ລາວ-ໄທຮ່ວມມື ປາບຢາເສພຕິດ
2013.07.25

ທາງການລາວ ແລະ ໄທ ຈະຮ່ວມມືກັນ ປາບປາມ ການຄ້າ ຢາເສບຕິດ ຢ່າງເຂັ້ມງວດ ຂຶ້ນ ເຊັ່ນ ຈະມີການ ລາດຕະເວນ ຊາຍແດນ ຮ່ວມກັນ ແລະ ຈະມີການ ແລກປ່ຽນ ຂໍ້ມູນ ຂ່າວສານ ກ່ຽວກັບ ການ ເຄື່ອນໄຫວ ຂອງພວກຄ້າ ຢາເສບຕິດ ຫລາຍຂື້ນ ດັ່ງພັນເອກ ທະນາທິບ ສະຫວ່າງແສງ ໂຄສົກ ກະຊວງ ປ້ອງກັນ ປະເທດໄທ ກ່າວເມື່ອ ວັນທີ່ 25 ກໍຣະກະດາ ນີ້ວ່າ:
"ທ່ານເວົ້າວ່າ ເຣື່ອງຄວາມຮ່ວມມື ໃນການປາບປາມ ຢາເສບຕິດ ຄະນະ ກັມມະການ ຮັກສາຄວາມສງົບ ຮຽບຮ້ອຍ ຕາມເຂດ ຊາຍແດນ ໄທ-ລາວ ຈະເຂົ້າມາ ເບິ່ງແຍງ ຈະເຮັດ ໃຫ້ມີຄະນະ ກັມມະການ ຫລາຍຂື້ນ ຈະມີການ ແລກປ່ຽນ ຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ ແລະຈະລາດຕະເວນ ພື້ນທີ່ ຊາຍແດນ ທັງສອງ ປະເທດ ຮ່ວມກັນ".
ພັນເອກ ທະນາທິບ ອະທິບາຍວ່າ ຕົວຢ່າງ ໃນການແລກປ່ຽນ ຂໍ້ມູນ ຂ່າວສານ ນັ້ນ ກໍຈະມີການ ໂທຣະສັບ ແຈ້ງໃຫ້ກັນຮູ້ ໃນເວລາ ມີບັນຫາ ສຸກເສີນ ເຊັ່ນໃນເວລາຝ່າຍ ນຶ່ງຮູ້ວ່າ ຈະມີການລັກ ຂົນສົ່ງ ຢາເສບຕິດ ຈາກປະເທດ ນຶ່ງ ເຂົ້າໄປອີກ ປະເທດນຶ່ງ.
ນັ້ນແມ່ນ ຂໍ້ຕົກລົງ ສ່ວນນຶ່ງ ທີ່ ຄະນະ ກັມມະການ ຮ່ວມມື ຮັກສາຄວາມ ສງົບຮຽບຮ້ອຍ ຕາມ ເຂດຊາຍແດນ ຂອງ ລາວແລະໄທ ໄດ້ປຶກສາ ຫາລືກັນ ໃນກອງປະຊຸມ ເມື່ອວັນທີ່ 18 ເດືອນ ກໍຣະກະດາ ນີ້ ທີ່ ນະຄອນຫລວງ ວຽງຈັນ. ກອງປະຊຸມ ດ່ັງກ່າວ ທັງຝ່າຍ ລາວແລະໄທ ກໍຍອມຮັບວ່າ ການຄ້າ ຢາເສບຕິດ ຣະຫວ່າງ ສອງປະເທດ ຍັງມີຢູ່ ຕລອດມາ ຕົວຢ່າງເມື່ອຕົ້ນ ເດືອນນີ້ ຄົນລາວ ກໍຖືກຈັບຢູ່ ເມືອງໜອງຄາຍ ໃນຖານລັກ ຂົນຢາບ້າ ເຖິງສອງແສນ ເມັດ ເຂົ້າໄທ ຈາກ ນະຄອນຫຼວງ ວຽງຈັນ.