ບັນຫາການປາບຢາເສພຕິດ

ຈໍາປາທອງ
2016.06.27
F-drug ວັນສາກົນຕ້ານຢາເສພຕິດ 26/06/2013: ພິທີທໍາລາຍ ຢາເສພຕິດ ສນາມກິລາຫລັກ 4
Citizen Journalist

ໃນລະຍະ 1 ປີ ຜ່ານມາ ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ແຂວງອຸດົມໄຊ ປະສົບກັບ ບັນຫາ ຫຍຸ້ງຍາກ ຫຼາຍ ຮວມທັງ ເຄື່ອງມືສື່ສານ, ພາຫະນະ ນໍາໃຊ້ ກໍ ບໍ່ທັນສມັຍ ແລະ ງົບປະມານ ໃນການ ເຄື່ອນໄຫວ ກໍບໍ່ພຽງພໍ ເຮັດໃຫ້ ບາງຄັ້ງ ບໍ່ສາມາດ ຕິດຕາມ ຈັບກຸ່ມ ພໍ່ຄ້າ ຢາເສບຕິດ ຣາຍໃຫຍ່ໄດ້. ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ຜູ້ຂໍ ສງວນຊື່ ກ່າວຕໍ່ RFA ໃນວັນທີ 24 ມິຖຸນາ 2016 ນີ້ວ່າ:

"ເວົ້າເຣຶ່ອງ ງົບປະມານ ນີ້ຖືວ່າ ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ນີ້ຕ້ອງການ ຫຼາຍເນາະ 1 ກໍເປັນເຄື່ອງມື ທີ່ຮັບໃຊ້ ເຂົ້າເຮັດວຽກ ວິຊາສະເພາະ ນີ້ ຍັງບໍ່ທັນສມັຍ ເທື່ອເນາະ ພາຫະນະ ອຸປກອນ ຮັບໃຊ້ ເຄື່ອງສື່ສານ ຫຍັງຕ່າງໆນີ້ ຂອງ ເຈົ້າໜ້າທີ່ ຂອງເຮົາ ຍັງບໍ່ ທັນສມັຍ ຖືວ່າ ບໍ່ທັນກັບ ສະພາບການ ຮັ້ນນະ".

ທ່ານເວົ້າວ່າ ໃນປີນີ້ ທາງແຂວງ ສາມາດ ຈັບພໍ່ຄ້າ ຢາເສບຕິດໄດ້ ຫຼາຍສິບຄົນ, ແຕ່ທີ່ສານ ໄດ້ຕັດສິນ ໄປແລ້ວ ພຽງ 21 ຄະດີ. ສ່ວນຫຼາຍ ເປັນພໍ່ຄ້າ ຍ່ອຍ. ຂອງກາງ ທີ່ຍຶດໄດ້ ໃນປີນີ້ ເປັນຢາບ້າ 5,000 ປາຍເມັດ ແລະ ເຮໂຣອິນ ປະມານ 6-7 ກຣາມ.

ສ່ວນພໍ່ຄ້າ ຢາເສບຕິດ ຣາຍໃຫຍ່ ຍັງຢູ່ໃນ ຣະຫວ່າງ ລໍສານຕິດສິນ. ທ່ານກ່າວຕື່ມວ່າ ການສະກັດກັ້ນ ແລະ ປາບປາມ ຢາເສບຕິດ ປີນີ້ ຖືວ່າ ປະສົບ ຜົລສໍາເຣັດ ຫຼາຍກວ່າ ປີກາຍ ຍ້ອນ ເຈົ້າໜ້າທີ່ ກ່ຽວຂ້ອງ ມີການ ປະສານງານ ກັນດີ, ແຕ່ໃນຂນະດຽວກັນ ກໍຍັງບໍ່ສາມາດ ເຂົ້າເຖິງ ບາງເປົ້າໝາຍໄດ້ ຍ້ອນມີ ອຳນາດເງິນ ແລະ ອິດທິພົນ ກ່ຽວຂ້ອງ:

"ອໍານາດເງິນ ເຂົາຊື້ໄດ້ ທຸກຢ່າງນໍ ເຂົາຊື້ຄົນ ມາຂົນສົ່ງ ຢາເສບຕິດ ຂອງເຂົາ ຖ້າຫາກວ່າ ຈັບໄດ້ແລ້ວ ເຂົາບໍ່ມີ ການຊັກທອດ ຫາ ເຖົ້າແກ່ໃຫຍ່ ເລີຍຫັ້ນນະ ພໍ່ຄ້າຣາຍໃຫຍ່ ນີ້ ມັນຈະບໍ່ ມາສົ່ງ ໂດຍກົງເນາະ ມັນຈະໃຫ້ ມືປືນ ຫລືວ່າ ຜູ້ເປັນ ລູກແຫຼ້ງ ຕີນມີື ພວກກ່ຽວນີ້ ມາສົ່ງເອງ ແລ້ວຈຶ່ງບໍ່ຖືກ ເຈົ້າໜ້າທີ່ ຈັບໄດ້ ຫລືວ່າ ຈັບໄດ້ແລ້ວ ເຈົ້າໜ້າທີ່ ເຮົາບໍ່ສາມາດ ສືບສວນ ຫາຫົວໂປ່ ໂຕການ ນີ້ໄດ້ຊັ້ນນະ ເພາະເຂົາເຈົ້າ ໄດ້ໃຫ້ການ ປະຕິເສດ ເລີຍຫັ້ນນະ".

ປັດຈຸບັນ ໃນເຂດ ເທສບານ ເມືອງໄຊ ແຂວງ ອຸດົມໄຊ ຫລືເຂດເມືອງ ທີ່ມີ ເສຖກິຈດີ ນັ້ນເປັນບ່ອນ ທີ່ພົບ ຢາເສພຕິດ ຫຼາຍທີ່ສຸດ.

ສໍາລັບວັນ ຕ້ານ ຢາເສບຕິດ ສາກົນ ວັນທີ 26 ມິຖຸນາ ນີ້ ທາງແຂວງ ຈະເຜົາທໍາລາຍ ຢາເສບຕິດ  ຈໍາພວກ ຄະດີ ທີ່ຕັດສິນ ແລ້ວນັ້ນ ຖິ້ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.