ແມ່ຍິງລາວຫຼົບໜີຜົວຈີນ ກັບມາ ມ.ສິງ
2018.04.09
ແມ່ຍິງເມືອງສິງແຂວງຫຼວງນ້ຳທາ ນາງນຶ່ງ ທີ່ໄປຢູ່ຈີນ ນຳສາມີ ທີ່ປະເທດຈີນ ໂດຍໄດ້ມາແຕ່ງດອງ ເອົາໄປເມື່ອ 3 ປີກ່ອນ ແລະສັນຍາ ວ່າຈະເປັນສາມີທີ່ດີ ແຕ່ເມື່ອໄປແລ້ວ ກໍບໍ່ເປັນຄືດັ່ງ ຄິດໄວ້ນັ້ນ ໄດ້ຖືກຊ່ວຍໃຫ້ກັບມາຫາຄອບຄົວແລ້ວ ເມື່ອຕົ້ນປີ 2018 ນີ້. ເວລາໄປ ຢູ່ຈີນນໍາສາມີ ນັ້ນເມື່ອໃດ ສາມີບໍ່ພໍໃຈ ກໍບັງຄັບຕົບຕີນາງ, ກັກຂັງ ບໍ່ໃຫ້ໄປໃສ, ໃຫ້ຢູ່ແຕ່ໃນເຮືອນ.
ການທີ່ນາງຕົກລົງປົງໃຈ ແຕ່ງດອງກັບຄົນຈີນ ແລະໄປຢູ່ນຳເຂົານັ້ນ ແມ່ນຍ້ອນຄວາມທຸກຍາກ ຂອງຄອບຄົວ ແລະກໍຫວັງພຽງຢາກໃຫ້ ຄອບຄົວມີຊີວິດ ການເປັນຢູ່ດີຂື້ນ. ຕາມຄໍາເວົ້າຂອງນາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ເມສາ 2018 ນີ້ວ່າ:
“ທີ່ແຕ່ງງານກັບຄົນຈີນນັ້ນ ກະຍ້ອນວ່າຢາກໃຫ້ຖານະຄອບຄົວ ມີຢູ່ມີກິນ ເງິນຄ່າສິນສອດ ທີ່ເຂົາມາແຕ່ງ ກະປະມານ 3 ໝື່ນຢັວນ ທຽບໃສ່ເງີນເຮົາກະ ປະມານ 40 ກວ່າລ້ານນີ້ແຫລະ ໄປຢູ່ນຳເຂົາໄດ້ 3 ປີ ນີ້ແຫລະ ເຂົາບໍ່ໃຫ້ອອກໄປໃສເລີຍ ໃຫ້ຢູ່ແຕ່ໃນ ເຮືອນ ຄັນຖ້າວ່າເຮົາ ເຮັດບໍ່ຖືກໃຈເຂົາ ເຂົາກະຕີ ແລະກະຂັງໄວ້ໃນຫ້ອງ.”
ແຕ່ໃນທີ່ສຸດນາງກໍໂຊກດີ ພາຍຫລັງທີ່ ສາມີພາໄປຕລາດ ເມື່ອເດືອນກໍຣະກະດາ ປີ 2017 ຊຶ່ງເປັນເວລາ ທີ່ນາງໄດ້ສວຍໂອກາດ ຫຼົບໜີ ຈາກສາມີ ແລະໄປຂໍຄວາມຊ່ວຍເຫລືອ ຈາກເຈົ້າໜ້າທີ່ ຕຳຣວດຈີນ ເພື່ອຂໍໃຫ້ຊ່ວຍ ໄດ້ກັບຄືນບ້ານທີ່ຫລວງນ້ຳທາ ແລະເຈົ້າໜ້າທີ່ ຈີນ ໄດ້ສົ່ງມອບນາງ ໃຫ້ເຈົ້າໜ້າທີ່ລາວ ໃນຕົ້ນປີ 2018 ນີ້ ທີ່ດ່ານຊາຍແດນປາງໄຮ.
ນາງກ່າວຕື່ມອີກວ່າ ກ່ອນຈະແຕ່ງດອງ ໄປຢູ່ນຳສາມີ; ສາມີໄດ້ໃຫ້ສັນຍາກັບພໍ່ແມ່ ຂອງນາງວ່າຈະເບິ່ງແຍງເປັນຢ່າງດີ. ແຕ່ຫລັງຈາກ ໄປຢູ່ນຳເຂົາແລ້ວ ເຂົາກໍໃຊ້ຄືກັນ ກັບນາງເປັນຂ້າທາດ, ບໍ່ໄດ້ອອກຈາກເຮືອນເລີຍ. ນາງໄດ້ໃຊ້ຊີວິດ ທີ່ທໍຣະມານ ເປັນເວລາ 3 ປີ ກ່ອນທີ່ຈະມີໂອກາດ ໜີອອກຈາກເຮືອນ ຂອງຜູ້ເປັນສາມີນັ້ນໄດ້.
ຕາມຄໍາເວົ້າຂອງເຈົ້າໜ້າທີ່ລາວທ່ານນຶ່ງ, ເມືອງສິງ ເປັນເມືອງນື່ງ ທີ່ມີຫລາຍຊົນເຜົ່າ ແລະຊົນເຜົ່າ ທີ່ມັກແຕ່ງດອງ ກັບຄົນຈີນ ຢູ່ລາວ ແລະໄປແຕ່ງດອງກັບຄົນຈີນ ຢູ່ຈີນນັ້ນ ສ່ວນຫລາຍແມ່ນຊົນເຜົ່າອາຄາ, ຊົນເຜົ່າມົ້ງ ແລະ ຊົນເຜົ່າຂະມຸ.