ຍິງສາວລາວຖືກຊ່ອຍໃນໄທ
2015.08.28

ໃນ ວັນທີ 27 ສິງຫາ 2015 ເວລາ 1 ໂມງ 30 ນາທີ ຕອນ ກາງຄືນ, ທ່ານ ເລີດພອນໄຊ ໄຊສະຖຽນ ຮອງ ເຈົ້າແຂວງໆ ຊຸມພອນ ແລະ ທ່ານ ມານະ ສີມມະ ຜູ້ນວຍການ ຫ້ອງການ ສອບສວນ ຄະດີ ອາຍາ, ແລະ ໜ່ວຍງານ ທີ່ ກ່ຽວຂ້ອງ ຫຼາຍ ໜ່ວຍງານ ໄດ້ ບຸກເຂົ້າ ໄປ ກວດກາ ຮ້ານ ຄາຣາໂອເກະ ແຫ່ງນຶ່ງ ຢູ່ ຖນົນ ເອເຊັຽ ເຂດ 41 ໝູ່ 4 ຕາແສງ ນາໂພ ແຂວງ ຊຸມພອນ.
ການບຸກ ເຂົ້າໄປ ກວດກາ ເທື່ອນີ້ ແມ່ນ ໄດ້ຮັບແຈ້ງ ຈາກ ປະຊາຊົນ ແລະ ອົງການ ພັທນາ ຊຸມຊົນ ວ່າ, ຮ້ານດັ່ງກ່າວ ໄດ້ ນຳແມ່ຍິງ ຊາວລາວ ອາຍຸ ຕ່ຳ ກວ່າ 18 ປີ ມາ ບໍຣິການ ລູກຄ້າ ດ້ວຍການ ຂາຍ ບໍຣິການ ທາງເພດ.
ເມື່ອ ເຈົ້າຫນ້າທີ່ ເຂົ້າໄປ ໃນຮ້ານ ດັ່ງກ່າວ ກໍເຫັນ ແມ່ຍິງສາວ ຈຳນວນ ຫຼວງຫຼາຍ ນັ່ງຄອຍຖ້າ ບໍຣິການ ລູກຄ້າ ຢູ່, ຈຶ່ງ ເຂົ້າໄປ ກວດສອບ ໂດຍມີ ນາຍ ຈະເຣີນ ຊ້ຽງວິໄລ ອາຍຸ 48 ປີ ເປັນເຈົ້າຂອງ ຮ້ານ, ແລະ ບໍ່ມີໃບ ອະນຸຍາດ ໃນການ ເປີດ ສະຖານທີ່ ບັນເທີງ ດັ່ງກ່າວ. ເຈົ້າຫນ້າທີ່ ຈຶ່ງ ຈັບກຸມ ບັນດາ ແມ່ຍິງ ແລະ ເຈົ້າຂອງ ຮ້ານ ໄວ້ ເພື່ອ ສືບສວນ.
ໃນ ຈຳນວນ ແມ່ຍິງ ທີ່ ຖືກຈັບກຸມ ນັ້ນ ກໍມີ ແມ່ຍິງລາວ 21 ຄົນ ແລະ ແມ່ຍິງໄທ ນຳອີກ, ແມ່ຍິງລາວ ທັງຫມົດ ຈະສົ່ງໄປ ກວດ ສຸຂພາບ ຮ່າງກາຍ ແລະ ກະດູກ ເພື່ອ ຢາກຮູ້ ອາຍຸ ທີ່ ແທ້ຈິງ ກ່ອນຈະສົ່ງ ໄປບ່ອນ ບຳບັດ ຈິດໃຈ ທີ່ ສູນບຳບັດ ຜູ້ເຄາະຮ້າຍ ທີ່ ແຂວງ ຊຸມພອນ ກ່ອນ ສົ່ງກັບ ສປປລາວ.