ລາວ ຮ່ວມຢາເສບຕິດ ອາຊຽນ
2017.03.12

ຄນະຜູ້ຕາງໜ້າ ສປປລາວ ນຳໂດຍ ທ່ານ ວັດທະນາ ສຸວັນນະຈັກ ຮອງຫົວໜ້າ ເລຂາທິການ ປະຈຳຫ້ອງການ ຄວບຄຸມ ແລະ ກວດກາ ຢາເສບຕິດ ເຂົ້າຮ່ວມ ກອງປະຊຸມ ປາບປາມ ຢາເສບຕິດ ອາຊຽນ ຄັ້ງທີ 3 ທີ່ ບາງກອກ ປະເທດໄທ ແຕ່ວັນທີ 9 ຫາ 11 ມິນາ 2017 ຮ່ວມກັບ ຄນະຜູ້ແທນ 9 ປະເທດ ສະມາຊິກ ອາຊຽນ ອື່ນໆ ແລະ ປະເທດ ຄູ່ຮ່ວມຫາລື 3 ປະເທດ ຄື ຈີນ ເກົາຫຼີໃຕ້ ແລະ ຍີ່ປຸ່ນ. ທ່ານ ວັດທະນາ ກ່າວເຖິງ ຈຸດປະສົງ ຂອງກອງປະຊຸມ ຕໍ່ RFA ວ່າ:
"ຮ່ວມມືຊຶ່ງກັນແໜ້ນ ໂດຍສະເພາະ ບັນດາປະເທດ ທີ່ອ້ອມຂ້າງ ຫລື ບັນດາ ປະເທດ ທີ່ໃກ້ຄຽງກັນ".
ໃນກອງປະຊຸມເທື່ອນີ້ ບັນດາ ປະເທດສະມາຊິກ ຈະຣາຍງານຂໍ້ມູນ ກ່ຽວກັບ ບັນຫາຢາເສບຕິດ ໃນປີ 2016, ຈະຮ່ວມກັນ ວິເຄາະ ແລະ ແຈ້ງເຕືອນ ສະພາບການ ຢາເສບຕິດໃໝ່ ຕລອດເຖິງ ການປະຕິບັດງານ ຂອງແຕ່ລະ ປະເທດ ສະມາຊິກ ໃນກຸ່ມ ອາຊຽນ ຊຶ່ງເຫັນພ້ອມ ທີ່ຈະຮ່ວມມືກັນ ໂດຍກຳນົດ ເປັນ 3 ຣະຍະຄື ຣະຍະທີ 1 ແມ່ນການສແວງຫາ ຂໍ້ຕົກລົງຮ່ວມກັນ; ຣະຍະທີ 2 ແມ່ນການພັທນາ ຄວາມ ຮ່ວມມື ແລະ ຣະະຍະທີ 3 ແມ່ນການ ພັທນາຂໍ້ມູນ ເຄືອຂ່າຍ ເຝົ້າລະວັງ ບັນຫາ ຢາເສບຕິດ. ພາຍໃຕ້ ແຜນດັ່ງກ່າວ ຍານາງ ມາລີມົນ ຊ່ວງລັງສີ ຮອງ ເລຂາທິການ ປປສ ຂອງໄທ ກ່າວຕໍ່ ອາຣແອັຟເອ ວ່າ:
"ຍານາງກ່າວວ່າ ມີການປຶກສາຫາລືກັນວ່າ ການທີ່ຈະຮ່ວມມື ກັນແກ້ໄຂ ບັນຫາ ຢາເສບຕິດ ໃນພູມີພາກ ອາຊຽນ ນັ້ນ ແມ່ນເຣື່ອງ ການເຮັດຂໍ້ມູນ ເປັນເຣື່ອງ ທີ່ສຳຄັນ ເພາະເຮົາຕ້ອງຮູ້ວ່າ ສະຖານະການ ຢາເສບຕິດ ທິດທາງ ຂອງກຸ່ມ ປະເທດອາຊຽນ ແລະ ຂອງ ໂລກນີ້ ເປັນແນວໃດ ມີຄວາມເຊື່ອມໂຍງ ກັນແນວໃດ".
ຍານາງກ່າວຕື່ມວ່າ ເປັນຫລັກການ ຂອງຕົວແທນ ສະມາຊິກອາຊຽນ ທີ່ຕ້ອງການ ໃຫ້ມີປະເທດ ຄູ່ຮ່ວມຫາລື ພາຍໃຕ້ຊື່ ອາຊຽນ ບວກ 3 ຊຶ່ງ ຈະໃຫ້ການ ສນັບສນູນ ດ້ານງົບປະມານ ດ້ານການຝຶກອົບຮົມ ເຈົ້າໜ້າທີ່ ປະຕິບັດງານ ແລະ ເຄື່ອງມື ໃນການ ປາບປາມ ຢາເສບຕິດ ຊຶ່ງ ຈີນ ກໍໄດ້ຈັດຕັ້ງສູນ ປະສານງານ ແມ່ນ້ຳຂອງ ປອດໄພ ຫລື SMCC ແລ້ວ.
ບັນຫາຢາເສບຕິດ ຂອງແຕ່ລະປະເທດ ມີຄວາມເຊື່ອມໂຍງກັນ ດັ່ງນັ້ນ ຫຼາຍປີມານີ້ ສປປລາວ ຈຶ່ງໄດ້ກາຍເປັນ ແຫລ່ງຜລິດ ແລະເປັນ ເສັ້ນທາງ ລຳລຽງ ຢາເສບຕິດ ໄປສູ່ປະເທດ ເພື່ອນບ້ານ ໃນອາຊຽນ. ການທີ່ ຈະເຮັດໃຫ້ ຢາເສບຕິດ ໃນອາຊຽນ ໝົດໄປ ທຸກປະເທດ ໃນອາຊຽນ ຈະຕ້ອງ ຮ່ວມມືກັນ. ດັ່ງນັ້ນຂໍ້ມູນ ຢາເສບຕິດ ທີ່ນຳມາ ແລກປ່ຽນກັນ ຢູ່ໃນກອງປະຊຸມ ເທື່ອນີ້ ຈະເປັນປໂຍດ ຫລາຍ ຕໍ່ ປະເທດ ສະມາຊິກ ທີ່ຈະໃຊ້ ໃນການສືບສວນ ສອບສວນ ຕໍ່ໄປ.