ນັກຄ້າຢາເຖື່ອນ ຖືກປາບ
2013.05.03

ມີການປາບປາມ ວົງການ ຄ້າ ຢາເສບຕິດ ຣາຍໃຫຍ່ ໃນລາວ. ຕາມຣາຍງານ ຂ່າວ Vietnam News ຈາກເຂດ ດຽນບຽນຟູ.
ເຈົ້າໜ້າທີ່ ກວດກາ ຊາຍແດນ ເຂດ ດຽນບຽນຟູ ຂອງ ວຽດນາມ ໂດຍ ປະສານງານ ກັບ ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ຂອງລາວ ຍຶດ ຢາເສບຕິດ ປະເພດ ເຮໂຣອິນ ແລະ ອາວຸດ ມູລຄ່າ 30 ພັນ ລ້ານດົງ ເທົ່າກັບ 1 ລ້ານ 4 ແສນກີບ ຂະນະທີ່ເຂົ້າ ກວດຄົ້ນເຮືອນ ທີ່ຢູ່ໃກ້ ຊາຍແດນລາວ.
ສິນຄ້າ ຜິດກົດໝາຍ ດັ່ງກ່າວ ຖືກກວດພົບ ຢູ່ໃນເຮືອນ ຂອງພວກຄົນ ທີ່ຖືກກ່າວຫາ ວ່າ ລັກລອບ ຄ້າ ເຮໂຣອິນ 3 ຄົນ ຢູ່ ຜົ້ງສາລີ. ພວກເຂົາເຈົ້າ ກໍຍອມຮັບວ່າ ໄດ້ຂົນ ເຮໂຣອິນ ຈາກ ລາວ ເຂົ້າ ວຽດນາມ ເພື່ອຂາຍ.
ເຮໂຣອິນ ທີ່ທາງຕໍາຣວດ ຍຶດໄດ້ ມີນໍ້າໜັກ 15 ກິໂລ, ວັດຖຸ ທີ່ປະສົມ ໃຊ້ໃນການ ຜລິດ ເຮໂຣອິນ 64 ກິໂລ, ປືນ 5 ກະບອກ ແລະ ດິນຣະເບີດ 30 ກິໂລ. ເມື່ອທ້າຍເດືອນ ມິນາ ເຈົ້າໜ້າທີ່ ຕໍາຣວດ ກໍຈັບຄົນ ລາວ 3 ຄົນ ທີ່ຄ້າຢາບ້າ 13,200 ເມັດ ຂະນະທີ່ ພວກເຂົາ ກໍາລັງ ພຍາຍາມ ຈະຂົນໄປ ວຽດນາມ ຜ່ານດ່ານ ຊາຍແດນ ແຂວງ ກວາງຕຣີ ພາກກາງ ວຽດນາມ ເພື່ອຂາຍ.
ຕໍາຣວດ ຊາຍແດນ ເວົ້າວ່າ ພວກເຂົາ ໄປທາງຣົດ ໂອໂຕ ທີ່ຕິດປ້າຍ ທະບຽນລາວ ແລະ ຈັບໄດ້ເງິນ 50 ລ້ານກີບ. ແລະວ່າ ໄດ້ມີການ ຕິດຕາມ ຄົນກຸ່ມນີ້ມາ ໄດ້ເກືອບ 3 ເດືອນ ແລ້ວ ກ່ອນການຈັບ ຄວບຄຸມໂຕ ພວກເຂົາ. ວຽດນາມ ເປັນປະເທດນຶ່ງ ທີ່ມີກົດໝາຍ ຢາເສບຕິດ ເຂັ້ມງວດ ທີ່ສຸດ. ຜູ້ກະທໍາຜິດ ມີເຮໂຣອິນ ຕິດຕົວ ຫລາຍກວ່າ 600 ກຣາມ ຕ້ອງໂທດ ປະຫານ ຊີວິດ.