ທ.ໄໝນ້ອຍ ປອດພັຍແລ້ວ
2019.06.06

ເຈົ້າໜ້າທີ່ຕໍາຣວດສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງບໍລິຄໍາໄຊ ສົ່ງມອບ ທ້າວ ໄໝນ້ອຍ ອາຍຸ 30 ປີ, ປະຊາຊົນບ້ານປາກປາງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ຜູ້ທີ່ຖືກທ້າວ ປະກອນ ອາຍຸ 36 ປີ ຊຶ່ງເປັນຄົນໄທ ຫຼອກໄປແລ້ວຈັບເປັນໂຕປະກັນ ຮຽກຄ່າໄຖ່ ຢູ່ ປະເທດໄທ ຊຶ່ງຊ່ອຍມາໄດ້ນັ້ນ ໃຫ້ຄອບຄົວຜູ້ກ່ຽວແລ້ວ ໃນມື້ວັນທີ 3 ມິຖຸນາ ນີ້; ຕາມຄໍາເວົ້າຂອງເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ທ່ານນຶ່ງ ໃນມື້ວັນທີ 6 ມິຖຸນາ:
"ຄວາມຈິງກໍແມ່ນວ່າຖືກຕົວະ ຖືກຫລອກຫັ້ນນະ ຍົວະໄປ ແຕ່ວ່າຜ່ານມາ ຢູ່ແຂວງເຮົານີ້ ເຂົາກໍເຮັດໃຫ້ພວກແຕ່ໄປນີ້ ເຂົາກໍຫລອກໆໄປ ຜູ້ກ່ຽວກໍຈໍາເປັນໄດ້ໄປ ຖືກຄ່າໄຖ່ເພາະເຂົາຕ້ອງການຢາກໄດ້ ຢາກໄດ້ຊາ 500 ກິໂລ ອັນນີ້ກໍເຂົາເຈົ້າ ໄດ້ກັບມາຢູ່ນໍາ ຄອບຄົວເຂົາເຈົ້າ ແລ້ວ ໄດ້ມອບຮັບເລີຍ."
ທ່ານກ່າວຕື່ມອີກວ່າ ສາເຫດທີ່ເຮັດໃຫ້ທ້າວ ໄໝນ້ອຍ ຖືກຈັບເປັນໂຕປະກັນນັ້ນ ແມ່ນມີຢູ່ວ່າ ເມື່ອເດືອນເມສາ ທີ່ຜ່ານມາ ເຂົາຖືກທ້າວ ປະກອນ ຕົວະໄປເບິ່ງໂຕແບບ ການລົງທຶນເຮັດທຸຣະກິດ, ຊື້ຕູ້ເຢັນໃຫຍ່ ເພື່ອເກັບຮັກສາອາຫານທະເລ ທີ່ແຂວງ ພັດທະລຸງ ປະເທດໄທ ຍ້ອນວ່າຢູ່ລາວ ທ້າວ ໄໝນ້ອຍ ມີຮ້ານກິນດື່ມ ເປັນຂອງຕົນເອງ.
ມາຮອດວັນທີ 2 ພຶສພາ ທີ່ຜ່ານມາ ທ້າວ ປະກອນ ໄດ້ພາທ້າວ ໄໝນ້ອຍ ໄປຊື້ເຄື່ອງຢູ່ຕລາດ ແລະໄປເຮືອນຂອງໝູ່ ທ້າວ ປະກອນ ແລ້ວກໍຊວນກັນຄ້າຂາຍກັນຊາ ແຕ່ ທ້າວ ໄໝນ້ອຍ ບໍ່ຕົກລົງເຮັດນໍາ ຈຶ່ງຖືກກັກໂຕ ແລະຖືກຂົ່ມຂູ່ວ່າຈະຂ້າ ຫາກເອົາກັນຊາ 500 ກິໂລ ມາໃຫ້ບໍ່ໄດ້ພາຍໃນ 2-3 ມື້, ມີຄົນເຝົ້າຍາມເຂົາຢູ່ຕລອດ.
ຫລັງຈາກນັ້ນ ທ້າວ ປະກອນ ຍອມໃຫ້ ທ້າວ ໄໝນ້ອຍ ໂທຣະສັບຫາຄອບຄົວ ໃຫ້ເອົາກັນຊາມາໃຫ້ ແຕ່ທາງຄອບຄົວ ບໍ່ມີກັນຊາ. ເມື່ອ ເປັນຄືແນວນັ້ນ ທາງຄອບຄົວຈຶ່ງໄດ້ໄປຂໍຄວາມຊ່ອຍເຫລືອ ຈາກ ເຈົ້າໜ້າທີ່ ຕໍາຣວດລາວ ແລະໄທ.
ມາເຖິງມື້ວັນທີ 19 ພຶສພາ ເຈົ້າໜ້າທີ່ຕໍາຣວດໄທ ກໍຊ່ອຍ ທ້າວ ໄໝນ້ອຍ ມາໄດ້ຢ່າງປອດພັຍ ແລະສົ່ງໂຕກັບຄືນ ປະເທດລາວ, ດັ່ງ ເຈົ້າໜ້າທີ່ຕໍາຣວດ ແຂວງບໍລິຄໍາໄຊ ອີກຜູ້ນຶ່ງ ກ່າວໃນມື້ດຽວກັນນັ້ນວ່າ:
"ລາວເຮັດຮ້ານອາຫານ ແລ້ວຄົນໄທວ່າໄປເບິ່ງໂຕແບບ ຂອງຮ້ານຂອງຮ້ານອາຫານ ຢູ່ໄທພຸ້ນ ກ່ຽວກັບອາຫານສົດ ລາວກໍໄປທາງໄທ ກໍຄືວ່າ ໄດ້ເຂົ້າກວດຄົ້ນ ກໍຖືວ່າໄດ້ພົບລາວ ຢູ່ບ້ານພັກຄົນໄທ ນັ້ນແຫລະ ເຂົາກັກລາວໄວ້ຢູ່ຫັ້ນ ເປັນ 10 ປາຍວັນ ລາວລະບໍ່ຮູ້ ກ່ຽວກັບກັນຊາ ຫັ້ນນະ ແລ້ວເຂົາລະບັງຄັບໃຫ້ເອົາມາໃຫ້ ໃຫ້ພໍ່ໃຫ້ແມ່ລາວ ເອົາມາໃຫ້ ແລ້ວລາວ ກໍບໍ່ຮູ້ເດ໋ ບ່ອນຊອກບ່ອນເອົາ ລາວກໍບໍ່ຮູ້ເດ໋."
ເຈົ້າໜ້າທີ່ຕໍາຣວດໄທໄດ້ສອບສວນ ທ້າວ ປະກອນ ພ້ອມທັງໝູ່ຄົນໄທຂອງເຂົາອີກ 2 ຄົນ, ແຕ່ພວກກ່ຽວປະຕິເສດຂໍ້ກ່າວຫາ ຮ່ວມກັນ ກັກຂັງໜ່ວງໜ່ຽວ ໂດຍໃຊ້ປືນຂົ່ມຂູ່ຄົນອື່ນ ເພື່ອໃຫ້ໄດ້ຄ່າໄຖ່. ດັ່ງນັ້ນຄະດີນີ້ ຈຶ່ງຕ້ອງໄດ້ນໍາຂຶ້ນສານໄທຕັດສິນ.