ຊາວມົ້ງໃນພາກເໜືອຖືກຈັບຕາ
2013.08.08
ເຈົ້າໜ້າທີ່ ອົງການພັທນາ ຊົນນະບົດ ຈາກ ຕ່າງປະເທດ ໃນລາວ ທ່ານນຶ່ງ ທີ່ຂໍສງວນຊື່ ບອກວ່າ ຊາວມົ້ງ ໃນແຂວງພາກເໜືອຂອງລາວ ຈໍານວນນຶ່ງ ໄດ້ຕົກເປັນ ເປົ້າໝາຍ ທີ່ຈະຖືກຈັບ ໂດຍເຈົ້າໜ້າທີ່ ທາງການລາວ ແລະ ວຽດນາມ ຫລາຍຂຶ້ນ ໂດຍສະເພາະ ແມ່ນຢູ່ເຂດ ຊາຍແດນ ລາວ-ວຽດນາມ ໃນຖານສົງໄສວ່າ ກ່ຽວຂ້ອງກັບ ການຄ້າ ຢາເສບຕິດ ໂດຍທີ່ບໍ່ໄດ້ສືບສາວຫາຄວາມຈິງແຕ່ຢ່າງໃດ. ໃນຂະນະ ມີການຢືນຍັນ ວ່າຊາວມົ້ງ ຈໍານວນນຶ່ງ ໄດ້ເຂົ້າໄປ ກ່ຽວຂ້ອງນໍາ ການລັກລອບ ຂົນສົ່ງ ຢາເສບຕິດ ຂ້າມໄປເຂດແດນ ວຽດນາມ.
ລາຍງານ ລ້າສຸດວ່າ ລະຫ່ວາງ ເດືອນມີຖຸນາ ຫາເດືອນ ກໍຣະກະດາ ຜ່ານມານີ້ ທາງການ ລາວແລະວຽດນາມ ໄດ້ອອກ ປະຕິບັດງານ ກວາດລ້າງ ໂດຍສົ່ງເຈົ້າໜ້າທີ່ ເຂົ້າໄປປິດລ້ອມ ເຮືອນຂອງຊາວມົ້ງ ຢູ່ບ້ານປານຫົກ ເມືອງໄໝ່ ແຂວງ ຜົ້ງສາລີ. ຜູ້ຕ້ອງສົງໄສ 3 ຄົນ ທີ່ທາງການລາວ ຕ້ອງການໂຕ ໜີໄປໄດ້. ເຈົ້າໜ້າທີ່ລາວແລະວຽດນາມ ສາມາດຍຶດຂອງກາງອາວຸດປືນອາກາ 3 ກະບອກ ລູກປືນອາກາ 1,600 ລູກ ລະເບີດ 108 ນ່ວຍ ດິນລະເບີດ 100 ກິໂລ ແລະ ເຄື່ອງອຸປກອນ ຈໍານວນນຶ່ງ.
ລາວ ແລະວຽດນາມ ມີສັນຍາ ການຮັກສາ ຄວາມສງົບ ຕາມຊາຍແດນ ຮ່ວມກັນ. ຜ່ານມາ ມີລາຍງານວ່າ ເຈົ້າໜ້າທີ່ ລາວແລະວຽດນາມ ໄດ້ຮ່ວມມືກັນ ດໍາເນີນ ການປາບປາມ ຊາວມົ້ງ ທີ່ອາໄສຢູ່ ຕາມເຂດຊາຍແດນ ແຂວງຜົ້ງສາລີ ແລະ ຊໍາເໜືອ ທີ່ຕິດກັບ ວຽດນາມ ທີ່ຖືກສົງໄສ ວ່າເຄື່ອນໄຫວ ຕໍ່ຕ້ານຣັຖບານ ຂອງ ທັງສອງປະເທດ.