ຈຸດຂົນສົ່ງຢາເສພຕິດ ຂ້າມແດນ

ສິດນີ
2017.06.11
f-khammouan ແຂວງຄໍາມ່ວນ
Screen captured Khammouan video

ດ່ານປະເພນີເຂົ້າ-ອອກ ຣະຫວ່າງ ລາວ-ໄທ ຫລາຍແຫ່ງ ກາຍເປັນເສັ້ນທາງ ຂົນສົ່ງ ຢາເສບຕີດ ເພາະບໍ່ມີເຈົ້າຫນ້າທີ່ ກວດກາຢ່າງ ເຂັ້ມງວດ ເປັນຕົ້ນດ່ານ ປະເພນີ ເມືອງຫີນບູນ ແຂວງຄຳມ່ວນ ກັບ ເມືອງທ່າອຸເທນ ແຂວງນະຄອນພະນົມ ຂອງໄທ, ນອກຈາກ ຈະ ເປັນເສັ້ນທາງ ຂົນຢາເສບຕິດແລ້ວ ຍັງເປັນການ ຄ້າສັດປ່າ ນຳອີກ.

ໃນມື້ວັນທີ 8 ມິຖຸນາ ຜ່ານມາ ເຈົ້າຫນ້າທີ່ຕຳຣວດ ທີ່ເມືອງທ່າອຸເທນ ແຂວງນະຄອນພະນົມ ໄດ້ຈັບຄົນໄທ ຊື່ ທ້າວ ພິດສີດ ເກດສີມມາ ອາຍຸ 37 ປີ ທີ່ລັກຂົນຢາບ້າ ຈຳນວນ 2 ພັນເມັດ ຈາກລາວ ຜ່ານດ່ານປະເພນີ ທີ່ເມືອງຫີນບູນ ເຂົ້າມາ ເມືອງທ່າອຸເທນ ແຂວງນະຄອນ ພະນົມ. ດັ່ງເຈົ້າຫນ້າທີ່ຕຳຣວດ ທີ່ເມືອງທ່າອຸເທນ ທ່ານນືື່ງ ກ່າວວ່າ:

"ຮ້ອຍເວນ ໄດ້ນຳຜູ້ຕ້ອງຫາ ໄປຝາກຂັງ ທີ່ສານນະຄອນພະນົມ ແລ້ວ ສອບປາກຄຳຮຽບຮ້ອຍ ຫມົດແລ້ວ ສົ່ງຝາກຂັງຫມົດແລ້ວ ດຽວນີ້ ມີຊາວບ້ານ ເຂົ້າມາກວ່າ 10 ຄົນ ກຳລັງໄກ່ເກັ່ຽ ຄະດີກັນຢູ່"

ຈາກການສອບປາກຄຳ ຜູ້ຕ້ອງຫາພົບວ່າ ຜູ້ກ່ຽວຮຽນຈົບ ມະຫາວິທຍາລັຍ ແຫ່ງນຶ່ງ ທີ່ປະເທດໄທ ແລະໄດ້ແຕ່ງງານ ກັບແມ່ຍິງຄົນລາວ ໂດຍເຮັດອາຊີບ ເປັນຄົນງານ ປາດ ຢາງພາລາ ໃຫ້ຄອບຄົວ ແມ່ເຖົ້າ ແຕ່ລາຍໄດ້ ບໍ່ພຽງພໍ ຈຶ່ງໄປຮັບຈ້າງ ສົ່ງຢາບ້າ ໃນຄ່າຈ້າງຄັ້ງລະ 5 ພັນ ຫາ 1 ຫມື່ນບາດ ເຮັດມາໄດ້ ສາມເທືຶ່ອແລ້ວ.

ເຖິງຢ່າງໃດກໍຕາມ ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ ປກສ ທີ່ແຂວງຄຳມ່ວນ ເວົ້າວ່າ ຍັງບໍ່ຮູ້ກ່ຽວກັບ ບັນຫາດັ່ງກ່າວ ເພາະຍັງບໍ່ໄດ້ ຮັບແຈ້ງ ການຈາກເຈົ້າຫນ້າທີ່ ດ່ານ ປະເພນີ ທີ່ ເມືອງຫີນບູນ. ສ່ວນເຣື້ອງກວດຢາເສບຕິດ ຕາມດ່ານຕ່າງໆ ໃນແຂວງ ທາງການແຂວງ ກໍໄດ້ ດຳເນີນ ການກວດກາ ຢ່າງເຂັ້ມງວດ:

"ອັນນີ້ກະຍັງບໍ່ທັນ ເຫັນ ຮັບຂ່າວ ເຂົາບໍ່ໄດ້ລາຍງານຫຍັງເນາະ ຂື້ນຢູ່ກັບເມືອງຫີນບູນ ເຂດເມືອງຫີນບູນ ຍັງບໍ່ໄດ້ ຮັບລາຍງານຫຍັງເດີ ດຽວນີ້ ກວດກາຢູ່ ແຕ່ເຂົາຍັງບໍ່ທັນ ລາຍງານ ໃຫ້ລະອຽດ ບໍ່ທັນໄດ້ ຫຍັງເລີຍນະ".

ລາວ-ໄທ ມີຊາຍແດນ ຮ່ວມກັນຫລາຍຮ້ອຍກິໂລແມັດ ດ່ານເຂົ້າ-ອອກ ລະຫວ່າງ ສອງປະເທດ ກາຍເປັນເສັ້ນທາງ ລຳລຽງການຄ້າຂອງ ເຖື່ອນ ຂອງກຸ່ມ ອາຊຍາກອນ ຂ້າມຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.