ຫົວໂປ່ຄ້າຢາເສບຕິດ ໃນລາວ
2017.02.19

ເຈົ້າຫນ້າທີ່ປ້ອງກັນ ຄວາມສງົບ ສປປລາວ ທ່ານນຶ່ງເວົ້າວ່າ ທ້າວຄອນປະສົງ ສຸກກະເສີມ ອາຍຸ 47 ປີ ນັກຄ້າຢາເສບຕິດ ທີ່ຖືກທາງ ການລາວ ຈັບຢູ່ນະຄອນຫຼວງວຽງຈັນ ໃນວັນທີ 10 ມົກກະຣາ 2017 ນັ້ນເປັນ ນັກຄ້າຢາເສບຕິດ ຣາຍໃຫຍ່ໃນລາວ ໃຫຍ່ກວ່າກຸ່ມອື່ນໆ ໃນຈຳນວນ ກຸ່ມຄ້າ ຢາເສບຕິດ 5 ກຸ່ມທີ່ຖືກຈັບ. ສ່ວນຂໍ້ມູນ ກ່ຽວກັບຊັບສິນ ຂອງຜູ້ກ່ຽວນັ້ນ ໃນເວລານີ້ ຍັງບໍ່ທັນ ສາມາດ ສລຸບໄດ້ວ່າ ຫຼາຍປານໃດ. ດັ່ງທ່ານກ່າວ ໃນວັນທີ 17 ກຸມພາ ນີ້ວ່າ:
"ມັນກໍຫມົດພວກນີ້ີ້ແຫລະ ເອົາພວກນີ້ ກະຊີ່ຫມົດແລ້ວ ພວກໃຫຍ່ສຸດ ກະແມ່ນພວກນີ້ແຫລະ ໃຫຍ່ກວ່ານີ້ ບໍ່ມີແລ້ວ ດຽວນີ້ມັນກໍ ບໍ່ທັນ ລວບລວມ ໄດ້ເທື່ອ ຈຳນວນຫຼາຍຫັ້ນແຫຼະ".
ທ່ານກ່າວຕື່ມວ່າ ສ່ວນເຣື້ອງທີ່ ເຈົ້າຫນ້າທີ່ ຈັບຄົນລາວ ຜູ້ທີ່ວີ້ງເຕັ້ນໃຫ້ປ່ອຍ ທ້າວຄອນປະສົງ ດ້ວຍການໃຫ້ສິນບົນ ນັ້ນແມ່ນ ຍາດພີ່ນ້ອງ ຂອງເຄືອຂ່າຍ ທ້າວ ຄອນປະສົງເອງ ຊຶ່ງໃນເວລານີ້ ຜູ້ກ່ຽວ ກໍຖືກຄຸມຕົວໄວ້ແລ້ວ.
ທ່ານວ່າ ນັບຕັ້ງແຕ່ເດືອນກັນຍາ ປີ 2016 ຮອດເດືອນ ມົກຣາ ປີ 2017 ທາງການຕຳຣວດ ສາມາດທັບມ້າງ ເຄືອຂ່າຍກຸ່ມ ຄ້າຢາເສບຕິດ ໄດ້ແລ້ວ 5 ກຸ່ມທີ່ມີ ສະມາຊິກ ທັງຫມົດ 33 ຄົນ ຍັງເຫລືອ ອີກສອງກຸ່ມ ທີ່ຍັງລອຍນວນຢູ່ ຊຶ່ງທາງການ ຕຳຣວດ ຫນ່ວຍສະເພາະກິດ ກຳລັງໄລ່ລ້າຢູ່ ຄົງຈະສາມາດ ຈັບໄດ້ໃນອີກບໍ່ດົນ.
ໃນເວລາດຽວກັນ ເຈົ້າຫນ້າທີ່ລາວ ກໍໄດ້ຊ່ອຍຕຳຣວດໄທ ໃນການຊອກຫາ ຕົວທ້າວ ອຸສະມານ ສະແລແມງ ນັກຄ້າຢາເສບຕິດ ລາຍໃຫຍ່ ໃນເຂດພາກໃຕ້ ຂອງໄທ ທີ່ຫລົບຫນີ ເຂົ້າມາລີ້ ໃນລາວ ທີ່ເຊື່ອວ່າ ເປັນເຄື່ອຂ່າຍ ຄ້າຢາເສບຕິດ ຂອງທ້າວ ໄຊຊະນະ ຜູ້ທີ່ຖືກຈັບ ໃນໄທ.