ກຸ່ມຄ້າຢາເສພຕິດ ຖືກໂທດ ປະຫານ
2020.01.27

ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີ ຢາເສບຕິດ ຣາຍໃຫຍ່ຈຳນວນ 22 ຄົນ ໃນນີ້ຖືກຕັດສິນປະຫານຊີວິດ 8 ຄົນ ໃນຖານ ກະທຳຜິດທາງອາຍາຂາຍຢາເສບຕິດປະເພດຢາບ້າ ແລະເຮໂຣອີນ, ການຟອກເງີນ, ການມີອາວຸດສົງຄາມ ໃນຄອບຄອງທີ່ຜິດກົດໝາຍ, ການຊື້-ຂາຍອາວຸດສົງຄາມ ທີ່ຜິດກົດໝາຍ.
ການຕັດສິນຂອງສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໃນເທື່ອນີ້ ນັກໂທດດັ່ງກ່າວ ຍັງມີສິດຍື່ນອຸທອນໄດ້ຕາມກົດໝາຍ ພາຍຫຼັງສານຕັດສິນ, ດັ່ງເຈົ້າໜ້າທີ່ສານນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 27 ມົກຣາ ວ່າ:
"ໄດ້ເຂົ້າກຳນົດແຕ່ມື້ຕັດສີນພຸ້ນແຫຼະ, 20 ມືຶ້ເບາະ ຄັນຖ້າເຈົ້າຢາກຈ້າງທະນາຍຄວາມຫັ້ນ ເພິ່ນກາມີທານາຍຄວາມໃຫ້ ຄັນຖ້າເຈົ້າຢາກໃຫ້ ຄຳປຶກສາຊື່ໆ ຫັ້ນ ຢູ່ພີ້ກໍມີຄຳປຶກສາ."
ຜ່ານການຕັດສິນ ໂດຍສະເພາະແມ່ນຜູ້ກະທຳຜິດ ຖືກຕັດສິນປະຫານຊີວິດ ນັ້ນຍັງບໍ່ທັນໄດ້ມີຍາດຕິພີ່ນ້ອງ ມາຍື່ນອຸທອນຕໍ່ສານເທື່ອ. ຖ້າ ບໍ່ມີການອຸທອນກໍຖືວ່າການຕັດສິ ນເປັນທີ່ຍອມຮັບ.
ສ່ວນຣາຍຊື່ ຜູ້ທີ່ຖືກສານຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນປະຫານຊີວິດ ເມື່ອວັນທີ 23 ມົກຣາ ຜ່ານມາ ນັ້ນປະກອບມີ ທ້າວກິນ້ອຍ ຜາໄຊ ອາຍຸ 26 ຢູ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ນາງ ປາວີນາ ອາຍຸ 19 ປີ ຢູ່ບ້ານ ວັດໄຕນ້ອຍ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ້າວ ຫວາດ ພິລາວັນ ອາຍຸ 41 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ນາງ ແກ້ວ ພິລາວັນ ເມັຽຂອງທ້າວຫວາດ ອາຍຸ 39ປີ, ທ້າວ ຄອນປະສົງ ສຸກກະເສີມ ອາຍຸ 43 ປີ ຢູ່ບ້ານ ສະພັງເມິກ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ແລະ ນາງ ມະນີຈັນ ສຸກກະເສີມ ເມັຍຂອງທ້າວ ຄອນປະສົງ, ທ້າວ ໄມແສງຊອນ ອາຍຸ 42 ປີ ຢູ່ ບ້ານປາຮາວເໜືອ, ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທ້າວ ເພັດ ສາຄອນອາຍຸ 24 ປີ ຢູ່ບ້ານ ໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ສ່ວນ ທ້າວ ສີສຸກ ດາວເຮືອງ ທີ່ຖືກຈັບໃນໄລຍະດຽວກັນ ກັບກຸ່ມຂອງ ທ້າວ ຄອນປະສົງ ສຸກກະເສີມ ໃນຄະດີຢາເສບຕິດ ມາເຖິງ ປັດຈຸບັນ ຍັງບໍ່ທັນມີການຕັດສິນຄະດີເທື່ອ. ການຕັດສິນຄະດີຄັ້ງນີ້ ທາງສານ ຍັງໄດ້ຢຶດຊັບທີ່ພົວພັນ ກັບການກະທຳຜິດ ຂອງຈຳເລີຍ ເຊັ່ນ:ເຮືອນ, ທີ່ດິນ, ຣົດ ເຂົ້າເປັນຂອງຣັຖ.