ໄຊຊະນະ ຂຶ້ນສານໄທ

ມະນີຈັນ
2017.04.12
F-Xaysana ທ້າວ ໄຊຊະນະ ແກ້ວພິມພາ (ໃສ່ແວ່ນຕາ) ຜູ້ຕ້ອງຫາ ຄ້າຢາເສພຕິດ ຣາຍໃຫຍ່
RFA/NY

ວັນທີ 12 ເມສາ ນີ້ ທີ່ສານອາຍາ ຖນົນຣັຊດາພິເສກ ພະນັກງານ ອັຍການ ຝ່າຍຄະດີ ຢາເສພຕິດ ເປັນໂຈດ ຍື່ນຟ້ອງ ທ້າວໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ສັນຊາດ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ອາຊີບ ກະເສຕກອນ ຢູ່ບ້ານໜອງໄຮ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຖືກຈັບຢູ່ສນາມບິນ ສຸວັນນະພູມ ປະເທດໄທ ເມື່ອວັນທີ 19 ມົກກະຣາ 2017. ຕາມຣາຍງານຂ່າວ ຜູ້ຈັດການ ອອນລາຍ.

ທ້າວໄຊຊະນະ ຜູ້ເປັນຈໍາເລີຍ ໃນຄວາມຜິດ ຖານສົມຄົບກັນ ຕັ້ງແຕ່ 2 ຄົນຂຶ້ນໄປ ເພື່ອກະທໍາຄວາມຜິດ ກ່ຽວກັບ ຢາເສບຕິດ ແລະ ໄດ້ມີການກະທໍາ ກ່ຽວກັບ ຢາເສບຕິດ, ຮ່ວມກັນ ນໍາຢາບ້າ ຊຶ່ງ ເປັນຢາເສບຕິດ ໃຫ້ໂທດປະເພດ 1 ເຂົ້າມາໄທ ເພື່ອຈໍາໜ່າຍ ແລະ ຮ່ວມກັນ ມີຢາເສບຕິດ ໄວ້ໃນຄອບຄອງ ເພື່ອຈໍາໜ່າຍ ຢ່າງຜິດກົດໝາຍໄທ.

ຄໍາຟ້ອງລະບຸພຶດຕິກັມ ວ່າຈໍາເລີຍກັບພັກພວກ ທີ່ຢູ່ສປປລາວ ຮ່ວມກັນຈັດຫາ ຢາເສບຕິດ ຮວມທັງຣົດຍົນ ສໍາລັບຊຸກຊ້ອນ ແລະຣົດຍົນ ນໍາທາງໃນການລໍາລຽງ ຢາເສບຕິດ ໂດຍມີພັກພວກຂອງຈໍາເລີຍ ທີ່ອັຍການໄດ້ຍື່ນຟ້ອງ ຕໍ່ສານໄວ້ແລ້ວຮວມ 6 ຄົນ ທີ່ຮ່ວມກະທໍາໜ້າທີ່ ຂັບຣົດ ຮັບຢາຂ້າມຈາກ ສປປລາວ ເຂົ້າມາໃນ ປະເທດໄທ ເພື່ອສົ່ງຕໍ່ ຊຶ່ງພວກຈໍາເລີຍ ໄດ້ຂັບຣົດນໍາທາງ ແລະສໍາຣວດເສັ້ນທາງ ເພື່ອ ກວດສອບວ່າ ມີດ່ານຂອງ ເຈົ້າໜ້າທີ່ ຕໍາຣວດຫລືບໍ່ ກ່ອນທີ່ຈະປະສານ ຕິດຕໍ່ກັນ ເພື່ອສົ່ງມອບ ຢາເສບຕິດ ໃຫ້ກັບເຄືອຂ່າຍ ທາງພາກ ໃຕ້ຂອງໄທ ແລະ ມາເລເຊັຽ ຕໍ່ໄປ.

ເມື່ອວັນທີ 30 ກັນຍາ 2016 ຈໍາເລີຍກັບພັກພວກ ທີ່ຖືກຍື່ນຟ້ອງແລ້ວ ແລະອີກຫລາຍຄົນ ທີ່ຍັງຫລົບໜີ ໄດ້ຮ່ວມກັນ ນໍາຢາບ້າ 1 ລ້ານ 2 ແສນເມັດ ຈາກສປປລາວ ຊຸກຊ້ອນໄວ້ຢູູກ້ອງ ຫຼັງຄາຣົດຍົນ ຜ່ານດ່ານກວດຄົນເຂົ້າເມືອງ ແຂວງໜອງຄາຍເຂົ້າມາ. ແລະເມື່ອວັນທີ 1 ຕຸລາ 2016 ຕໍາຣວດສາມາດຈັບ ເຄືອຂ່າຍຂອງຈໍາເລີຍ ພ້ອມຍຶດ ຢາເສບຕິດ ທີ່ເປັນຂອງກາງໄດ້. ຕາມຣາຍງານຂ່າວ ຜູ້ຈັດການ ອອນລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.