ຜູ້ບາດເຈັບຕ້ອງການຄ່າປິ່ນປົວ
2013.10.10
ຍາດພີ່ນ້ອງຂອງຜູ້ເສັຍຊີວິດ ຈາກອຸບັດຕິເຫດ ເດີນທາງມາຂໍຮັບສົບ ສ່ວນຜູ້ທີ່ບາດເຈັບຍັງຕ້ອງການ ຄວາມຊ່ອຍເຫລືອ ໃນ ຄ່າປິ່ນປົວ. ກໍຣະນີການເກີດອຸບັດຕິເຫດ ຣົດກະບະຕໍາຕົ້ນໄມ້ຢູ່ເຂດອໍາເພີ ບ້ານດ່ານ ຈັງຫວັດບູຣີຣັມ ໃນວັນທີ 7 ຕຸລາ ຜ່ານມາ ມີຜູ້ເສຍຊີວິດທີ່ເປັນ ຄົນລາວ 19 ຄົນ ແລະບາດເຈັບ 6 ຄົນ.
ອີງຕາມການລາຍງານຫລ້າສຸດຂອງທີມງານ ວິທຍຸເອເຊັຍເສຣີ ພົບວ່າມາຮອດ ວັນທີ 10 ຕຸລາ ນີ້ມີຍາດພີ່ນ້ອງມາຂໍຮັບສົບແລ້ວ 14 ສົບ. ສ່ວນອີກ 5 ສົບ ຍັງບໍ່ທັນມີຍາດພີ່ນ້ອງມາຂໍຮັບສົບເທື່ອ ໂດຍເຈົ້າໜ້າທີ່ໄດ້ແຈ້ງວ່າ ຖ້າຜ່ານໄປ ປະມານ 1 ອາທິດ ຫາກຍາດພີ່ນ້ອງຍັງບໍ່ ມາຮັບເອົາສົບ ທາງໂຮງໝໍ ຈະນໍາໄປຊາປະນະກິດສົບເອງ ແລ້ວໃຫ້ຍາດພີ່ນ້ອງ ເຂົາເຈົ້າມາຮັບເອົາກະດູກຕາມພາຍຫລັງ.
ໃນຂນະທີ່ຜູ້ບາດເຈັບ 6 ຄົນ ກໍາລັງຮັບການປິ່ນປົວຢູ່ ໂຮງໝໍຈັງຫວັດ ບູຣີຣັມ ໃນນັ້ນ 2 ຄົນທີ່ຊື່ວ່າ ທ້າວສັນອາຍຸ 29 ປີ (ບໍ່ຮູ້ທີ່ຢູ່) ແລະ ທ້າວວຽງແກ້ວ ຄໍາສະຫວ່າງອາຍຸ 27 ປີ (ບໍ່ຮູ້ທີ່ຢູ່) ທັງສອງກໍ່ອອກຈາກຫ້ອງ ໄອຊີຢູ່ ICU ແລ້ວ ແຕ່ຍັງບໍ່ສາມາດເວົ້າໄດ້ເທື່ອ. ປັດຈຸບັນ ເຂົາເຈົ້າຕ້ອງ ການຄວາມຊ່ວຍເຫລືອໃນການປິ່ນປົວ ເພາະຍ້ອນວ່າຕອນນີ້ ເຂົາເຈົ້າບໍ່ມີເງິນເລີຍ. ດັ່ງທ້າວພູອ່ຽມວົງລັດອາຍຸ 30 ປີ ນຶ່ງໃນ ຜູ້ບາດເຈັບເວົ້າວ່າ:
“ຢາກໃຫ້ເພີ່ນ ຮັບຜິດຊອບທາງຄ່າໃຊ້ຈ່າຍ ຢູ່ໂຮງພຍາບານ ໃຫ້ເຂົາຊ່ວຍແດ່ຕອນນີ້ ເຮົາບໍ່ມີຫຍັງໃຫ້ ປະສານຕິດຕໍ່ທາງບ້ານ ໃຫ້ຮັບຊາບ ກ່ອນ”.
ສ່ວນວ່າ ລາຍລະອຽດ ການຊ່ວຍເຫລືອນັ້ນ ຖ້າຜູ້ຟັງທ່ານໃດ ຕ້ອງການໃຫ້ຄວາມຊ່ວຍເຫລືອ ແກ່ຜູ້ບາດເຈັບ ກໍສາມາດຕິດຕໍ່ໄດ ທີ່ໂຮງໝໍ ຈັງຫວັດ ບູຣີຣັມ ທີ່ ເບີໂທ: O44615002 ຫລືຈະຕິດຕໍ່ມາທາງວິທຍຸເອເຊັຍເສຣີ ຕາມທີ່ຢູ່ທາງເວັບໄຊຕ໌ ກໍໄດ້ ພວກເຮົາຈະຊ່ວຍເປັນ ສື່ ກາງໃຫ້.