ສປປລາວປູກຝິ່ນເພີ້ມຂຶ້ນ
2014.12.09

ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະ ປະຊາຊາດ ຫຼື UNODC ຣາຍງານ ການ ປູກຝິ່ນ ໃນ ສປປລາວ ແລະ ພະມ້າ ປະຈໍາ ປີ 2014 ຢູ່ ບາງກອກ ປະເທດໄທ ໃນ ມື້ວັນທີ່ 8 ທັນວາ ນີ້ວ່າ ເນື້ອທີ່ ການ ປູກຝິ່ນ ໃນລາວ ປີນີ້ ມີ ທັງໝົດ 6,200 ເຮັກ ຕ້າ ຖືວ່າ ເພີ້ມຂຶ້ນ ກວ່າປີ ຜ່ານມາ ທີ່ ມີພຽງ 3,900 ເຮັກຕ້າ. ດັ່ງ ທ່ານ ຊິກ ທູເຣ (Cheikh Toure) ຜູ້ຕາງ ໜ້າ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະ ປະຊາຊາດ ກ່າວວ່າ:
“ໃນປີ 2006 ທາງການ ລາວ ໄດ້ ປະກາດ ວ່າຕົນ ເປັນປະເທດ ທີ່ ສາມາດ ລົບລ້າງ ການປູກຝິ່ນ ໄດ້ໝົດ ແຕ່ຄວາມຈິງ ແລ້ວ ຈາກປີ 2007 ຮອດປີ 2014 ຢູ່ລາວ ມີການ ປູກຝິ່ນ ເພີ້ມຂຶ້ນ ຖືວ່າເປັນ ສີ່ງສໍາຄັນ ເພື່ອ ໃຫ້ ອົງການ ນານາຊາດ ຈະໄດ້ ເຂົ້າໃຈ, ເພາະວ່າ ໃນ ພື້ນທີ່ ທີ່ມີການ ປູກຝິ່ນ ຢູ່ນັ້ນ ປະຊາຊົນ ມີຄວາມ ຍາກຈົນ ບໍ່ມີ ທາງເລຶອກ ອື່ນ ນອກຈາກ ການ ປູກຝິ່ນ”.
ຕາມ ຣາຍງານ ແຈ້ງວ່າ ແຂວງ ພາກເໜືອ ຂອງລາວ ທີ່ ມີການ ປູກຝິ່ນ ຫລາຍ ທີ່ສຸດ ຄື ແຂວງ ຜົ້ງສາລີ, ຈາກ ການສໍາຣວດ ທາງ ຮູບພາບ ດາວທຽມ ແລະ ການບິນ ສໍາຣວດ ທາງ ເຮລີຄ໊ອບເຕີ້ ພົບວ່າ ມີ 2,600 ເຮັກຕ້າ, ອັນດັບ 2 ຄື ແຂວງ ຫົວພັນ ມີປະມານ 1,700 ເຮັກຕ້າ, ອັນດັບ3 ຄື ແຂວງ ຫຼວງ ພຣະບາງ ມີ 1,100 ເຮັກຕ້າ, ອັນດັບ 4 ແຂວງ ບໍ່ແກ້ວ ມີ 400 ເຮັກຕ້າ, ອັນດັບ 5 ແຂວງ ຊຽງຂວາງ ມີ 300 ເຮັກຕ້າ ອັນດັບ 6 ແຂວງ ຫຼວງນໍ້າທາ ມີ100 ເຮັກຕ້າ ແລະ ສຸດທ້າຍ ແຂວງ ອຸດົມໄຊ ປູກຝິ່ນ ປະມານ 100 ເຮັກຕາ.
ທ່ານ Jeremy Douglas ຜູ້ຕາງໜ້າ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະ ປະຊາຊາດ ໄດ້ກ່າວ ເພີ້ມວ່າ ໃນ ອະນາຄົຕ ນີ້ ສປປລາວ ຈໍາເປັນຕ້ອງ ມີການ ເວົ້າເຖິງ ເຣື້ອງ ແຜນ ລົບລ້າງ ຢາເສບຕິດ ໃຫ້ເຂົ້າຢູ່ ໃນແຜນ ພັທນາ ປະເທດ ໃຫ້ ຫຼາຍຂຶ້ນ ກວ່າ ແຕ່ກ່ອນ ຖ້າ ບໍ່ດັ່ງນັ້ນ ການແກ້ໄຂ ປັນຫາ ຈະມີຄວາມ ຫຍູ້ງຍາກ ເພີ້ມຂຶ້ນ ແລະ ການສ້າງສາ ເສັ້ນທາງ ເຊື່ອມ ຕໍ່ກັນ ຣະຫວ່າງ ປະເທດ ອາດຈະກາຍ ເປັນ ເສັ້ນທາງ ຂົນສົ່ງ ຂອງ ພວກ ຄ້າ ຢາເສບຕິດ ໃນ ອະນາຄົດ.