ຫ້ອງການຢາເສບຕິດກັງວົນເມື່ອ ອາຊຽນ ຮວມຕົວ

ຈໍາປາທອງ
2015.03.04
f-image ຫ້ອງການຢາເສບຕິດກັງວົນເມື່ອ ອາຊຽນ ຮວມຕົວ
RFA

ສໍານັກງານ ປ້ອງກັນ ແລະ ປາບປາມ ຢາເສບຕິດ ຂອງໄທ ຮ່ວມກັບ ຫ້ອງການ ຕ້ານ ຢາເສບຕິດ ແລະ ອາຊຍາກັມ ສະຫະ ປະຊາຊາດ UNODC ແລະ ຄນະ ກັມການ ຄວບຄຸມ ຢາເສບຕິດ ສາກົນ ຖແລງ ຣາຍງານ ປະຈໍາ ປີ 2014 ກ່ຽວກັບ ສະພາບ ຢາເສບຕິດ ແລະ ສານ ປະກອບ ຢາເສບຕິດ ທີ່ ບາງກອກ ປະເທສໄທ ໃນ ວັນທີ 3 ມິນາ 2015 ນີ້.

ຍານາງ ຣັດຊະນີກອນ ສອນສິຫຣິ ຮອງ ເລຂາ ທິການ ສໍານັກງານ ປ້ອງກັນ ແລະ ປາບປາມ ຢາເສບຕິດ ຂອງໄທ ກ່າວ ຕອນນຶ່ງ ເຖິງ ຄວາມ ເປັນຫ່ວງ ຕໍ່ ບັນດາ ປະເທສ ລຸ່ມ ແມ່ນໍ້າຂອງ ເມື່ອ ເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ ແລ້ວ ຍ້ອນ ຢ້ານວ່າ ອາຈມີ ຫລາຍ ເພິ່ມຂຶ້ນ:

"ທາງ ຫ້ອງການ ດ້ານ ຢາເສບຕິດ ແລະ ອາຊຍາກັມ ສະຫະ ປະຊາຊາດ ມີຄວາມ ເປັນຫ່ວງ ກັງວົນ ຍ້ອນ ຕໍ່ໄປ ພູມີພາກ ເອເຊັຽ ຈະລວມ ຕົວກັນ ເປັນ ປະຊາຄົມ ເສຖກິດ ອາຊຽນ ແລ້ວ. ເຣຶ່ອງການ ຂ້າມ ໄປມາ ການ ຂົນສົ່ງ ຢາເສບຕິດ ຫລື ການຄ້າ ຜິດ ກົດໝາຍ ຂ້າມ ຊາຍແດນ ອາຈ ຫລາຍຂຶ້ນ ຊຶ່ງ ເປັນເຣຶ່ອງ ທີ່ ໜ່ວຍງານ ດ້ານ ຄວາມ ໝັ້ນຄົງ ຂອງ ແຕ່ລະ ປະເທສ ຈະຕ້ອງໄດ້ ຣະມັດ ຣະວັງ ເປັນ ພິເສດ".

ກ່ຽວກັບ ບັນຫາ ນີ້ ທ່ານ Matthew Nice ຜູ້ ປະສານງານ ດ້ານ ຊາຍແດນ ຂອງ ຫ້ອງການ ຕ້ານ ຢາເສບຕິດ ແລະ ອາຊຍາກັມ ສະຫະ ປະຊາຊາດ ຣາຍງານ ວ່າ ປັດຈຸບັນ ທາງ ຫ້ອງການ ຂອງ ທ່ານ ໄດ້ຕັ້ງ ຫ້ອງການ ຢູ່ ຊາຍແດນ ໃນ ປະເທສ ລຸ່ມ ແມ່ນໍ້າຂອງ 70 ກວ່າ ແຫ່ງ ເປັນຕົ້ນ ຢູ່ລາວ, ໄທ ພະມ້າ, ຈີນ ແລະ ວຽດນາມ ຊຶ່ງ ທີ່ຜ່ານມາ ໄດ້ ຝຶກ ອົບຮົມ ການ ຕ້ານ ຢາເສບຕິດ ແບບ ເຄື່ອນທີ່ ໃນ ບາງ ປະເທສ ມາແລ້ວ ເປັນຕົ້ນ ຢູ່ ກໍາພູຊາ; ພ້ອມກັນ ນັ້ນ ກໍຍັງ ໃຫ້ ຄວາມ ສໍາຄັນ ໃນ ບັນຫາ ການ ຄ້າມະນຸດ ແລະ ພ້ອມ ທີ່ຈະ ປະສານງານ ຊ່ວຍເຫຼືອ ແຕ່ລະ ປະເທສ ນໍາດ້ວຍ.

ໃນການ ຖແລງຂ່າວ ຄັ້ງນີ້ ຍັງໄດ້ ກ່າວເຖິງ ເຣຶ່ອງການ ລັກລອບ ຂົນ ຢາເສບຕິດ ໃນ ປະເທສ ລຸ່ມ ແມ່ນໍ້າຂອງ ທັງຜ່ານ ຊາຍແດນ ທັມມະຊາດ, ທາງຣົດ ແລະ ທາງເຮືອ ທີ່ ຍັງມີຢູ່ ຢ່າງ ຫຼວງຫຼາຍ ຮວມທັງ ຣະຫວ່າງ ຊາຍແດນ ລາວ ແລະ ປະເທສ ເພື່ອນບ້ານ; ຫາກ ຍັງບໍ່ ສາມາດ ແກ້ໄຂ ໄດ້ ມັນຈະເປັນ ບັນຫາ ໜັກໜ່ວງ ຕໍ່ ປະຊາຄົມ ເສຖກິດ ອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.