ຢາເສພຕິດຈາກລາວ ຖືກຍຶດ ຢູ່ໄທ

ຢາເສບຕິດ ທີ່ ເຈົ້າໜ້າທີ່ໄທ ຍຶດໄດ້ຮວມມູນຄ່າ 1,7 ຕື້ບາດ ທີ່ພວກຄ້າຢາເສບຕິດ ລັກຂົນຂ້າມໄປຈາກ ຝັ່ງລາວ ແຂວງບໍ່ແກ້ວ ເມື່ອວັນທີ 02 ເມສາ 2018
ຢາເສບຕິດ ທີ່ ເຈົ້າໜ້າທີ່ໄທ ຍຶດໄດ້ຮວມມູນຄ່າ 1,7 ຕື້ບາດ ທີ່ພວກຄ້າຢາເສບຕິດ ລັກຂົນຂ້າມໄປຈາກ ຝັ່ງລາວ ແຂວງບໍ່ແກ້ວ ເມື່ອວັນທີ 02 ເມສາ 2018 (Screen captured laothai.org)

0:00 / 0:00

ເຈົ້າໜ້າທີ່ຕຳຣວດ ແຂວງຊຽງຣາຍຂອງໄທ ຍຶດຢາບ້າ 9 ລ້ານ 4 ແສນເມັດ ແລະຢາໄອສ 1 ຕັນ ຮວມມູນຄ່າ 1,7 ຕື້ບາດ ທີ່ພວກຄ້າ ຢາເສບຕິດ ລັກຂົນຂ້າມໄປຈາກ ແຂວງບໍ່ແກ້ວ ສປປ ລາວ ເມື່ອວັນທີ 2 ເມສາ ຜ່ານມາ. ເຈົ້າໜ້າທີ່ສາມາດ ຈັບຜູ້ຕ້ອງຫາ ຊາວໄທໄດ້ 3 ຄົນ ຂນະທີ່ຜູ້ຕອ້ງຫາ ກຳລັງນໍາຢາເສບຕິດ ຊຶ່ງຮັບມາຈາກເຮືອຂົນສົ່ງສິນຄ້າ ຂນາດໃຫຍ່ ຂອງລາວ ຕຽມສົ່ງໄປແຂວງອື່ນ ຂອງໄທ. ເຈົ້າໜ້າທີ່ໜ່ວຍເຮືອ ຮັກສາຄວາມສງົບ ຕາມແມ່ນໍ້າຂອງ ແຂວງຊຽງຣາຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

"ຄະດີນີ້ແມ່ນການຮ່ວມມືກັນ ລະຫວ່າງຕຳຣວດ ແລະທະຫານ ມັນມີທີມຂົນຫລາຍທີມ ກໍ່ຄືການຂົນແມ່ນໃຊ້ເຮືອສີນຄ້າລາວ ຂນາດໃຫຍ່ ຫລາຍສົມຄວນ ແລ້ວກໍ່ເອົາຄົນມາຂົນ ຈຳນວນຫລາຍ ແລ້ວກໍ່ເອົາຢາບ້າ ຢາໄອສ ຢາເຄ ເອົາຂຶ້ນໃນເຮືອມາພໍເຮືອ ຈາກຝັ່ງລາວເຖິງຝັ່ງໄທ ກໍ່ຈະຕ້ອງຕໍ່ຝັ່ງໄທ ກໍ່ໃຊ້ຄົນລາວ ຢູ່ໃນເຮືອຂົນ ຟ້າວດຳເນີນການຂົນຢາ ຊຶ່ງໃຊ້ເວລາບໍ່ຮອດ ເຄິ່ງຊົວໂມງ ຂົນຂຶ້ນລົດ."

ເຈົ້າໜ້າທີ່ເວົ້າອີກວ່າ ພວກຄ້າຢາເສບຕິດ ທີ່ຖືກຈັບໄດ້ເປັນຜູ້ຊາຍ 2 ຄົນ ແລະແມ່ຍິງ 1 ຄົນ ທັງໝົດໃຫ້ການວ່າ ເປັນຜູ້ຂົນສົ່ງຢາ ຊຸດນິ້ ບໍ່ຮູ້ແຫລ່ງມາຈາກໃສ. ເຈົ້າໜ້າທີ່ສັນນິຖານວ່າ ເປັນຢາເສບຕິດ ມາຈາກພະມ້າ:

"ຢາບ້າຊຸດນີ້ ມາຈາກຊົນກຸ່ມນ້ອຍ ທີ່ຢູ່ຕິດກັບຈີນ ຢາບ້າຂອງຊົນຊາດວ້າ ແລະ ການລຳລຽງມາຈາກ ຣັຖສານຕອນເໜືອ ຜ່ານລົງມາທີ່ລາວ ຜ່ານສາມຫລ່ຽມຄຳ ຜ່ານເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຂອງລາວ ເຂົ້າມາພັກ ທີ່ບ້ານດອນ ຊຶ່ງເປັນເມືອງຫ້ວຍຊາຍ ຕິດກັບເມືອງປາກທາ ຄືນນັ້ນກໍ່ປະສານງານ ກັບທາງ ສປປ ລາວ ຢູ່ຜ່ານທາງ SAVE THE MEKONG."

ປັດຈຸບັນເຈົ້າໜ້າທີ່ຕຳຣວດ ແລະທະຫານໄທ ກຳລັງສອບສວນ ຊາວໄທ ທັງ 3 ສ່ວນທາງການລາວ ຮັບຊາບກຽ່ວກັບ ເຣື້ອງນີ້ແລ້ວ ແລະ ກຳລັງດຳເນີນການ ໃນສ່ວນ ຂອງລາວ.