ປູກຢາງບັງໜ້າ ເພື່ອຟອກເງິນ


2013.05.03
f-drug ກອງປະຊຸມ ວຽກງານ ກວດກາ ແລະ ຄວບຄຸມ ຢາເສພຕິດ ປະຈໍາປີ 2012 ນະຄອນຫຼວງ ວຽງຈັນ ວັນທີ 11-13 ກຸມພາ 2013
UNODC/Vientiane Times

 

ພວກຄ້າ ຢາເສບຕິດ ຢູ່ລາວ ລົງທຶນ ປູກ ຢາງພາຣາ ເພື່ອຟອກເງິນ ແລະ ເພື່ອກົບເກື່ອນ ເປັນສາກ ບັງໜ້າ. ເມື່ອວັນທີ່ 1 ພຶສພາ ເຈົ້າໜ້າທີ່ ຕຳຣວດໄທ ຈັບຄົນລາວ ຜູ້ນຶ່ງ ທີ່ມີຊື່ວ່າ ທ້າວພູລົມ ແລະ ຍຶດກັນຊາ ແຫ້ງ ໄດ້ເກືອບ 300 ກິໂລ ທີ່ ທ້າວພູລົມ ລັກຂົນສົ່ງ ຈາກ ຝັ່ງລາວ ເຂົ້າໄປ ແຂວງ ນະຄອນພະນົມ ຂອງໄທ. ກັນຊາແຫ້ງ ທີ່ມີມູນຄ່າ ເຖິງ 2 ລ້ານ ແລະ 5 ແສນບາດ. ເຈົ້າໜ້າທີ່ ປາບປາມ ຢາເສບຕິດ ຂອງໄທ ກ່າວກ່ຽວກັບ ເຣື່ອງນີ້ວ່າ:

"ທ່ານເວົ້າວ່າ ເຮົາໄດ້ລໍ້ຊື້ ຢາເສບຕິດ ທີ່ ນະຄອນພະນົມ ແລ້ວ ກໍຍຶດ ກັນຊາໄດ້ 297 ກິໂລ; ຜູ້ຕ້ອງຫາ ເປັນຄົນລາວ ຊື່ ທ້າວ ພູລົມ; ເຈົ້າໜ້າທີ່ ຈັບໄດ້ ມື້ວານນີ້ ແລະ ຍັງຈະສືບສວນ ເຣື່ອງນີ້ ຕື່ມຕໍ່ໄປ.”

ເຈົ້າໜ້າທີ່ ໄທ ທ່ານນີ້ ເວົ້າອີກວ່າ ທ້າວພູລົມ ຍອມຮັບ ສາຣະພາບ ວ່າ ເຂົາຄ້າ ແລະ ລັກຂົນສົ່ງ  ກັນຊາ ຂ້າມຂອງ ຫລາຍເທື່ອແລ້ວ ຈົນລ້ຳລວຍ ມີເງິນຫລາຍ ແລະໄດ້ໃຊ້ ເງິນນັ້ນ ໄປລົງທຶນ ປູກ ຢາງພາຣາ ຫລືຕັ້ງຮ້ານ ຂາຍຣົດ ຢູ່ລາວ ເພື່ອຟອກເງິນ ແລະ ຕົບຕາ ເຈົ້າໜ້າທີ່.

ນັກຄ້າ ຢາເສບຕິດ ຜູ້ນີ້ຍອມຮັບ ອີກວ່າ ພວກເຂົາ ມີການຈັດຕັ້ງ ຢ່າງດີ ເວລາລັກ ຂົນສົ່ງ ກັນຊາ ຂ້າມຂອງ ພວກເຂົາ ກໍມີກຳລັງ ປະກອບ ອາວຸດ ຕິດຕາມ ເທື່ອລະ ຢ່າງໜ້ອຍ 10 ຄົນ. ນັກຂ່າວ ຂອງ ວິທຍຸ ເອເຊັຍເສຣີ ຂອງພວກເຮົາ ໄດ້ໂທຖາມ ກະຊວງແຜນການ ແລະ ການລົງທຶນ ຂອງລາວ ວ່າ ມີແທ້ບໍ່ ທີ່ພວກຄ້າ ຢາເສບຕິດ ລົງທຶນ ປູກພືດ ອຸດສາຫະກັມ ການຄ້າ ເພື່ອເປັນການ ຟອກເງິນ? ເຈົ້າໜ້າທີ່ ກະຊວງ ຕອບວ່າ:

“ບໍ່ເດ່ ບໍ່ ກຳລັງຢູ່ ດຽວນີ້ ກຳລັງລົງ ສຳຣວດ ເກັບກຳຢູ່ ປະເມີນຢູ່ ສະເພາະຕົວນີ້ຫັ່ນ ອີງໃສ່ ຄຳສັ່ງເລກທີ່ 13 ຂອງ ທ່ານນາຍົກ ແຂວງຄຳມ່ວນ ກໍຖືວ່າ ເຮົາກຳລັງ ລົງກວດກາ ແລະ ກໍປະເມີນ ບັນດາ ເຂດດິນ ສັມປະທານ ຢາງພາຣາ ແລະ ເຂດໄມ້ວິກຢູ່.”

ນອກຈາກ ຟອກເງິນ ພວກຄ້າ ຢາເສບຕິດ ຣາຍໃຫຍ່ ຍັງມີ ເສັ້ນມີສາຍ ຫລືສົມຮູ້ ຮ່ວມຄິດກັບ ເຈົ້າໜ້າທີ່ ຂັ້ນສູງຂອງຣັດ ເພື່ອດຳເນີນ ທຸຣະກິດ ຜິດກົດໝາຍ ຂອງພວກເຂົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.