ຍິງສາວລາວຖືກຊັກຊວນ ໄປເຮັດວຽກ ຢູ່ ຄາຊີໂນ ບໍ່ແກ້ວ
2018.02.01
ຜ່ານມາມີຍິງສາວລາວຫລາຍຄົນ ຖືກຫຼອກລວງໄປເປັນສາວເສີບ ແລະບໍຣິການທາງເພດ ຫຼືເຮັດວຽກດ້ານອື່ນໆ ຢູ່ໂຮງຄາຊີໂນ ຄິ້ງໂຣມັນ ຂອງຈີນ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ ແບບບໍ່ໃຫ້ອອກຈາກ ໂຮງຄາສິໂນນັ້ນໄດ້, ເຖິງວ່າຈະບໍ່ຢາກ ເຮັດວຽກຢູ່ທີ່ນັ້ນອີກຕໍ່ໄປ ກໍຕາມ. ດັ່ງເຈົ້າໜ້າທີ່ຕ້ານການຄ້າມະນຸດ ນາງນຶ່ງ ເປີດເຜີຍຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ 1 ກຸມພາ ນີ້ວ່າ:
"ແມ່ຍິງທີ່ຖືກຕົວະເຂົ້າມາເຮັດວຽກ ຢູ່ໃນອັນຄາຊີໂນຫັ້ນນະ ເປັນສາວເສີບຢູ່ຄາຊີໂນ ບໍຫລືວ່າເປັນສາວຂາຍບໍຣິການ ແລ້ວກໍອອກໄປບໍ່ໄດ້ ຈະມີຫຼາຍຄົນບາງກຸ່ມ ຂະເຈົ້າກໍບອກຄືກັນວ່າ ມີແມ່ເລົ້າຕົວະແມ່ຍິງ ທີ່ຢູ່ເຂດນອກ ຖືກຕົວະເຂົ້າມາເຮັດວຽກ ຢູ່ຄາຊີໂນຫັ້ນ ກໍເປັນກໍຣະນີ ທີ່ດຽວນີ້ຫັ້ນ ຫລາຍຄົນລົມກັນ."
ຕາມຄໍາເວົ້າຂອງນາງ ແລ້ວແມ່ນວ່າ ແມ່ຍິງທີ່ຖືກຫລອກລວງມານັ້ນ ມີທັງລາວລຸ່ມແລະຊົນເຜົ່າ ຊຶ່ງສ່ວນໃຫຍ່ແມ່ນຖືກ ຕົວະຍົວະມາຈາກ ເຂດນອກໆ. ຈະມີນາຍໜ້າ ທີ່ເວົ້າວ່າຈະພາໄປເຮັດວຽກ ຢູ່ແຂວງບໍ່ແກ້ວ, ເປັນວຽກງ່າຍ ໄດ້ເງິນຫຼາຍ. ຍິງສາວຈໍານວນນຶ່ງ ທີ່ບໍ່ຮູ້ເທົ້າ ເຖິງການ ກໍມານໍາເຂົາ ໃນຂະນະທີ່ມີບາງຄົນຮູ້ ແຕ່ຈໍາເປັນຕ້ອງມາ ຍ້ອນຄວາມທຸກຍາກຂາດເຂີນ ບໍ່ມີທາງເລືອກອື່ນ.
ເມື່ອມາຮອດໂຮງຄາຊີໂນແລ້ວ ກໍມີແມ່ໂປ່ ເປັນຜູ້ຄັດເລືອກ ເອົາໄປເຮັດວຽກ ແຕ່ລະຢ່າງ. ນາງກ່າວຕໍ່ໄປ ວ່າກ່ຽວກັບເຣຶ່ອງນີ້ ຫຼາຍຄົນຢູ່ ໃນແຖບນັ້ນກໍຮູ້ ແຕ່ບໍ່ມີໃຜກ້າເວົ້າຫຍັງ ແລະຜູ້ທີ່ເຂົ້າມາ ໂຮງຄາຊີໂນນັ້ນ ສ່ວນຫລາຍແມ່ນຊາວ ຕ່າງປະເທສ:
"ແມ່ຍິງທີ່ຖືກຕົວະເຂົ້າມາເຮັດວຽກ ຢູ່ບໍຣິເວນນັ້ນຫລາຍຫັ້ນນະ ຊາວບ້ານຂະເຈົ້າຮູ້ຈົນເປັນເຣຶ່ອງທັມດາ ຄົນໄທນີ້ຂ້າມມາຫລາຍ ຜູ້ໃຫຍ່ໆ ຫັ້ນນະ ຫລາຍທີ່ສຸດກໍຄື ຈະເປັນຄົນຈີນ ຄົນໄທເດີ."
ມາເຖິງປັດຈຸບັນ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຕ້ານການຄ້າມະນຸດ ກໍຍັງບໍ່ສາມາດເປີດເຜີຍໄດ້ວ່າ ຈະແກ້ໄຂບັນຫາ ທີ່ວ່ານັ້ນແນວໃດ ຍ້ອນຍັງບໍ່ແນ່ໃຈວ່າ ຂໍ້ມູນຕ່າງໆທີ່ໄດ້ຮັບນັ້ນ ມີຄວາມຈິງແທ້ຫລືບໍ່.