້ຫາ ເຂົ້າ ປະເທດ ແບບ ຜິດ ກົດຫມາຍ ແລະ ເຮັດວຽກ ໃນໄທ ແບບ ບໍ່ໄດ້ ຮັບ ອະນຸຍາດ ແລະ 5 ຄົນ ໃນນັ້ນ ຖືກ ສົ່ງກັບ ລາວ ແລ້ວ ຫລັງຈາກ,  ສອບສວນ. ທ່ານ ກ່າວ ເພີ້ມວ່າ:

"ຖືກ ສົ່ງກັບໄປ ລາວ ປາກົດວ່າ ປະມານ 5 ຄົນ ສ່ວນເຫລືອຢູ່ ຣະຫວ່າງ ການ ດຳເນີນ ຄະດີ ເພາະວ່າ ມັນເປັນ ໂທດ ບາງຣາຍ ບໍ່ມີໃບ ອະນຸຍາດ ຂໍ້ຫາ ຫລັກ ທີ່ ຖືກກັກ ກໍແມ່ນ ມົ້ວສຸມ ແລະ ເຮັດວຽກ ໂດຍ ບໍ່ມີໃບ ອະນຸຍາດ",

ຈາກການ ສອບສວນ ພົບວ່າ ແມ່ຍີງລາວ ກຸ່ມ ດັ່ງກ່າວ ມາຈາກ ແຂວງ ສວັນນະເຂດ ແລະ ວຽງຈັນ ເຂົ້າມາ ທາງ ຫນອງຄາຍ ແບບ ຜິດ ກົດຫມາຍ ພວກຂະເຈົ້າ ມາເຮັດວຽກ ໃນໄທ 2-3 ປີ ແລ້ວ. ສຳລັບ ການ ສືບສວນ ຄະດີ ທາງການ ຕຳຣວດ ຈະໃຊ້ ເວລາ ບໍ່ກາຍ ສອງເດືອນ ເພື່ອ ຮວບຮວມ ຫລັກຖານ ສົ່ງຟ້ອງ ສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.