ແຂວງອຸດົມໄຊ ທໍາລາຍ ສວນປູກຝີ່ນ

ໄຊຍາ
2018.10.25
f-poppy2 ສວນປູກຝິ່ນ ຢູ່ທາງພາກເໜືອ ຂອງ ສປປ ລາວ ສ່ວນໃຫຍ່ແມ່ນໃນເຂດ ຫ່າງໄກສອກຫລີກ ເຂົ້າໄປຫາຍາກ
AFP file photo

ໃນປີນີ້ເຈົ້າໜ້າທີ່ ຜແນກສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງອຸດົມໄຊ ໄດ້ລົງກວດກາ ພື້ນທີ່ເປົ້າໝາຍ 19 ບ້ານ ແລະຍັງພົບເຫັນ ປະຊາຊົນລັກປູກຝີ່ນປະມານ 279 ເຮັກຕາ ສ່ວນຫຼາຍຈະປູກຢູ່ຈຸດເນື້ອທີ່ ຣະຫວ່າງຊາຍແດນຕິດກັບ ເມືອງອ້ອມຂ້າງ. ດັ່ງເຈົ້າໜ້າທີ່ ສະກັດກັ້ນ ແລະຄວບຄຸມຢາເສບຕິດ ຂອງແຂວງ ອຸດົມໄຊ ກ່າວວ່າ:

"ເປົ້າໝາຍຫຼັກໆ ຈຸດທີ່ວ່າເຄີຍປູກຝີ່ນມັນຈະມີ 2 ຈຸດເນາະ ຈຸດທີ່ 1 ຢູ່ກຸ່ມຫົວນໍ້າບາກ ພຸ້ນ ຈຸດ 1 ກໍຢູ່ຫົວນໍ້າງາ ມັນເປັນຊາຍແດນ ຫນ໋າ ຣະວ່າງຊາຍແດນ ເມືອງຕໍ່ເມືອງ ແລະ ກໍແຂວງຕໍ່ແຂວງ ເຫັນຢູ່ສວນຝີ່ນ ເຂົາກໍວ່າຄົນຢູ່ເມືອງນັ້ນເຮັດ ເຮົາກໍຈັບບໍ່ໄດ້ ຄາທີ່ຫນ໋າ; ໂອ້ຍ ຫຍຸ້ງຍາກຫຼາຍ ອັນທີ 1 ມາ ມັນເຂດພູດອຍເນາະ ຫ່າງໄກສອກຫຼີກ ກວ່າຈະໄປເຖິງໝົດທຸກຈອກທຸກແຈໄດ້ ພາຫະນະກໍບໍ່ດີ ຫັ້ນນ່າ ບາງບ້ານກໍໜີ, ລົງບາງບ້ານກໍມາລົງສ້າງບົດບັນທຶຶກ."

ທ່ານກ່າວຕື່ມວ່າ ເມື່ອເຖິງໄລະຍະທ້າຍປີນີ້ ເຈົ້າໜ້າທີ່ຈະລົງກວດກາ ອີກຄັ້ງນຶ່ງຜ່ານມາພົບເຫັນ ກໍໄດ້ທຳລາຍຖີ້ມແລ້ວ, ສຳລັບມາຕຖານ ການແກ້ໄຂນັ້ນ ເຈົ້າໜ້າທີ່ພວມເລັ່ງ ປັບປຸງຣະບຽບການຕ່າງໆ ໃຫ້ຮັດກຸມຄວບຄຸມຂຶ້ນຕື່ມ.

ນອກຈາກຢາເສບຕິດປະເພດຝີ່ນແລ້ວ ຜ່ານມາພາຍໃນແຂວງ ຍັງສາມາດກວດພົບຢາບ້າແລະຢາອີ ອີງຕາມຂໍ້ມູນຂອງຜແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນໄລຍະ 1 ປີຜ່ານມາ ທົ່ວແຂວງອຸດົມໄຊ ມີຈຳນວນຜູ້ຕິດຢາເສບຕິດ ປະມານ 2,500 ປາຍຄົນ ແລະ ໃນນັ້ນ ມີຜູ້ຕິດຝີ່ນ 385 ຄົນ ສະເລັ່ຍປະມານ 20-30 ຄົນ ຕໍ່ປີທີ່ເຂົ້າມາບໍາບັດ ຢູ່ສູນປີ່ນປົວ.

ທັງນີ້ແລະທັງນັ້ນ ໃນປີ 2015 ສຳນັກງານຢາເສພຕິດ ແລະອາຊຍາກັມ ສະຫະປະຊາຊາດ (UNODC) ປະເມີນວ່າຣາຄາ ຜົລຜລິດຝີ່ນ ສູງເປັນ 19 ເທົ່າ ຂອງຣາຄາເຂົ້າ ແລະຜົລຜລິດທາງການກະເສດ ອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.