ກົດໝາຍຕ້ານການຄ້າມະນຸດ

ສິດນີ
2015.09.01
F-HT ກົດໝາຍ ວ່າດ້ວຍການ ຕ້ານ ການ ຄ້າມະນຸດ ໂດຍສະເພາະ ໃນລາວ
Citizen journalist

ອະດີດ ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ກ່າວວ່າ, ຮ່າງ ກົດໝາຍ ສໍາລັບ ຕ້ານ ການ ຄ້າມະນຸດ ໂດຍສະເພາະ, ທີ່ ໄດ້ຮ່າງໄວ້ ແລ້ວນັ້ນ, ຍັງບໍ່ທັນ ຜ່ານສະພາ ແຫ່ງຊາດ ເທື່ອ. ຍ້ອນ ເຫັນວ່າ ກົດໝາຍ ທີ່ມີຢູ່ ໃນ ປັດຈຸບັນ, ຍັງ ສາມາດ ໃຊ້ຕ້ານ ການ ຄ້າມະນຸດໄ ດ້ຢູ່ ແລະ ສະພາບ ການຄ້າ ມະນຸດ ໃນລາວ ກໍຍັງບໍ່ ຢູ່ໃນຂັ້ນ ຮຸນແຮງ ປານໃດ. ດັ່ງ ທ່ານ ກ່າວວ່າ:

"ບໍ່ໄດ້ ຍິນຂ່າວວ່າ ຜ່ານສະພາ ເທື່ອເດ ສະພາວ່າງ ກີ້ນີ້ກໍ ຕິດຕາມ ຢູ່ ບໍ່ເຫັນດອກ ກະຄິດວ່າ ເພິ່ນ ຄິດວ່າ ໂຕເກົ່າ ໂຕທີ່ມີ ຢູ່ແລ້ວ ກະຍັງ ພໍໃຊ້ຢູ່ ບັນຫາ ຢູ່ພາຍໃນ ປະເທດ ມັນບໍ່ຄອ່ຍ ມີຫຼາຍ ປານໃດ".

ທ່ານກ່າວ ຕື່ມວ່າ, ຕາມທີ່ຮູ້ ທາງການ ລາວ ໄດ້ ຮ່າງ ກົດຫມາຍ ສະບັບ ສະເພາະ ກ່ຽວກັບ ການ ຄ້າມະນຸດ ຂື້ນໃນປີ 2011ແລະ ເຄີຍ ດັດແປງ ຫຼາຍເທື່ອ ເພື່ອ ໃຫ້ ກົດ ໝາຍ ມີປະສິດ ທິພາບ ກ່ອນຈະ ຖືກ ບັງຄັບ ໃຊ້ ໂດຍ ຄາດວ່າ, ຈະບັງຄັບ ໃຊ້ ໃນປີ 2015 ແຕ່ບໍ່ຖືກ ປະຕິບັດ ແລະ ກໍເປັນໄປ ໄດ້ສູງ ຈະຖືກ ເລື່ອນ ເວລາ.

ກົດໝາຍ ທີ່ມີຢູ່ໃນ ປັດຈຸບັນ ສ່ວນໃຫຍ່ ຈະເນັ້ນໃສ່ ການ ຄຸ້ມຄອງ ແມ່ຍີງ ແລະ ເດັກນ້ອຍລາວ ຫຼາຍກວ່າ ຊຶ່ງ ອົງການ ທີ່ ບໍ່ຂື້ນ ກັບ ຣັຖບານ ເວົ້າວ່າ ຍັງບໍ່ມີ ຄວາມ ເຂັ້ມແຂງ ເທົ່າທີ່ ຄວນ ແລະ ຍັງມີ ຊ່ອງວ່າງ ໃຫ້ແກ່ ກຸ່ມຄ້າມະນຸດ ຫລາຍ ຢູ່.

ບັນຫາ ການ ຄ້າມະນຸດ ຈາກລາວ ໃນປະເທດ ອ້ອມຂ້າງ ເກີດຂື້ນ ຢ່າງ ຕໍ່ເນື່ອງ ເປັນຕົ້ນ ແມ່ຍິງລາວ ຢູ່ທາງ ພາກເຫນືອ ຖືກຫລອກ ໄປຂາຍ ໃຫ້ ຈີນ, ໃນ ປະເທດ ໄທ ແຮງງານ ກັບ ແມ່ຍິງ ລາວ ກໍຖືກ ຕົວະຍົວະ ໄປຂາຍ ໃຫ້ສຖານທີ່ ບັນເທີງ ແລະ ຜູ້ຊາຍ ກໍຂາຍ ໃຫ້ ອຸດສາຫະກັມ ການ ປະມົງ ຜິດ ກົດຫມາຍ ລາວ ກໍບໍ່ສາມາ ດຄຸ້ມຄອງ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.