ຍຶດຢາບ້າໄດ້ ເຈົ້າຂອງເຮືອໜີໄດ້
2013.03.14
ເປັນຍ້ອນຫຍັງ ເຈົ້າໜ້າທີ່ ຍຶດຢາບ້າ ໄດ້ເກຶອບ 2 ລ້ານເມັດ ແຕ່ຈັບໂຕ ຜູ້ຕ້ອງຫາ ບໍ່ໄດ້.
ເມື່ອບໍ່ດົນ ມານີ້ ກະຊວງປ້ອງກັນ ຄວາມສະຫງົບ ຣາຍງານ ວ່າ “ປກສ” ກຸ່ມຊຽງກົກ, ເມືອງລອງ, ແຂວງ ຫລວງນໍ້າທາ ໄດ້ນໍາ ກໍາລັງ ເຂົ້າກວດຄົ້ນ ເຮືອ ບັນທຸກ ສິນຄ້າ ລໍານື່ງ ທີ່ ສົງໄສວ່າ ຂົນສົ່ງ ຢາເສພຕິດ, ເຮືອລໍານັ້ນ ພວມຈອດຢູ່ ທ່ານໍ້າຂອງ ເຂດບ້ານ ຫ້ວຍກຸມ ເມືອງລອງ ແລະ ພົບເຫັນ ຢາບ້າ ໃນກະເປົາ 8 ໜ່ວຍ ບັນຈຸ ຢາບ້າ ເກືອບ 2 ລ້ານເມັດ ມີນໍ້າໜັກ 229 kg. ສ່ວນຜູ້ຕ້ອງຫາ ເອົາຕົວຫລົບໜີ ໄປໄດ້ ທັງໆທີ່ ເຈົ້າໜ້າທີ່ ຮູ້ວ່າ ເຮືອລໍານັ້ນ ເປັນເຮືອ ຂອງ ທ້າວ ສົມພອນ ອາຍຸ 57 ປີ ຢູ່ບ້ານ ໜອງຄໍາ ເມືອງ ແລະແຂວງ ຫລວງພຣະບາງ. ປັຈຈຸບັນ ກໍາລັງ ເຈົ້າໜ້າທີ່ ກຳລັງຕິດຕາມ ຜູ້ຕ້ອງຫາ ມາດໍາເນີນ ການສອບສວນ ເພື່ອຢາກຮູ້ ແຫລ່ງທີ່ມາ ຂອງ ຢາເສບຕິດ ຣາຍໃຫຍ່ນີ້ ວ່າ ແມ່ນໃຜ ຢູ່ເບື້ອງຫລັງ.
ເຫດການ ດັ່ງກ່າວ ເຮັດໃຫ້ ຫລາຍໆຄົນ ມີຄໍາຖາມວ່າ ດ້ວຍເຫດໃດ ເຈົ້າໜ້າທີ່ ຈິ່ງບໍ່ສາມາດ ຈັບຜູ້ ກະທໍາຜິດ ມາດໍາເນີນ ຄະດີ ໃນຂນະທີ່ ໜ່ວຍກໍາລັງ ເຈົ້າໜ້າທີ່ ກໍຮູ້ດີວ່າ ເຮືອລໍາ ດັ່ງກ່າວ ພວມຂົນສົ່ງ ຢາເສບຕິດ ຢູ່. ນັກສັງເກດການ ຫລາຍໆ ຄົນ ໃຫ້ ທັສນະ ວ່າອາດ ເປັນຍ້ອນ ການວາງແຜນ ປະຕິບັດ ໜ້າທີ່ ຂອງ ເຈົ້າໜ້າທີ່ ບໍ່ຮັດກຸມ ຈຶ່ງເຮັດໃຫ້ ພວກຄ້າ ຢາເສບຕິດ ຮູ້ຕົວກ່ອນ ຈິ່ງຫລົບໜີທັນ ຫຼື ບໍ່ດັ່ງນັ້ນ ອາດມີສາຍ ຂອງ ພວກຄ້າ ຢາເສບຕິດ ສັງກັດ ຢູ່ໃນ ຂະບວນ ປາບປາບ ຢາເສບຕິດ ນັ້ນເອງ.
ກ່ອນໜ້ານີ້ ໃນຕົ້ນເດືອນ ກຸມພາ ເຈົ້າໜ້າທີ່ “ປກສ” ເມືອງລອງ ກໍສາມາດ ຈັບຜູ້ຄ້າ ຢາເສບຕິດ ແລະ ຍຶດຢາບ້າ ໄດ້ຫລາຍ ກ່ວາ 2 ພັນເມັດ, ຢູ່ ນະຄອນຫລວງ ວຽງຈັນ ເຈົ້າໜ້າທີ່ ໄດ້ ສະກັດກັ້ນ ແລະ ຕ້ານ ຢາເສບຕິດ ຍຶດຢາບ້າ ໄດ້ ຫລາຍກ່ວາ 2 ພັນເມັດ ຢູ່ເຂດບ້ານ ດົງໂດກ ເມືອງໄຊທານີ.