ໄທ ຕິດຕາມກຸ່ມໄຊຊະນະ

ອຸ່ນແກ້ວ ສຸກສະຫວັນ
2017.02.15
F-Xaysana ທ້າວ ໄຊຊະນະ ແກ້ວພິມພາ (ໃສ່ແວ່ນຕາ) ຜູ້ຕ້ອງຫາ ຄ້າຢາເສພຕິດ ຣາຍໃຫຍ່
RFA/NY

ໃນວັນທີ 14 ກຸມພາ ທ່ານ ສົມໝາຍ ກອງວິໄສສຸກ ຜູ້ບັນຊາການ ຕຳຣວດ ປາບປາມ ຢາເສບຕິດ ຂອງໄທ ໄດ້ເປີດເຜີຍ ເຖິງຄວາມ ຄືບໜ້າຄະດີ ຍຶດຣົດຫລູ ຂອງທ້າວ ອັກຄະຣະກິດ ວໍຣະໂຣດ ຈະເຣີນເດດ ຫລື ເບນສ ເຣສຊິ້ງ ທີ່ເປັນເຈົ້າຂອງ ຣົດຫລູຍີ່ຫໍ້ ຣັມໂບກິນີ ມາສອບປາກຄຳ ເປັນຄັ້ງທີສອງ.

ສາເຫດກໍຍ້ອນວ່າ ການໃຫ້ປາກຄຳ ແລະ ພິຍານຫລັກຖານ ໃນເບື້ອງຕົ້ນ ຍັງບໍ່ກົງກັບ ການໃຫ້ປາກຄຳ ຂອງ ທ້າວ ນາກຄຳ ຫລື ບອຍ ຜູ້ທີ່ຖືກຈັບ ໃນຂໍ້ຫາວ່າ ເປັນເຄືອຂ່າຍ ຂອງ ທ້າວໄຊຊະນະ, ແຕ່ເຈົ້າໜ້າທີ່ ພັດສືບຮູ້ວ່າ ທ້າວ ເບນສ ເອົາເງິນຂອງ ບອຍ ມາຊື້ຣົດ.

ເຈົ້າໜ້າທີ່ຕຳຣວດ ໃຫ້ເຫດຜົນວ່າ ທ້າວ ເບນສ ເຣສຊິ້ງ ຕ້ອງນຳເອົາ ພິຍານ ແລະ ຫລັກຖານ ທີ່ກ່ຽວຂ້ອງ ກັບການຄອບຄອງຣົດ ໃນຂນະທີ່ ພະນັກງານ ສືບສວນ ສອບສວນ ກໍຢືນຢັນວ່າ ທ້າວ ເບນສ ເຣສຊິ້ງ ຄອບຄອງ ຣົດແບບບໍ່ຖືກຕ້ອງ ຕາມກົດໝາຍ, ແລະ ມີໂອກາດ ທີ່ຈະຖືກ ດຳເນີນ ຄະດີໄດ້. ຕາມຄຳເວົ້າຂອງ ທ່ານ ສົມໝາຍ ກອງວະໄສສຸກ ຜູ້ບັນຊາການ ຕຳຣວດ ປາບປາມ ຢາເສບຕິດ ໃນວັນທີ 14 ກຸມພາ ນີ້ວ່າ:

"ຄົງເຣວໆ ນີ້ ໄດ້ຈັບຄົນໃດ ຄົນນຶ່ງ ເພາະເຮົາໄດ້ ຮັບຄວາມຮ່ວມມື ກັບ ທາງຣັຖບານ ສປປ ລາວ ເຢິ ມາກ ຜົມຍັງໄມ້ໄດ້ ບອກວ່າ ໄດ້ນະ ຜົມຂໍທຳງານກ່ອນ ເພາະດຽວ ອາທິດນີ້ ກໍສະຫລຸບເລື້ອງເບນສ ແລະ ເຄືອຂ່າຍພາກໃຕ້ ທີ່ທາງມາເລເຊັຽ ຈັບໄດ້".

ສ່ວນກໍຣະນີ ການຕິດຕາມຕົວ ທ້າວ ອຸດສະມານ ສະແລແມງ ນຶ່ງໃນຜູ້ຕ້ອງຫາ ທີ່ເຈົ້າໜ້າທີ່ ຕຳຣວດໄທ ເຊື່ອວ່າ ກ່ຽວຂ້ອງກັບ ທ້າວ ໄຊຊະນະ ແລະ ຈາກແຫຼ່ງຂ່າວ ພົບວ່າຜູ້ກ່ຽວ ໄດ້ເຮັດສັນຍາກັມ ຕົບແຕ່ງໃບໜ້າ ແລະ ຫລົບໜີເຂົ້າໄປ ໃນ ປະເທດລາວ ຊຶ່ງ ເຈົ້າໜ້າທີ່ ຕຳຣວດໄທ ໄດ້ປະສານໄປຍັງ ທາງການລາວ ເພື່ອຊ່ວຍຕິດຕາມ ຈັບຕົວຜູ້ກ່ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.