ຄົນລາວ-ວຽດນາມທີ່ຕິດຢາ ຕາມ ຊາຍແດນ
2014.11.05

ເຈົ້າຫນ້າທີ່ ຕ້ານ ຢາເສພຕິດ ເວົ້າວ່າ ເມື່ອບໍ່ດົນ ມານີ້ ເຈົ້າຫນ້າທີ່ ລາວ ວຽດນາມ ໄດ້ ປະຊຸມ ປຶກສາ ຫາລື ກັນ ກ່ຽວກັບ ການແກ້ ໄຂ ບັນຫາ ຢາເສບຕິດ ຕາມແນວ ຊາຍແດນ ຂອງສອງ ປະເທດ ວ່າ ປັດຈຸບັນ ປະຊາຊົນ ຕາມແນວ ຊາຍແດນ ລາວ ວຽດນາມ ໃນ 8 ແຂວງ ມີຄົນ ເສພ ຢາເສພຕິດ ກວ່າ 40 ພັນ ຄົນ ສ່ວນ ໃຫຍ່ ເປັນຜູ້ໃຊ້ ແຮງງານ ແລະ ເຮັດວຽກ ກະເສດ. ດັ່ງທ່ານເວົ້າ ວ່າ:
"ຢາເສພຕິດ ຢູ່ເຂດ ຊານເມືອງ ມັນກໍຈະ ແມ່ນ ເຮັດໄຮ່ ເຮັດສວນ ອ້ອຍ ເຮັດນາ ນີ້ແຫລະ ແລະ ກໍເປັນ ກັມມະກອນ ຮັບຈ້າງ ໄດ້ ເງິນ ພວກນີ້ ກໍໄປຊື້ ມາກິນ ຊື້ເສພ ມີແຕ່ ເຂົາຊື້ ຈາກ ບ່ອນອື່ນ ມາສູບ".
ທ່ານກ່າວ ຕື່ມວ່າ 8 ແຂວງ ຂອງລາວ ທີ່ ມີການ ສຳຣວດ ຄື ແຂວງ ຊຽງຂວາງ ຫົວພັນ ຫລວງ ພຣະບາງ ແລະ ແຂວງ ຜົ້ງ ສາລີ ສຳລັບ ແຂວງ ຂອງ ວຽດນາມ ນັ້ນ ກໍມີ ແຂວງ ເງາະອານ ແຂວງ ທັນຮົວ ເຊີນລາ ແລະ ແຂວງ ດຽນບຽນ ພົບ ວ່າ ມີຜູ້ ເສພ ຢາເສພຕິດ ປະມານ 24 ພັນ 300 ຄົນ ທຽບໃສ່ ປີ 2013 ຖືວ່າ ເພີ້ມຂື້ນ 2800 ຄົນ ຢາເສພຕິດ ທີ່ ປະຊາຊົນ ນິຍົມ ເສພ ຫລາຍ ກວ່າຫມູ່ ແມ່ນ ຢາບ້າ ແລະ ຝີ່ນ.
ນອກຈາກ ນີ້ ຍັງພົບ ວ່າ ໃນປີ 2014 ນີ້ ໃນເຂດ ຊາຍແດນ ລາວ ວຽດນາມ ໃນ ບັນດາ 8 ແຂວງ ດັ່ງກ່າວ ມີຄະດີ ກ່ຽວກັບ ຢາເສພ ຕິດ ຫລາຍກວ່າ 3200 ຄະດີ ສາມາດ ຈັບກຸມ ຜູ້ຕ້ອງຫາ ໄດ້ ກວ່າ 4300 ຄົນ ເພິ້ມຂຶ້ນ 300 ກວ່າ ຄົນ ຈາກ ປີ 2013.
ເຈົ້າຫນ້າທີ່ ທ່ານນີ້ ເວົ້າຕື່ມ ວ່າ ການ ເພິ້ມຂຶ້ນ ທັງຜູ້ເສພ ແລະ ຜູ້ຂາຍ ນີ້ ສະແດງ ໃຫ້ ເຫັນວ່າ ການແກ້ໄຂ ບັນຫາ ຢາເສພຕິດ ຕາມ ແນວ ຊາຍແດນ ລາວ ວຽດນາມ ຍັງ ຫລົ້ມແຫລວ ຢູ່ ຍັງມີ ການ ເຄື່ອນໄຫວ ຂອງ ຂະບວນ ການຄ້າ ຢາເສພຕິດ ໃນເຂດ ດັ່ງກ່າວ ຫລາຍຢູ່.