ໄຊຊະນະ ປະຕິເສດ ທຸກຂໍ້ ກ່າວຫາ

ມະນີຈັນ
2017.04.18
f-xaysana ທ້າວໄຊຊະນະ ແກ້ວພິມພາ ຜູ້ຕ້ອງຫາຄະດີ ຄ້າຢາເສບຕິດ ຖືກຄຸມຕົວຈາກຄຸກ ບາງກອກ ເພື່ອສອບປາກຄໍາ ໃນສານ ວັນທີ 18 ເມສາ 2017
AFP

ສານອາຍາລັດຊະດາ ຂອງໄທ ເບີກຕົວ ທ້າວ ໄຊຊະນະ ແກ້ວພິມພາ ຊາວລາວ ຜູ້ຕ້ອງຫາຄະດີ ຢາເສບຕິດ ທີ່ຖືກຄຸມຕົວ ມາຈາກຄຸກ ບາງກອກ ເພື່ອສອບປາກຄໍາ ເທຶ່ອທໍາອິດ ໃນວັນທີ 18 ເມສາ 2017 ໂດຍທີ່ ທ້າວໄຊຊະນະ ປະຕິເສດທຸກຂໍ້ກ່າວຫາ ແລະຈະຂໍສູ້ຄະດີ. ຕາມຄໍາເວົ້າຂອງ ທ່ານ ວໍລະກອນ ພົງທະນາກຸນ ທະນາຍຄວາມ ທ້າວໄຊຊະນະ ຕໍ່ນັກຂ່າວ ຢູ່ຕໍ່ໜ້າສານອາຍາ:

"ຂ້າພະເຈົ້າ ໃນຖານະເປັນທະນາຍຄວາມ ຂອງທ້າວ ໄຊຊະນະ ແກ້ວພິມພາ ກໍຕ້ອງມາສານ ມາຍື່ນຄໍາໃຫ້ການ ເພາະຂ້າພະເຈົ້າ ໄດ້ ປຶກສາກັບ ທ້າວໄຊຊະນະ ແລ້ວວ່າຈະຂໍໃຫ້ ການປະຕິເສດ ຄໍາກ່າວຫາ ແລະ ຈະສູ້ຄະດີ ໃນທຸກຂໍ້ກ່າວຫາ".

ທ່ານ ວໍລະກອນ ເວົ້າວ່າເບື້ອງຕົ້ນ ໄດ້ຫາລືກັບ ທ້າວໄຊຊະນະ ເມື່ອກ່ອນບຸນປີໃໝ່ ວ່າຈະຂໍປະຕິເສດ ທຸກຂໍ້ກ່າວຫາໃນສານ ແລະຈະຂໍ ສູ້ຄະດີ ໂດຍໄດ້ຕຽມເອກກະສານ ຄໍາໃຫ້ການ ມາຍື່ນຕໍ່ສານ ພ້ອມທັງຢືນຢັນວ່າ ທ້າວໄຊຊະນະ ໄດ້ປະຕິເສດ ຂໍ້ກ່າວຫາ ທຸກຢ່າງຂອງ ພະນັກງານ ສອບສວນ.

ທ້າວໄຊຊະນະ ຖືກສັ່ງຟ້ອງໃນຂໍ້ກ່າວຫາ 3 ຂໍ້ ຄື:

1.ສົມຮູ້ຮ່ວມຄິດກັນ ຕັ້ງແຕ່ 2 ຄົນຂຶ້ນໄປ ເພື່ອກະທໍາຄວາມຜິດ ກ່ຽວກັບ ຄະດີ ຢາເສບຕິດ

2.ຮ່ວມກັນນໍາຢາເສບຕິດ ປະເພດ 1 ເຂົ້າມາໃນ ຣາຊອານາຈັກໄທ ເພື່ອຈໍາໜ່າຍ.

3.ໄດ້ມີການກະທໍາຄວາມຜິດ ກ່ຽວກັບຢາເສບຕິດ ຕາມພະຣາຊບັນຍັດ ວ່າດ້ວຍ ຢາເສບຕິດ ໃຫ້ໂທດ ປີ 1978.

ທ່ານ ວໍລະກອນ ກ່າວຕື່ມວ່າ ໃນລະຍະທີ່ຢູ່ໃນຄຸກ ທ້າວໄຊຊະນະ ມີຄວາມເປັນກັງວົນຫລາຍ ເນື່ອງຈາກ ບໍ່ເຄີຍຕ້ອງໂທດ ມາກ່ອນ. ສ່ວນເຣື່ອງ ປະກັນຕົວນັ້ນ ຈະຕ້ອງໃຫ້ ຍາດພີ່ນ້ອງຂອງ ທ້າວໄຊຊະນະ ເອງເປັນຜູ້ດໍາເນີນການ.

ສື່ມວນຊົນໄທ ໄດ້ຣາຍງານຕອນທີ່ ທ້າວໄຊຊະນະ ຖືກເຈົ້າໜ້າທີ່ ຕໍາຣວດໄທ ຈັບໄດ້ໃໝ່ໆ ຢູ່ສນາມບິນ ສຸວັນນະພູມ ນັ້ນວ່າເຂົາຍອມຮັບ ສາຣະພາບຜິດ ຕາມຂໍ້ກ່າວຫາ ແລະ ຂໍບໍ່ໃຫ້ອອກເປັນຂ່າວ ແຕ່ມາບັດນີ້ ກັບຄໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.