ບັນຫາຄ້າມະນຸດຄ້າຍໂຣຄ ຊໍາເຮື້ອ

ສວັນວີກັສ ທີ່ ແຂວງ ສວັນນະເຂດ
ສວັນວີກັສ ທີ່ ແຂວງ ສວັນນະເຂດ (Courtesy of Kayak)

0:00 / 0:00

ເຈົ້າຫນ້າທີ່ ຫ້ອງການ ແມ່ຍິງ ແຂວງ ສວັນນະເຂດ ກ່າວວ່າ, ໃນ ອາທິດ ຜ່ານມາ ທາງແຂວງ ໄດ້ຈັດ ກອງປະຊຸມ ເຣື້ອງ ການຕ້ານ ການ ຄ້າມະນຸດ ກັບ ເຈົ້າໜ້າທີ່ ໄທ ແລະ ວຽດນາມ ເພື່ອ ຫາທາງ ປ້ອງກັນ ຮ່ວມກັນ.

ປັດຈຸບັນ ແຂວງ ສວັນນະເຂດ ເປັນແຂວງ ທີ່ ມີບັນຫາ ການ ຄ້າມະນຸດ, ໂດຍສະເພາະ ຍິງສາວ ຊາຍໜຸ່ມ ທີ່ ໄປ ເຮັດວຽກ ຢູ່ ຕ່າງ ປະເທດ ຈະຕົກເປັນ ເຫຍື່ອ ການ ຄ້າມະນຸດ, ຊຶ່ງ ສ່ວນຫຼາຍ ແລ້ວ, ແມ່ຍິງ ທີ່ເຮັດວຽກ ເປັນ ແມ່ເຮືອນ ແລະ ຊາຍໜຸ່ມ ບາງ ຈໍາພວກ ທີ່ ເຮັດວຽກ ຢູ່ເຮືອ ປະມົງ ໃນ ປະເທດ ອິນໂດເນເຊັຽ, ໄດ້ຕົກເປັນ ເຫຍື່ອ ການ ຄ້າມະນຸດ, ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

"ສ່ວນຫຼາຍນີ້ ພວກເຮົາ ໄປໄທ ກໍມີ ແລ້ວ ພວກ ອິນໂດເນເຊັຽ ກໍມີ ພວກ ເປັນ ແມ່ບ້ານ ນີ້ລະ, ເປັນເຫຍື່ອນະ ແລ້ວ ກໍມີການ ສົ່ງນະ ພວກທີ່ໄປ ປະເທດ ອິນໂດ ຫັ້ນ ລະແມ່ນ ຜູ້ຊາຍ ພວກລົງເຮືອ ມາຈາກ ປະເທດ ອິນໂດ ແຕ່ວ່າໄປນໍາ ຄົນໄທ ຫັ້ນແຫຼະ, ເພາະວ່າ ເຮືອ ຂອງໄທ ມັນລ່ວງ ໜ່ານນໍ້າ ຂອງ ປະເທດ ອິນໂດ".

ເຈົ້າໜ້າທີ່ ກ່າວ ຕໍ່ໄປວ່າ, ປັດຈຸບັນ ຍັງບໍ່ ສາມາດ ສລຸບ ຕົວເລກໄດ້ ຢ່າງ ຣະອຽດ ວ່າ, ປະຊາຊົນ ແຂວງ ສວັນນະເຂດ ຕົກເປັນ ເຫຍື່ອ ຄ້າມະນຸດ ຈັກຄົນ ແຕ່ສິ່ງທີ່ ພາກສ່ວນ ກ່ຽວຂ້ອງ ສາມາດ ເຮັດໄດ້ ກໍຄື, ການໃຫ້ ຄວາມຮູ້ ແລະ ການປູກ ຈິດສໍານຶກ ແຮງງານ ທີ່ ຢາກໄປ ເຮັດວຽກ ຢູ່ ປະເທດ ໄທ ເພື່ອໃຫ້ ເຂົາເຈົ້າ ຣະວັງຕົວ ຫຼາຍຂຶ້ນ ແລະ ພ້ອມ ດຽວກັນນັ້ນ, ກໍມີ ການສົ່ງເສີມ ໃຫ້ ປະຊາຊົນ ມີວຽກເຮັດ ງານທໍາ ຢູ່ ພາຍໃນ ແຂວງ.

ແລະ ໃນຂນະ ດຽວກັນ ເຈົ້າໜ້າທີ່ ວຽດນາມ ກໍ ຊີ້ແຈງວ່າ, ປັດຈຸບັນ ແຂວງ ສວັນນະເຂດ ໄດ້ ກາຍເປັນ ທາງຜ່ານ ຂອງ ຂະບວນການ ຄ້າມະນຸດ ແລະ ມີຣາຍງານ ວ່າ ແມ່ຍິງ ຊາວ ວຽດນາມ ຖືກ ສົ່ງໄປຂາຍ, ໂດຍຜ່ານ ແຂວງ ສວັນນະເຂດ, ແລ້ວ ສົ່ງຕໍ່ໄປ ປະເທດ ໄທ. ດັ່ງ ເຈົ້າໜ້າທີ່ ທ່ານ ນັ້ນ ກ່າວ ອີກວ່າ:

"ວຽດນາມ ສ່ວນຫຼາຍ ເຂົາເຈົ້າ ຕົກເປັນ ເຫຍື່ອ ຢູ່ ເມືອງໄທ, ໂດຍຜ່ານ ລາວ ເຮົາ, ສວັນນະເຂດ ບໍ່ຄ່ອຍໄປ ວຽດນາມ ເພາະ ບໍ່ຮູ້ ພາສາ ກັນ ເດ້".

ນອກຈາກນີ້ ເຈົ້າໜ້າທີ່ ຕໍ່ຕ້ານ ການ ຄ້າມະນຸດ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ, ການ ຄ້າມະນຸດ ຣະຫວ່າງ ລາວ, ໄທ ແລະ ວຽດນາມ, ມີທ່າອ່ຽງ ເກີດຂຶ້ນ ຫຼາຍ ຍ້ອນວ່າ ສະພາບ ການ ຄ້າມະຍຸດ ຢູ່ໄທ ກໍມີ ທ່າອ່ຽງ ເກີດຂຶ້ນ ຫຼາຍ.