ແຕ່ງດອງແອບແຝງ ບັງໜ້າ ຄ້າມະນຸດ ຍັງສືບຕໍ່
2021.07.28

ບັນຫາການຄ້າມະນຸດໃນລາວ ຢູ່ເຂດຊົນນະບົດ ຍັງໜ້າເປັນຫ່ວງ ໂດຍສະເພາະ ການແຕ່ງດອງກັບຄົນຈີນ ແອບແຝງແລ້ວຕົກເປັນ ເຫຍື່ອການຄ້າມະນຸດ ຊຶ່ງໃນນັ້ນຍັງມີແມ່ຍິງອາຍຸ ຕ່ຳກວ່າ 18 ລັກ ຂ້າມໄປຄ້າປະເວນີ ຢູ່ປະເທດໄທຍ.
ໃນໄລຍະ 2 ປີ ຜ່ານມາ ມີປະກົດການແມ່ຍິງຖືກຕົວະ ໃຫ້ແຕ່ງດອງກັບຄົນຈີນ ແລະ ຕົກເປັນເຫຍື່ອການຄ້າມະນຸດ ຊຶ່ງເປັນເຣື່ອງທີ່ ໜ້າເປັນຫ່ວງ. ເຈົ້າໜ້າທີ່ກະຊວງປ້ອງກັນ ຄວາມສງົບ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ ວ່າ:
"ໜ້າເປັນຫ່ວງຍັງມີຢູ່ດອກ ເຣື່ອງອັນນ່າ ການແຕ່ງດອງແອບແຝງຫັ້ນນ່າ ສ່ວນຫຼາຍກໍແມ່ນຈີນຫັ້ນແຫຼະ ມາແລ້ວສຳພາດຄືນຫັ້ນ ເຂົາກໍວ່າ ໄປນີ້ ອັນທີ່ນຶ່ງ ຖ້າເປັນແຮງງານ ກໍຖືກຂູດຮີດ ແຮງງານເນາະ ຕາມໃຈເຂົາຫັ້ນແຫຼະ ຖ້າວ່າແຕ່ງດອງໄປ ແອບແຝງນີ້ ບາງເທື່ອໝົດຄຸນຄ່າ ການໃຊ້ງານຂອງເຂົາ ແລ້ວບາງເທື່ອເຂົາກໍຂາຍໄປເປັນຊ້ອງ ຫຼື ມິຫຍັງຕ່າງໆ ຫັ້ນແຫຼະ."
ອີງຕາມການຣາຍງານຂອງເຈົ້າໜ້າທີ່ ແຂວງບໍ່ແກ້ວ, ແຕ່ປີ 2018-2019 ແມ່ຍິງລາວຢູ່ໃນແຂວງ ອາຍຸ ແຕ່ 16-20 ປີ ຖືກຄົນຈີນ ມາຕົວະໃຫ້ແຕ່ງດອງ ແລະ ຕົກເປັນເຫຍື່ອການ ຄ້າມະນຸດ.
ຖ້າສະພາບການຣະບາດຂອງໂຄວິດ-19 ຢຸດລົງ ຄົນຈີນກໍຈະເຂົ້າມາເຮັດທຸຣະກິດ ຫຼື ເຂົ້າມາລົງທຶນ ນັ້ນຈະເຮັດໃຫ້ແມ່ຍິງລາວທີ່ຢູ່ ຊົນນະບົດ ຖືກຕົວະໄປເປັນເມັຽຄົນຈີນ ແລະ ບາງກໍຣະນີກໍຈະຖືກຂາຍຕໍ່ໄປ ສະຖານຄ້າປະເວນີ, ບາງກໍຣະນີ ກໍຖືກບັງຄັບໃຊ້ ແຮງງານ. ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຖ້າອັນນຶ່ງເນາະ ຖ້າວໂຄວິດ-19 ອັນທີສອງ ນີ້ ຖ້າວ່າ ອັນຄົນຈີນເຂົ້າມາ ອັນເຮັດທຸຣະກິດຢູ່ລາວ ໜ້າຈະມີອີກແຫຼະ ເພາະວ່າ ສ່ວນຫຼາຍ ແມ່ຍິງລາວເຮົາ ແຕ່ງງານກັບຄົນຈີນ, 3-4 ປີ ທີ່ຜ່ານມາຫັ້ນ ມີຫຼາຍ ຍ້ອນວ່າ ຄົນຈີນມາລົງທຶນເນາະ ປູກໝາກກ້ວຍ ໝາກຫຍັງແລ້ວບາດນີ້ ລາວເຮົາ ໄປຮັບຈ້າງຢູ່ສວນກ້ວຍແດ່ ແລ້ວກໍເອົາຜົວຄົນຈີນ ຫັ້ນນ່າ ແລ້ວບາດນີ້ ໄປຮອດພຸ້ນ ບໍ່ເຮັດ -ບໍ່ແມ່ນ ຄືເຂົາເວົ້າຫັ້ນເນາະ ແລ້ວບາດນີ້ ບາງທີກໍໄປຖືກກັກຂັງ ບາງທີກໍຖືກທໍຣະມານ ທຸບຕີຫຍັງຫັ້ນເນາະ ກັກບັດປະຈຳໂຕ ກັກບັດອີ່ຫຍັງໄວ້ຫັ້ນນ່າ."
ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າ: ແຕ່ປີ 2019-2020 ສະຫະພັນແມ່ຍິງແຂວງ ໄດ້ສົມທົບກັບເຈົ້າໜ້າທີ່ ປກສ ແຂວງເພື່ອຊ່ວຍເຫຼືອ ແມ່ຍິງລາວ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ໄດ້ທັງໝົດ 24 ຄົນ ໃນນັ້ນມີແມ່ຍິງລາວ 18 ຄົນ ແລະ ແມ່ຍິງຣັດເຊັຍ 6 ຄົນ ແລະ ໄດ້ສົ່ງແມ່ຍິງເຫຼົ່ານັ້ນ ກັບຄືນບ້ານເກີດແລ້ວ ພ້ອມທັງຝຶກອົບຮົມວິຊາຊີບ ແລະ ຟື້ນຟູຈິດໃຈ.
ຢູ່ແຂວງຈຳປາສັກໃນໄລຍະ 2 ປີຜ່ານມາ, ເຈົ້າໜ້າທີ່ສາມາດຊ່ວຍເຫຼືອ ແມ່ຍິງລາວອາຍຸຕ່ຳກວ່າ 18 ປີ ໄດ້ 1 ຄົນ ທີ່ຄ້າປະເວນີ. ເຈົ້າໜ້າທີ່ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ ວ່າ:
"ເອີ ກະມີເດັກນ້ອຍ ອີ່ສັງ ພວກອອກແຮງງານ ເພິ່ນກໍສົ່ງມາພວກເຮົາກໍໄດ້ໄປຮັບ ພວກເຮົາກໍສົ່ງຕໍ່ ພວກເຮົາ ກໍເບື້ອງກົດໝາຍ ພວກເຮົາ ກໍດຳເນີນຫາ ຊອກຫາພາກສ່ວນທີ່ວ່າ ເປັນຜູ້ຕົວະຍົວະລາວ ໄປຫັ້ນນ່າ."
ໃນໄລຍະການເຝົ້າລະວັງ ການແຜ່ຣະບາດຂອງໂຄວິດ-19, ເຈົ້າໜ້າທີ່ພາກສ່ວນຕ່າງໆ ສຸມໃສ່ແຕ່ການປ້ອງກັນໂຄວິດ-19 ເປັນຫຼັກ ເຮັດໃຫ້ວຽກງານຕ້ານການຄ້າມະນຸດ ລະຫຼວມ. ເຈົ້າໜ້າທີ່ປະຈຳດ່ານກໍບໍ່ໄດ້ຊອກຖາມ ຫຼື ຮັບຮູ້ວ່າມີຄົນງານທີ່ກັບມາ ຕົກເປັນກຸ່ມ ສ່ຽງຄ້າມະນຸດ ຫຼື ບໍ່.
ເຈົ້າໜ້າທີ່ດ່ານຈະເລັ່ງກວດຫາ ເຊື້ອໂຄວິດ-19, ແຕ່ ບໍ່ໄດ້ມີໂອກາດສໍາພາດ ກວດສອບປວັດການເຮັດວຽກ ຢູ່ປະເທດໄທຍຂອງ ແມ່ຍິງລາວ. ເຈົ້າໜ້າທີ່ດ່ານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ ວ່າ:
"ຄືຊ້ວງນີ້ນິ ສ່ວນຫຼາຍມັນກໍບໍ່ໄດ້ລົງເລິກດ້ານນີ້ ເວົ້າງ່າຍໆສາ ຄືອ້າຍນ້ອງສ່ວນຫຼາຍຢູ່ດ່ານ ເຂົາເຈົ້າກໍເນັ້ນສຳພາດ ມີຂອບເຂດ ຈຳກັດ ຈາກນັ້ນແລ້ວ ກະສົ່ງໃຫ້ແພດໃຫ້ໝໍເຂົາ ເກັບໂຕຢ່າງໄປກວດ ນອກຈາກ ຄັນວ່າ ບໍ່ມີການຮ້ອງຟ້ອງ ແຈ້ງຄວາມນີ້ ເຮົາ ກໍເຮັດຣາຍງານສັ້ນໆ ຈັ່ງຊັ້ນ ໝາຍຄວາມວ່າ ມັນມີຄວາມສ່ຽງສູງ."
ນອກຈາກນີ້ເຈົ້າໜ້າທີ່ສະເພາະກິຈ ວ່າດ້ວຍການຕ້ານການຄ້າມະນຸດ ກໍໄດ້ຈັດກອງປະຊຸມທາງໄກ ວ່າດ້ວຍການຕ້ານການຄ້າມະນຸດ ຄັ້ງທີ 35 ໃນວັນທີ 26 ກໍຣະກະດາ 2021 ເພື່ອສລຸບວຽກງານ ການເຄື່ອນໄຫວ ຕ້ານການຄ້າມະນຸດ ໃນໄລຍະຜ່ານມາ.
ວຽກງານການປ້ອງກັນ ແລະ ສະກັດກັ້ນ ໄດ້ສຸມໃສ່ການໂຄສະນາ ຢູ່ບ້ານທີ່ເປັນກຸ່ມສ່ຽງ ແລະ ຕາມບ້ານທີ່ມີທາງຣົດໄຟຕັດຜ່ານມາ ທັງມົດ 83 ຈຸດ, 451 ບ້ານ, 9 ໂຮງຮຽນ ຊຶ່ງມີຜູ້ເຂົ້າຮ່ວມ ທັງໝົດ 17 ພັນປາຍຄົນ.