ໂຈນປຸ້ນຮ້ານຄໍາ ຖືກຈັບແລ້ວ
2013.08.07
ຜູ້ຕ້ອງຫາ ທີ່ປຸ້ນຮ້ານຂາຍຄໍາ ແຫ່ງນຶ່ງ ຢູ່ເມືອງຄົງເຊໂດນ ແຂວງ ສາລະວັນ ເມື່ອວັນທີ 2 ສິງຫາ 2013 ຖືກເຈົ້າໜ້າທີ່ ຕໍາຣວດ ຈັບໄດ້ແລ້ວ ໃນວັນທີ 6 ສິງຫາ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ປ້ອງກັນ ຄວາມສະຫງົບ ແຂວງສາຣະວັນ ໃນວັນ ທີ 7 ສິງຫາ ນີ້. ຜູ້ກ່ຽວຖືກຈັບ ໃນຂະນະທີ່ ໄປລີ້ຢູ່ ແຂວງ ຈໍາປາສັກ:
"ຄົນຕ້ອງຫານັ້ນ ຢູ່ ຈໍາປາສັກ ພຸ້ນ ອັນນັ້ນ ມັນຍັງໃຫ້ ຄໍາຕອບ ບໍ່ທັນໄດ້ເດີ ເພາະວ່າ ເຂົາຍັງລົງເຮັດ ຢູ່ຈໍາປາສັກພຸ້ນ".
ທ່ານເວົ້າ ຕໍ່ໄປວ່າ ຜູ້ຕ້ອງຫາ ທີ່ຈັບໄດ້ນັ້ນ ຈະຖືກສົ່ງມາ ແຂວງສາຣະວັນ ເພື່ອສວບສວນ ຕໍ່ໄປ. ກ່ຽວກັບ ເຣື່ອງດັ່ງກ່າວ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ຮ້ານຂາຍຄໍາ ແຫ່ງນຶ່ງ ຢູ່ພາກໃຕ້ ຂອງລາວ ແລະ ເຈົ້າຂອງຮ້ານ ເວົ້າວ່າ ລາວເຄີຍເຫັນ ຮ້ານຄໍາ ທີ່ຖືກປຸ້ນ ນັ້ນ ແລະວ່າ ເປັນຮ້ານຢູ່ ໃນຕລາດ ເມືອງ ຄົງເຊໂດນ ທີ່ບໍ່ມີ ຄວາມປອດພັຍ ພໍເທົ່າໃດ:
"ມັນກະເບິ່ງແລ້ວແຕ່ ສະພາບເນາະ ຢູ່ທີ່ແຂວງ ສາຣະວັນຫັ້ນ ມັນຈະເປັນ ຢູ່ຕລາດ ເມືອງຄົງເຊໂດນ ມັນກະເບີ່ງ ສະພາບຄວາມ ປອດພັຍ ຢູ່ທາງນັ້ນ ກະບໍ່ຄ່ອຍ ປອດພັຍ ເທົ່າໃດ ມັນມີຊ່ອງໂຫວ່ ຊ່ອງວ່າງ ທີ່ ວ່າເຈົ້າໜ້າທີ່ ເຂົາດູແລ ບໍ່ໄດ້ ອາຈເປັນແບບນັ້ນ".
ທ່ານວ່າ ປົກກະຕິ ແລ້ວ ຮ້ານຂາຍຄໍາ ຢູ່ເມືອງໃຫຍ່ ມັກຈະມີ ກົງປ້ອງກັນ ຄົນຮ້າຍ ຕິດກ້ອງ ວົງຈອນປິດ ແລະ ມີເຈົ້າໜ້າທີ່ ຢ່າງຍາມ ຢູ່ຕລອດ. ແຕ່ຮ້ານຄໍາ ທີ່ຖືກປຸ້ນນີ້ ບໍ່ມີການ ປ້ອງກັນ ຄືແນວນັ້ນ.