ເຈົ້າໜ້າທີ່ສອບປາກຄໍາກຸ່ມ ຄ້າຢາ

ສິດນີ
2017.02.28
f-drug ກຸ່ມຄ້າຢາເສບຕິດ ທີ່ທາງການລາວ ຈັບແລະຄວບຄຸມຕົວໄວ້ແລ້ວ
Screen captured from LNTV video

ເຈົ້າຫນ້າທີ່ ສະເພາະກິຈ ຈາກກະຊວງ ປ້ອງກັນ ຄວາມສງົບ ສປປລາວ ກຳລັງສືບສວນ ແກັງຄ້າ ຢາເສບຕິດ 5 ກຸ່ມ ທີ່ຖືກຈັບໄດ້ ຢ່າງ ຂຸ້ນຂ້ຽວ ຮ່ວມທັງ ທ້າວ ຄອນປະສົງ ສຸກກະເສີມ ຜູ້ທີ່ເປັນຫົວໂປ່ ຄ້າຢາເສບຕິດ ຣາຍໃຫຍ່ໃນລາວ ເພື່ອຊອກຫາ ຂໍ້ມູນເພີ້ມຕື່ມ ໃນການ ຕາມລ້າ ກຸ່ມທີ່ຍັງ ຫລົບຫນີ ຢູ່ໃນລາວ. ດັ່ງ ເຈົ້າຫນ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທ່ານນຶ່ງ ກ່າວໃນວັນທີ 28 ກຸມພາ ນີ້ວ່າ:

"ດຽວນີ້ກະຍັງສືບຕໍ່ຢູ່ ຍັງບໍ່ທັນສຳເຣັດ ມີຫຼາຍຂໍ້ມູນ ຫັ້ນແຫຼະ ຫຼາຍຂໍ້ມູນ ຫຼາຍຊັກທອດ ແຕ່ວ່າຍັງ ບໍ່ທັນໄດ້ ຫມົດເທື່ອ ໂຕນີ້ກະຍັງ ບໍ່ທັນລະອຽດ".

ທ່ານກ່າວຕື່ມວ່າ ໃນສ່ວນຂອງ ຜູ້ຕ້ອງຫາ 33 ຄົນ ທີ່ຖືກ ເຈົ້າຫນ້າທີ່ ຈັບຕົວນັ້ນ ໃນປັດຈຸບັນ ຍັງຖືກຄວບຄຸມ ຕົວໄວ້ ໃນຫ້ອງການ ປ້ອງກັນ ຄວາມສງົບ ຕາມເມືອງຕ່າງໆ ໃນນະຄອນຫຼວງ ວຽງຈັນ ທັງຫມົດ ບໍ່ໄດ້ຖືກຂັງ ຮວມກັນ ແລະຍັງບໍ່ສາມາດ ບອກໄດ້ວ່າ ຈະນຳຂຶ້ນສານ ເມື່ອໃດ ເພາະຍັງຢູ່ໃນ ຂັ້ນຕອນ ການສືບສວນ ຢູ່.

ທ່ານວ່າ ສຳລັບຣາຍລະອຽດ ກ່ຽວກັບ ການຍືດຊັບ ເຄືອຂ່າຍ ຄ້າຢາເສບຕິດ ໃນລາວ ແລະ ຄວາມຄືບຫນ້າ ຂອງການສືບສວນ ທີ່ ປະຊາຊົນ ຢາກຮູ້ນັ້ນ ຍັງບໍ່ສາມາດ ເປີດເຜີຍໄດ້ເທື່ອ ຊຶ່ງທາງກົມໃຫຍ່ ຕຳຣວດ ຈະມີການ ຖແລງຂ່າວ ໃນໄວໆນີ້.

ແກັງຄ້າຢາເສບຕີດ 5 ກຸ່ມດັ່ງກ່າວຖືກຈັບ ເມື່ອເດືອນກັນຍາ ປີ 2016 ຫາເດືອນ ມົກກະຣາ 2017 ໃນນັ້ນ 3 ກຸ່ມໃຫຍ່ຖືກຈັບ ໃນລາວ ມີທ້າວຄອນປະສົງ ເປັນເຄືອຂ່າຍໃຫຍ່ ແລະອີກ 1 ກຸ່ມ ຊຶ່ງມີ ທ້າວໄຊຊະນະ ແກ້ວພິມພາ ເປັນຫົວຫນ້າ ທີ່ຖືກຈັບ ໃນໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.