ຂົວມິຕພາບ ລາວ-ພະມ້າ

ມະນີຈັນ
2017.06.09
F-Laos-Myanmar-Bridge ຂົວ ມິຕພາບ ຣະຫວ່າງ ສປປລາວ ແລະ ພະມ້າ
RFA/VD

ຂົວມິຕພາບ ລາວ-ພະມ້າ ຊຶ່ງເປີດໃຊ້ຢ່າງເປັນທາງການ ເມື່ອປີ 2015 ເປັນຕົ້ນມາ ປັດຈຸບັນ ຍັງບໍ່ທັນ ເປັນບ່ອນຂົນສົ່ງສິນຄ້າ ແຕ່ກັບ ເປັນເສັ້ນທາງລຳລຽງ ຢາເສພຕິດ ໃຫຍ່ທີ່ສຸດ ໃນພາກເໜືອ ຂອງລາວ. ປະຊາຊົນ ຜູ້ນື່ງທີ່ອາໃສ ຢູ່ໃກ້ຊາຍແດນ ລາວ-ພະມ້າ ເວົ້າວ່າ:

"ແຕ່ກ່ອນ ບໍ່ທັນມີຂົວ ເຂົາເຈົ້າ ຂົນຢາເສບຕິດ ມາທາງເຮືອ ຈາກຝັ່ງ ພະມ້າ ເວລາມາຮອດ ທ່າເຮືອ ກໍມີ ຣົດກະບະ ມາຮັບເອົາ ຢູ່ດ່ານ ແຕ່ຫລັງຈາກ ມີຂົວ ເຂົາເຈົ້າ ຂົນຜ່ານ ຂົວໄປເລີຍ".

ຫ້ອງການຕ້ານອາຊຍາກັມ ແລະຢາເສພຕິດ ສະຫະປະຊາຊາດ ຣາຍງານວ່າ ພວກຄ້າຢາເສບຕິດ ມັກລຳລຽງຢາເສພຕິດ ໂດຍສະເພາະ ຢາບ້າ ແລະ ເຮໂຣອິນ ຜ່ານຂົວນີ້.

ເຈົ້າໜ້າທີ່ຕໍາຣວດ ປະຈຳດ່ານຫົວຂົວ ມິຕພາບ ລາວ-ພະມ້າ ກ່າວວ່າ ປັດຈຸບັນ ທາງການລາວ ແລະ ພະມ້າ ຍັງບໍ່ທັນ ອະນຸຍາດ ໃຫ້ ຣົດບັນທຸກ ສິນຄ້າ ແລ່ນຜ່ານຂົວ ແຫ່ງນີ້ເທື່ອ ພຽງແຕ່ ອະນຸຍາດ ໃຫ້ປະຊາຊົນ ທ້ອງຖິ່ນ ຂ້າມໄປມາ ຫາສູ່ກັນ ເທົ່ານັ້ນ. ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ຕື່ມວ່າ:

“ເພີ່ນບໍ່ອະນຸຍາດໃຫ້ ເອົາຫຍັງໄປເທື່ອ ດຽວນີ້ກະມີແຕ່ ອະນຸຍາດ ໃຫ້ຄົນເຂົ້າອອກ ຕາມເຂດຊາຍ ແດນຊື່ໆ ໃຜຊິໄປໄກ ກະຍັງໄປບໍ່ໄດ້ ມີແຕ່ຊາວບ້ານ ເຂດໃກ້ຄຽງເຂົາ ໄປມາຫາກັນ ກະບໍ່ ຫລາຍປານໃດ ໄດ້ງີນທາງຂັ້ນເທີງ ເພີ່ນລົມກັນ ກັບເບື້ອງພະມ້າ ຫັ້ນຍັງບໍ່ທັນມີ ແນວໃດເທື່ອ”

ປັດຈຸບັນ ລາວ ຍັງບໍ່ທັນມີ ສິນຄ້າຫຍັງ ທີ່ຈະສົ່ງໄປພະມ້າ; ຖນົນຈາກຂົວມິຕພາບ ໄປຫາເມືອງສິງ ກໍຍັງເປັນ ທາງດິນແດງ ທັງເປ່ເພ ແລະແຄບ, ໃນຣະດູຝົນ ແຮ່ງຮ້າຍ ຣົດ ໂດຍສະເພາະ ຣົດບັນທຸກ ສິນຄ້າ ໄປບໍ່ໄດ້ເລີຍ.

ເຖິງຢ່າງໃດກໍຕາມ, ຣັຖບານລາວ ກໍ່ມີແຜນ ທີ່ຈະສ້າງ ທາງຫລວງ ຂນາດໃຫຍ່ ເພື່ອເຊື່ອມຕໍ່ ກັບຂົວນັ້ນ ໃນໄວໆນີ້ ຊຶ່ງຈະເປັນທາງ ເຊື່ອມຕໍ່ ຣະຫວ່າງ ປະເທດລາວ, ພະມ້າ ແລະ ຈີນ. ບໍຣິສັດ ວຽດນາມ ໄດ້ສຶກສາສຳຣວດ ອອກແບບ ການສ້າງ ເສັ້ນທາງດັ່ງກ່າວ ຮຽບຮ້ອຍແລ້ວ ຍັງລໍຖ້າແຕ່ ການອະນຸມັດ ຈາກ ຣັຖບານລາວ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.