ສີສຸກ ດາວເຮືອງ ຖືກຈັບ

ສົມເນ
2017.04.02
f-sisouk ທ້າວ ສີສຸຂ ດາວເຮືອງ ຜູ້ຕ້ອງສົງໃສ ຄ້າຢາເສບຕິດ ຖືກເຈົ້າໜ້າທີ່ຕໍາຣວດລາວ ຈັບໄດ້ທີ່ ຂ.ຫຼວງພຣະບາງ ເມື່ອວັນທີ 31 ມິນາ 2017
Citizen Journalist

ເຈົ້າໜ້າທີ່ ກະຊວງຮັກສາຄວາມສງົບພາຍໃນ ທີ່ຂໍສງວນຊື່ ບອກໃຫ້ຊາບວ່າ ຕໍາຣວດປ້ອງກັນຄວາມສງົບ ໄດ້ຈັບ ທ້າວສີສຸຂ ດາວເຮືອງ ຜູ້ຕ້ອງສົງໃສ ຄ້າຢາເສບຕິດ ລາຍໃຫຍ່ ທີ່ກ່ຽວຂ້ອງກັບເຄືອຂ່າຍ ຄ້າຢາເສບຕິດຂອງ ທ້າວ ໄຊຊະນະ ແກ້ວພິມພາ ໄດ້ແລ້ວ ເມື່ອວັນທີ່ 31 ມິນາ ທີ່ ຫລວງພຣະບາງ.

ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ໄດ້ນໍາຕົວ ທ້າວ ສີສຸຂ ດາວເຮືອງ ມານະຄອນຫຼວງວຽງຈັນ ເພື່ອສອບຖາມ, ແຕ່ທ່ານຍັງ ບໍ່ສາມາດໃຫ້ ຣາຍລະອຽດ ໄດ້ຕື່ມ ດັ່ງເຈົ້າໜ້າທີ່ ໄດ້ກ່າວ:

"ຈັບໄດ້ຢູ່ຫຼວງພຣະບາງ ມື້ຊືນຫັ້ນ ກ່າຢາກໃຫ້ເຂົາສືບກ່ອນ ເຂົາຍັງສອບຢູ່".

ໃນວັນດຽວກັນ ພົນຕໍາຣວດຕຣີ ພອນໄຊ ຈະເຣີນວົງ ຮອງຜູ້ບັນຊາການ ຕໍາຣວດປາບປາມ ຢາເສບຕິດຂອງໄທ ໃຫ້ສັມພາດ ຕໍ່ເອເຊັຽ ເສຣີວ່າ ໃນເບື້ອງຕົ້ນ ຝ່າຍໄທ ກໍໄດ້ຮັບແຈ້ງຂ່າວ ການຈັບນີ້ ຈາກ ເຈົ້າໜ້າທີ່ຕໍາຣວດລາວ ແລ້ວ ແລະຈະມີການປະຊຸມ ຫາລືກັນໃນ ວັນທີ 3 ເມສາ ນີ້ເພື່ອຕຽມເດີນທາງ ໄປສອບສວນ ທ້າວ ສີສຸຂ ຮ່ວມກັບເຈົ້າໜ້າທີ່ລາວ ທີ່ນະຄອນຫຼວງວຽງຈັນ ໃນອາທິດໜ້າ ເພາະ ທ້າວສີສຸຂ ມີຄວາມເຊື່ອມໂຍງກັບ ທ້າວ ໄຊຊະນະ ແກ້ວພິມພາ ຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ຝ່າຍໄທ ຈັບໄດ້:

"ວັນຈັນເຮົາກໍຈະປະຊຸມ ເພື່ອກໍານົດແນວທາງ ເດີນທາງໄປສອບປາກຄໍາ ຜູ້ກ່ຽວ ທີ່ນະຄອນຫລວງວຽງຈັນ ເບິ່ງຣາຍລະອຽດກ່ອນວ່າ ຫລາຍ ຫນ້ອຍຊໍ່າໃດ ຂ້ອຍຍັງບໍ່ຮູ້ ຣາຍລະອຽດ".

ທ້າວ ສີສຸຂ ດາວເຮືອງ  ເປັນທີ່ຕ້ອງການຕົວ ຂອງເຈົ້າໜ້າທີ່ ລາວແລະໄທ ນັບແຕ່ມື້ທີ່ ທ້າວໄຊຊະນະ ຖືກຈັບຢູ່ປະເທດໄທ ເມື່ອວັນທີ່ 19 ມົກກະຣາ ເປັນຕົ້ນມາ ຊຶ່ງ ລາວເປັນນັກ ທຸຣະກິດໜຸ່ມ ມີຮ້ານຂາຍຣົດມືສອງ ຮ່ວມທັງຣົດ ຣາຄາແພງ ແລະ ເປັນທີ່ຮູ້ຈັກກັນດີ ຢ່າງ ກວ້າງຂວາງ ໃນສັງຄົມລະດັບສູງ ຂອງລາວ.

ເມື່ອເດືອນກຸມພາ ຜ່ານມາ ທາງການລາວໄດ້ ອອກຖແລງ ຢູ່ກອງປະຊຸມ ນັກຂ່າວວ່າ ການປະຕິບັດງານ ປາບປາມຢາເສບຕິດ ຈາກ ວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມົກກະຣາ ປີ 2017 ເຈົ້າໜ້າທີ່ສາມາດ ຈັບນັກຄ້າ ຢາເສບຕິດໄດ້ 5 ກຸ່ມ ຮ່ວມທັງກຸ່ມໃຫຍ່ ຂອງທ້າວ ຄອນປະສົງ ຮວມທັງໝົດ 33 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.