ເຈົ້າໜ້າທີ່ຍັງສອບສວນ ເຄືອຂ່າຍ ຄ້າຢາ

ມະນີຈັນ
2017.05.04
f-drug ທ້າວສີສຸກ ດາວເຮືອງ(ຊ້າຍ) ແລະ ທ້າວຄອນປະສົງ ສຸກກະເສີມ ທີ່ຕົກເປັນຜູ້ຕ້ອງຫາຄະດີ ຄ້າຢາເສບຕິດ
Citizen journalist

ປັດຈຸບັນ ທາງກະຊວງປ້ອງກັນຄວາມສງົບ ສປປລາວ ຍັງບໍ່ສາມາດເປີດເຜີຍ ຜົລການສອບສວນ ເຄືອຂ່າຍ ທ້າວສີສຸກ ດາວເຮືອງ ແລະ ທ້າວຄອນປະສົງ ສຸກກະເສີມ ໃຫ້ສັງຄົມໄດ້ຮັບຊາບ, ຍ້ອນເຈົ້າໜ້າທີ່ ວິຊາສະເພາະ ຍັງສືບສວນສອບສວນ ພວກກ່ຽວ ບໍ່ທັນແລ້ວ. ຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ຕໍ່ RFA ໃນວັນທີ 4 ພຶສພາ ນີ້:

"ຍັງຢູ່ໃນການສືບສວນຢູ່ ຍັງບໍ່ທັນແລ້ວ ຍັງບໍ່ທັນເປີດເຜີຍ ໄດ້ເທື່ອ".

ທ່ານກ່າວອີກວ່າ ສໍາລັບຣາຍລະອຽດ ການຍຶດຊັບ ຂອງພວກກ່ຽວ ເປັນຕົ້ນ ເຮືອນ ຣົດ ແລະເຄື່ອງຂອງ ທີ່ມີຄ່າອື່ນໆ ກໍຍັງບໍ່ສາມາດ ເປີດເຜີຍໄດ້ ຍ້ອນເປັນ ຂໍ້ມູນສໍາຄັນ ທີ່ເຊື່ອມໂຍງ ກັບການປະກອບສໍານວນຄະດີ, ເມື່ອໃດກະຊວງປ້ອງກັນຄວາມສງົບ ມີຄວາມພ້ອມ ກໍຈະຮີບຖແລງຂ່າວ ຕໍ່ສື່ມວນຊົນ ທັນທີ.

ກ່ຽວກັບບັນຫາຢາເສບຕິດ ຢູ່ສປປລາວ ນາຍົກຣັຖມົນຕຣີລາວ ກໍໄດ້ກ່າວຕໍ່ ກອງປະຊຸມ ສະພາແຫ່ງຊາດ ໃນມື້ວັນທີ 25 ເມສາຜ່ານມາ ຕອນນຶ່ງວ່າ:

"ສໍາລັບບັນຫາຢາເສບຕິດ ແມ່ນໄດ້ແກ້ໄຂເປັນຄັ້ງໃຫຍ່ ໂດຍໄດ້ຈັບກຸມສອບສວນ ແລະຂຍາຍຜົລ ການຈັບກຸມ ເພື່ອປາບປາມ ເຄືອຂ່າຍ ທີ່ເຄື່ອນໄຫວ ພົວພັນ ກັບການ ຊື້ຂາຍ ຢາເສບຕິດ ໃຫ້ນັບມື້ ຫລຸດໜ້ອຍຖອຍລົງ".

ເຖິງຢ່າງໃດກໍຕາມ ຜູ້ໃຊ້ສື່ສັງຄົມອອນລາຍ ໃນລາວຫລາຍຄົນ ໄດ້ຮຽກຮ້ອງໃຫ້ ທາງການລາວ ເປີດເຜີຍຂໍ້ມູນ ການສອບສວນ ທີ່ວ່ານັ້ນ ເພາະສັງຄົມ ຕ້ອງການຮູ້ເພີ່ມຕື່ມ.
ການຈັບເຄືອຂ່າຍຢາເສບຕິດ ທ້າວສີສຸກ ດາວເຮືອງ ເມື່ອວັນທີ 2 ພຶສພາ ນີ້ ເຈົ້າໜ້າທີ່ໄທ ໄດ້ຖແລງກ່ຽວກັບ ການຈັບກຸມ ທ້າວ ຣັຊພົນ ຣັດສະພົນພະກອນ ທີ່ແຂວງອຸດອນ ຊຶ່ງເປັນຜູ້ກໍາກັບ ດ້ານການເງິນ ໃຫ້ ທ້າວ ສີສຸກ ແລະ ທ້າວ ໄຊຊະນະ ພ້ອມທັງ ໄດ້ຈັບທ້າວ ເອີຍ ມິ່ງໄຊ ຊາວແຂວງສະຫວັນນະເຂດ ທີ່ ແຂວງມຸກດາຫານ.

ທ້າວເອີຍ ເປັນຜູ້ຂົນສົ່ງ ຢາເສບຕິດ ຈາກລາວມາໄທ ແລະເປັນຜູ້ເບິ່ງແຍງ ຣົດຫລູຫລາ ຣາຄາແພງໃຫ້ ທ້າວສີສຸກ, ປັດຈຸບັນຜູ້ຕ້ອງຫາ ທັງ 2 ໄດ້ຖືກເຈົ້າໜ້າທີ່ ຕໍາຣວດໄທ ຄວບຄຸມຕົວໄວ້ ແລະຄາດວ່າ ໃນອີກບໍ່ດົນຝ່າຍໄທ ຈະຖແລງຂ່າວ ຄວາມຄືບໜ້າເພີ່ມຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.