ການຄ້າມະນຸດ ໃນລາວຍັງຮຸນແຮງ


2013.05.08
f-ht ແມ່ຍິງທົ່ວທຸກແຫ່ງຫົນ ຂໍຝາກຂໍ້ຄວາມ ອັນແຮງກ້າ ນີ້ວ່າ "ຢຸດຕິການກົດຂີ່ຂູດຮີດ" ຢຸດຕິການຄ້າມະນຸສ
US Ambassador to laos.tumblr.com

 

ການຄ້າມະນຸດ ໃນລາວ ຍັງຢູ່ໃນ ສະພາບທີ່ ຮຸນແຮງ ຂະນະທີ່ ເຈົ້າໜ້າທີ່ ຕໍ່ຕ້ານ ການຄ້າມະນຸດ ກໍພຍາຍາມ ປາບປາມ ຢ່າງສຸດຂີດ ແຕ່ກໍບໍ່ ປະສົບ ຜົລສໍາເຣັດ ຍ້ອນຄວາມ ສລັບຊັບຊ້ອນ ຂອງ ເຄືອຂ່າຍ ຂະບວນການ ຄ້າມະນຸດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການສາກົລ ຕ້ານການ ຄ້າມະນຸດ ໃນລາວ:

"ປັຈຈຸບັນນີ້ ປະເທດລາວ ໂດຍຫລັກ ກໍເປັນ ປະເທດ ຕົ້ນທາງເນາະ ຄືຄົນລາວ ສ່ວນຫລາຍ ຈະອອກໄປ ຖືກຫລອກໄປ ຄ້າມະນຸດ ຢູ່ຕ່າງ ປະເທດ ແລ້ວ ກໍມີສ່ວນນຶ່ງ ຢູ່ທີ່ເກີດຂຶ້ນ ຢູ່ພາຍ ໃນປະເທດ ແລະມັນກໍມີ ຢູ່ບາງແຂວງ ຢູ່ໃນທາງ ພາກເໜືອ ທີ່ເປັນເດັກ ນ້ອຍ ຖືກເອົາມາຄ້າ ກ່ຽວກັບ ບໍຣິການ ທາງເພດ ຢູ່ຕົວເມືອງ ຕ່າງໆ ຢ່າງໃນວຽງຈັນ ຫລື ສວັນນະເຂດ ແຕ່ໂດຍສ່ວນ ຫລາຍແລ້ວ ຄົນລາວ ທີ່ຖືກ ຄ້າມະນຸດ ນີ້ ຈະແມ່ນຖືກ ຢູ່ ປະເທດໄທ ເນາະ".

ທາງການລາວ ບໍ່ຄ່ອຍ ເປີດເຜີຍ ສະຖິຕິ ການ ຄ້າມະນຸດ ໃນລາວ ຢ່າງ ລະອຽດ ແຕ່ເຈົ້າໜ້າທີ່ ອົງການ ສາກົລ ວ່າ ອົງການ ຊ່ວຍເຫລືອຕ່າງໆ ທີ່ ປະຕິບັດງານ ໃນລາວ ໄດ້ຮວບຮວມ ຈາກ ຜູ້ເຄາະຮ້າຍ ເຊັ່ນອົງການ ເພື່ອການ ຍ້າຍຖີ່ນ ຫລື IOM ນັ້ນ ໄດ້ຊ່ວຍ ເຫລືອ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ 359 ຄົນ ໃນປີ 2011, ອົງການ AFESIP ຮັບເອົາ ຜູ້ເຄາະຮ້າຍ ມາຊ່ວຍເຫລືອ ຈໍານວນ 390 ຄົນ ຕັ້ງແຕ່ປີ 2009 ຫາ 2012.

ຂະນະດຽວກັນ ສໍານັກງານ ຕໍາຣວດ ແຫ່ງຊາດ ຂອງໄທ ເປີດເຜີຍວ່າ ຜູ້ເຄາະຮ້າຍ ຊາວລາວ ຈາກ ຂະບວນການ ຄ້າມະນຸດ ໃນໄທ ຣະຫວ່າງປີ 2011 ຫາ 2012 ໄດ້ຮັບການ ຊ່ວຍເຫລືອ ທັງໝົດ 193 ຄົນ ຂະນະທີ່ ຕໍາຣວດ ສາມາດ ຈັບຜູ້ຕ້ອງຫາ ຊາວລາວ ທີ່ມີ ສ່ວນກ່ຽວຂ້ອງ ກັບຄະດີ ຄ້າມະນຸດ ໃນ ປະເທດໄທ 11 ຄົນໃນປີ 2012 ແລະ ແຕ່ປີ 2001 ຫາ 2011 ມີ ຄົນລາວ ທີ່ເຄາະຮ້າຍ ຈາກ ຂະບວນການ ຄ້າມະນຸດ ໃນໄທ 1792 ຄົນ.

ເຈົ້າໜ້າເວົ້າ ຕື່ມວ່າ ໃນແຂວງ ທ່ອງທ່ຽວ ທີ່ໃຫຍ່ ເຊັ່ນ ນະຄອນຫລວງ ວຽງຈັນ ສວັນນະເຂດ ຫລື ຈໍາປາສັກ ມີຮ້ານອາຫານ ທີ່ແອບແຝງ ຄ້າບໍຣິການ ທາງເພດ ຢູ່ຫລາຍແຫ່ງ ບາງແຫ່ງ ເປີດເປັນ ໂຮງແຮມ ເປັນຮ້ານກິນດື່ມ ຮ້ານອາຫານ ຮ້ານຄາຣາໂອເກ໋ ຮ້ານບາຣ ລໍາວົງ ບັງໜ້າ ຊຶ່ງມີ ແມ່ຍິງລາວ ອາຍຸແຕ່ 14 ປີ ຫາ 25 ປີ ໃຫ້ ບໍຣິການ ທາງເພດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.