ຕໍາຣວດໄທເຂົ້າຊ່ອຍເຫຼືອ ຄົນງານ ຖືກກົດຂີ່ ແບບຂ້າທາດ

ມະນີຈັນ
2018.02.23
F-workers ວັນທີ 16 ກຸມພາ 2018 ເວລາບ່າຍ 12 ໂມງ ເຈົ້າໜ້າທີ່ ທາງການໄທ ແລະ ມູລນິທິເຄືອຂ່າຍ ສົ່ງເສີມຄຸນນະພາບ ຊີວິດແຮງງານ ຫລື LPN ເຂົ້າກວດຄົ້ນໂຮງງານນໍ້າກ້ອນ ແຂວງນົນທະບູຣີ ແລະໄດ້ຊ່ວຍ ຄົນງານລາວ 6 ຄົນ ແລະຄົນງານ ກັມພູຊາ 13 ຄົນ
RFA

ເມື່ອວັນທີ 16 ກຸມພາ 2018 ນີ້ເວລາບ່າຍ 12 ໂມງ ເຈົ້າໜ້າທີ່ທາງການໄທ ແລະມູລນິທິເຄືອຂ່າຍ ສົ່ງເສີມຄຸນນະພາບຊີວິດ ແຮງງານ ຫລື LPN ເຂົ້າກວດຄົ້ນໂຮງງານນໍ້າກ້ອນ ແຫ່ງນຶ່ງໃນແຂວງ ນົນທະບູຣີ ທີ່ຕັ້ງຢູ່ຕິດກັບ ບາງກອກ ແລະໄດ້ຊ່ວຍ ຄົນງານລາວ 6 ຄົນ ແລະ ຄົນງານກັມພູຊາ 13 ຄົນອອກມາໄດ້.

ຄົນງານທັງໝົດ ຖືກບັງຄັບໃຫ້ເຮັດວຽກໜັກ ຕັ້ງແຕ່ 5 ໂມງເຊົ້າເຖິງ 5 ໂມງແລງທຸກມື້ ໂດຍໄດ້ຮັບຄ່າແຮງງານ ໜ້ອຍຄືຫລຸດ 300 ບາດຕໍ່ມື້ຕໍ່ຄົນ ຕາມທີ່ກົດໝາຍກໍານົດ. ຄືໄດ້ຣະຫວ່າງ 220 ບາດຫາ 250 ບາດສໍາລັບ ຜູ້ຊາຍແລະ 150 ບາດ ຫາ 170 ບາດ ສໍາລັບແມ່ຍິງ ແລະທັງຖືກກັກຂັງ ບໍ່ໃຫ້ອອກນອກເຂດ ໂຮງງານນັ້ນໄປ ໂດຍມີຍາມຄົນນຶ່ງ ຖືມີດຍາວ ກວດກາ ຂົ່ມຂູ່ຕລອດເວລາ. ຕາມຣາຍງານຂອງນັກຂ່າວ RFA ຊຶ່ງເປັນນຶ່ງໃນທີມ ເຂົ້າກວດຄົ້ນຄັ້ງນີ້.

ໃນຈໍານວນຄົນງານລາວ ທັງໝົດ 6 ຄົນນັ້ນ ມີຜູ້ຊາຍ 4 ຄົນ ຊຶ່ງໃນນັ້ນ 3 ຄົນ ອາຍຸບໍ່ຮອດ 17 ປີ ແລະອີກຜູ້ນຶ່ງອາຍຸ 30 ປາຍປີ ຈາກເມືອງ ບາຈຽງຈະເລີນສຸກ ແຂວງຈໍາປາສັກ ທັງໝົດ ມາເຮັດວຽກຢູ່ໄທ ໄດ້ 7 ເດືອນແລ້ວ. ແລະອີກ 2 ຄົນ ເປັນແມ່ຍິງ ປັດຈຸບັນ ອາຍຸ 18 ປີ ຈາກເມືອງ ແລະແຂວງສາລະວັນ, ຖືກນາຍໜ້າຄົນລາວ ຕົວະຕົ້ມມາແຕ່ອາຍຸ 16 ປີ ໂດຍບອກວ່າຈະໄດ້ເຮັດວຽກ ເປັນ ແມ່ບ້ານ ຊຶ່ງພວກນາງກໍຫລົງເຊື່ອ ແຕ່ໃນທີ່ສຸດ ໄດ້ມາເຮັດວຽກຢູ່ໂຮງງານນີ້ໄດ້ 2 ປີແລ້ວ. ດັ່ງທີ່ນາງເວົ້າຕໍ່ RFA ວ່າ:

"ເຂົາກະວ່າເຮັດວຽກ ຢູ່ນີ້ມັນສິດີ ກະເລີຍມາ ມາແລ້ວມັນບໍ່ເປັນແບບນັ້ນ ກະເລີຍຖືກຄົນບໍ່ດີ ຄັ້ງແລກທໍາງານບ້ານ ໄດ້ເງິນເດືອນ 6 ພັນ ຢູ່ນໍາກັນ 2 ຄົນ."

ໃນການໃຫ້ສັມພາດ ຕໍ່ເຈົ້າໜ້າທີ່ ແມ່ຍິງລາວຄົນນຶ່ງ ເວົ້າວ່າຕົນພ້ອມທີ່ຈະກັບຄືນລາວ ຫາກທາງການເພິ່ນໃຫ້ກັບ ຄັນເພິ່ນໃຫ້ຢູ່ກໍດີ ເພາະ ຢາກຫາເງິນ ຝາກໃຫ້ແມ່ທີ່ຢູ່ທາງ ເມືອງລາວ ຍ້ອນຜູ້ເປັນແມ່ ຍັງຕິດໜີ້ຢູ່. ພ້ອມດຽວກັນ ນາງກໍໄດ້ທົບທວນສູ່ຟັງ ຕອນທີ່ນາງຖືກນາຍໜ້າ ຄົນລາວ ຕົວະຍົວະໃຫ້ນາງຕັດສິນໃຈ ຂ້າມມາເຮັດວຽກທີ່ປະເທດໄທ ເມື່ອ 2 ປີກ່ອນ ຊຶ່ງຕອນນັ້ນ ນາງ ມີອາຍຸ 16 ປີ ວ່າ ມີຄົນລາວ ນໍາກັນປະມານ 40-50 ຄົນ ລົງຂີ່ເຮືອຫລາຍລໍາ ຂ້າມແມ່ນໍ້າຂອງ ໄປຂຶ້ນຝັ່ງເຂດໃດ ຂອງໄທ ບໍ່ຮູ້ຄັນ ບໍ່ແນ່ໃຈ ແຕ່ຄົງເປັນເຂດອຸບົນ. ພໍຂຶ້ນຝັ່ງໄປ ກໍມີຣົດກະບະ ມຸງຫລັງຄາທາງຫລັງ 3-4 ຄັນ ມາຈອດລໍຖ້າ, ພາກັນນັ່ງແຫຍ້ ກັນມາ ແລະວ່າ ຣົດຈອດໃຫ້ລົງນໍາທາງ ເປັນຍ່ານໆ ຊຶ່ງນາງສັງເກດວ່າ ບໍ່ມີເຈົ້າໜ້າທີ່ ຢຸດຣົດກວດໃດໆ.

ສຸດທ້າຍຣົດກໍມາຈອດ ຢູ່ໂຮງງານນໍ້າກ້ອນແຫ່ງນີ້ ເພື່ອໃຫ້ນາງ ແລະໝູ່ທີ່ມານໍາກັນລົງ. ນາງເວົ້າວ່ານາຍໜ້າຄົນໄທ ທີ່ພາພວກນາງ ມາສົ່ງນັ້ນ ຮັບເງິນຈາກນາຍຈ້າງໄປ 2500 ບາດ ເປັນຄ່າເດີນທາງ ຂອງແຕ່ລະຄົນ ຊຶ່ງນາຍຈ້າງ ຕ້ອງຫັກເອົາຈາກ ເງິນເດືອນ ທີ່ວ່າ ໄດ້ຮັບເດືອນນຶ່ງ 6 ພັນບາດ ນັ້ນໄປ ແຕ່ເດືອນທໍາອິດ ພຸ້ນໂລດ. ໝາຍຄວາມວ່າ ນາງຕິດໜີ້ໄປໂດຍບໍ່ຮູ້ຕົວເລີຍ. ພ້ອມດຽວກັນນັ້ນ ຜູ້ຊາຍທີ່ເປັນຄົນງານ ຊຶ່ງມາຈາກແຂວງ ຈໍາປາສັກ ກໍເວົ້າຕໍ່ RFA ວ່າພວກເຂົາເຈົ້າ ກໍມາເຮັດວຽກ ຢູ່ບ່ອນດຽວກັນນີ້ ໄດ້ 7 ເດືອນແລ້ວ ໂດຍມີນາຍໜ້າພາມາເຊັ່ນດຽວກັນ.

ການເຂົ້າກວດຄົ້ນໂຮງງານນັ້ນ ເຈົ້າໜ້າທີ່ໄດ້ສັງເກດເຫັນວ່າ ມີການຕິດຕັ້ງກ້ອງ ວົງຈອນປິດ ຮອບດ້ານບໍຣິເວນ ທາງເຂົ້າຫ້ອງພັກ ຄົນງານ ແລະອ້ອມຮົ້ວເຫລັກ ປ້ອງກັນບໍ່ໃຫ້ຄົນງານ ລັກໜີອອກໄປໄດ້. ນອກນັ້ນ ເຈົ້າໜ້າທີ່ຍັງຄົ້ນພົບ ມີດຍາວເຫຼັ້ມທີ່ ນາຍຈ້າງເອົາໃຫ້ລູກນ້ອງ ຂອງຕົນຄົນນຶ່ງ ຖືໄວ້ເພື່ອນາບຂູ່ຄົນງານ ຊຶ່ງເຂົາກໍໄດ້ໃຫ້ການ ຍອມຮັບຕໍ່ເຈົ້າໜ້າທີ່ ວ່າເປັນຄວາມຈິງ:

"ເວລາເຂົ້າໄປ ເຂົາຈະເໜັບມິີດ ໄວ້ຂີ້ແຮ້ ແລະມືນຶ່ງຈະຖືໂທຣະສັບ ລະກະເປີດປະຕູ ເຂົ້າໄປເບິ່ງ ຄົນງານ."

ຄົນງານທັງໝົດ ທີ່ຖືກຊ່ວຍໃຫ້ພົ້ນຈາກສະພາບ ທີ່ຖືກບັງຄັບເຮັດວຽກໜັກເກີນເວລາ ແລະໄດ້ຮັບຄ່າຈ້າງຕໍ່າກວ່າ ທີ່ກົດໝາຍກໍານົດໄວ້ ນັ້ນ ຖືກເຈົ້າໜ້າທີ່ໄທ ສັມພາດເປັນຣາຍບຸກຄົນ ແລະບັນທຶກຣາຍຊື່ ຄົນງານທັງໝົດໄວ້ ກ່ອນທີ່ຖືກນໍາສົ່ງໄປ ຢູ່ໃນຄວາມຄຸ້ມຄອງ ຂອງສູນ ຣັຖບານໄທ ໃນເຂດໃກ້ຄຽງ ເພື່ອຟື້ນຟູສະພາບຈິດໃຈ ແລະຮ່າງກາຍ ຊຶ່ງທາງເຈົ້າໜ້າທີ່ໄທ ກໍຢູ່ຣະຫວ່າງການພິຈາຣະນາ ຄັດຜູ້ທີ່ຕົກຢູ່ ໃນກໍຣະນີ ຖືກຄ້າມະນຸດ ຊຶ່ງທ່ານ ສມັກ ທັບທານີ ຜູ້ອໍານວຍການຝ່າຍປາບປາມ ການຄ້າມະນຸດ ມູລນິທິເຄືອຂ່າຍສົ່ງເສີມ ຄຸນນະພາບ ຊີວິດແຮງງານ ກ່າວຕໍ່ RFA ວ່າ:

"ກະຊວງການພັທນາສັງຄົມ ແລະຄວາມໝັ້ນຄົງຂອງມະນຸດ ລະພະນັກງານສອບສວນ ກະກໍາລັງທໍາການຄັດແຍກ ວ່າຜູ້ໃດ ຕົກເຂົ້າຂ່າຍ ການຄ້າມະນຸດ ຊຶ່ງອາດສິຕ້ອງລໍຜົລ ໃນການສລຸບອີກເທື່ອນຶ່ງ ວ່າຜູ້ໃດສິເປັນຜູ້ເສັຽຫາຍ ຫລືວ່າຖືກຣະເມີດຈັ່ງໃດ. ອັນນີ້ທາງເຈົ້າໜ້າທີ່ສິໄດ້ ທໍາການສລຸບອີກເທື່ອນຶ່ງ ໃນລະຍະຕໍ່ໄປ ຕອນນີ້ກະປະກົດກຸ່ມສ່ຽງ ທີ່ຈໍາກັດພື້ນທີ່ ລະກະເຣື່ອງ ຂອງທີ່ພັກ."

ການເຂົ້າກວດຄົ້ນໂຮງງານນໍ້າກ້ອນ ທີ່ແຂວງນົນທະບູຣີ ຄັ້ງນີ້ມີຂຶ້ນພາຍຫລັງຄົນງານ ກັມພູຊາຜູ້ນຶ່ງ ສາມາດລັກໜີອອກມາໄດ້ ແລະໄປແຈ້ງໃຫ້ເຈົ້າໜ້າທີ່ຕໍາຣວດ ແຂວງນົນທະບູຣີ ຊາບ.

ເຈົ້າໜ້າທີ່ໄທ ສອບປາກຄໍາຄົນງານທັງໝົດ ເພື່ອເກັບຂໍ້ມູນ ແລະຫລັກຖານ ເພື່ອດໍາເນີນຄະດີ ກັບນາຍຈ້າງ ທີ່ປະຕິເສດ ທຸກຂໍ້ກ່າວຫາ ແລະວ່າພ້ອມຈະສູ້ຄະດີ.

ມີຂ່າວວ່າທາງແຂວງສາລະວັນ ພາກໃຕ້ຂອງລາວ ກໍປາກົດວ່າ ກຽມໃຫ້ການຊ່ວຍເຫລືອ ແມ່ຍິງລາວ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ແລະຖືກບັງຄັບ ເຮັດວຽກໜັກ ໃນໂຮງງານນໍ້າກ້ອນ ນັ້ນແລ້ວ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ແຂວງສາລະວັນ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 20 ກຸມພານີ້ວ່າ:

"ສະຖານທູດ ສູນແຮງງານເຮົາຢູ່ບາງກອກ ເພິ່ນເປັນຜູ້ປະສານຫັ້ນນະ ເຈົ້າໜ້າທີ່ລາວ ກັບເຈົ້າໜ້າທີ່ໄທ ກໍສົມທົບກັນ ເຮົາກໍດໍາເນີນຢູ່ ຜູ້ທີ່ເຄາະຮ້າຍ ກໍສິມີຣົດ ຮັບ-ສົ່ງມານະ ພາກັນມາແລ້ວເຮົາຈະຝຶກ ອົບຮົມໃຫ້ ສອນວິຊາຊີບໃຫ້ ໂດຍພາກສ່ວນ ແຮງງານເຮົາ ຈະຊ່ວຍເຫລືອ ຈະຊ່ວຍຝຶກວິຊາຊີບໃຫ້ ແລ້ວກໍຊອກວຽກໃຫ້ເພິ່ນເຮັດ."

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຣວດແລະ ເຈົ້າໜ້າທີ່ກະຊວງແຮງງານໄທ ກໍໄດ້ຕັ້ງຂໍ້ກ່າວຫາເບື້ອງຕົ້ນ ຕໍ່ນາຍຈ້າງ 6 ຂໍ້ ຄື:

1. ບັງຄັບໃຊ້ງານໜັກ ເກີນເວລາກົດໝາຍກໍານົດ;

2. ຂົ່ມຂູ່ລູກຈ້າງໂດຍໃຊ້ມີດ ເປັນອາວຸດ;

3. ໃຊ້ແຮງງານຕ່າງດ້າວ ຜິດກົດໝາຍ;

4. ຈ່າຍຄ່າແຮງງານ ຕໍ່າກວ່າກົດໝາຍແຮງງານ ກໍານົດ;

5. ກັກບໍຣິເວນຄົນງານ ບໍ່ໃຫ້ອອກຈາກໂຮງງານ ຫລືກັກຂັງໜ່ວງໜ່ຽວ

ແລະ 6. ໃຫ້ທີ່ພັກເຊົາແກ່ຄົນງານຜິດກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.