ຊາຍແດນລາວຍາກ ທີ່ຈະຄວບຄຸມ


2013.03.19
f-border ດ່ານຕໍາຣວດ ກວດຄົນ ເຂົ້າ-ອອກເມືອງ ທີ່ແຂວງ ຈໍາປາສັກ
RFA

ເຈົ້າໜ້າທີ່ ຂອງ ທາງການລາວ ຮັບວ່າ ທະຫານ ຕາມແນວ ຊາຍແດນ ຍັງຄວບຄຸມ ການລັກລອບ ສິ່ງ ຜິດກົດໝາຍ ບໍ່ໄດ້ດີ ປານໃດ.

ເຈົ້າໜ້າທີ່ ລາວ ຮັບວ່າທຸກມື້ນີ້ ທະຫານ ທີ່ ປະຈໍາຢູ່ ຕາມຊາຍແດນ ລາວ ຊຶ່ງ ທັງຄວບຄຸມ ສິ່ງຜິດກົດໝາຍ ຕ່າງໆນັ້ນ ຍັງບໍ່ທັນ ປະຕິບັດ ໜ້າທີ່ ໄດ້ຢ່າງມີ ປະສິດທິພາບ ຍ້ອນວ່າມີ ຈໍານວນ ໜ້ອຍ ແລະ ປະເທດລາວ ມີຊາຍແດນ ຕິດກັບ ປະເທດ ເພື່ອນບ້ານ ຫລາຍປະເທດ, ເປັນປ່າ ຊຶ່ງຍາກ ທີ່ຈະຕິດ ຕາມໃຫ້ ທົ່ວເຖິງໄດ້:

"ເຮົາ ປະຕິເສດ ບໍ່ໄດ້ ເພາະວ່າ ຊາຍແດນ ມັນ ເຊື່ອມຕໍ່ ຊາຍແດນນັ້ນ ມັນຍາວໄກ ມັນເຂດຫ່າງ ໄກຊອກຫລີກ ຊໍ້າຢູ່ ປະເທດລາວ ເຮົາ ທະຫານ ປ້ອງກັນ ຊາຍແດນ ສ່ວນຫລາຍ ຍັງບໍ່ທັນ ໄດ້ເປັນຕົນ ເປັນຕົວເທື່ອ ແຕ່ສ່ວນຫລາຍ ອິງໃສ່ ທະຫານ ທັມມະດາ ເຣື່ອງ ວິຊາການ ສະເພາະ ທະຫານ ກ່ຽວກັບ ຊາຍແດນ ຊີ່ບໍ່ທັນ ລຶກຊຶ່ງ ຄືປະເທດອື່ນໆ ຕາມພວກເຮົາ ເປັນຄົນໆ ເບິ່ງຊື່ໆ".

ທ່ານວົ້າ ຕໍ່ໄປວ່າ ທຸກມື້ນີ້ ທາງການລາວ ຍັງບໍ່ທັນມີ ຣະບຽບການ ທີ່ຮັດກຸມ ໃນ ການຄວບຄຸມ ການນໍາ ສິນຄ້າເຂົ້າມາ ປະເທດ ຮວມໄປເຖິງ ເຈົ້າໜ້າທີ່ ຈໍານວນນຶ່ງ ບໍ່ມີວິນັຍ ໃນການ ປະຕິບັດວຽກ ງານຂອງ ຕົນ. ດັ່ງນັ້ນ ຈຶ່ງເຮັດໃຫ້ ບໍຣິເວນ ຊາຍແດນ ມີບັນຫາ ໃນເຣື່ອງ ສິ່ງ ຜິດກົດໝາຍ ຊຶ່ງເຫັນວ່າຫຼາຍ ເປັນຕົ້ນ ການລັກລອບ ຂົນສົ່ງ ຢາເສບຕິດ ແລະ ສິນຄ້າ ໜີພາສີ ທີ່ຍັງບໍ່ ສາມາດ ແກ້ໄຂໄດ້:

"ເຣື່ອງສິ່ງ ຜິດກົດໝາຍ ມັນກໍມີ ພວກສິ່ງ ຜິດກົດໝາຍ ມັນຫລາຍ ສົມມຸດຄື  ເຣື່ອງສ່ວນຫລາຍ ແມ່ນ ຢາເສບຕິດ ດຽວນີ້ມັນ ກໍໄປທາງ ປ່າ ພວກຂົນເຄື່ອງ ຜິດກົດໝາຍ ເຣື່ອງໜີພາສີ ເຄື່ອງຂອງ ຕ່າງໆ".

ທ່ານເວົ້າຕື່ມວ່າ ສິ່ງຜິດກົດໝາຍ ຕ່າງໆ ທີ່ຖືກນໍາ ເຂົ້າມາລາວ ສ່ວນຫລາຍ ຈະ ມາຕາມເຂດ ຊາຍແດນ ແລະ ມີເສັ້ນທາງ ຫລາຍສາຍ ທີ່ບໍ່ດີ ເຮັດໃຫ້ ກຸ່ມຄົນຄ້າຂອງເຖື່ອນ ສວຍໂອກາດນໍາເຂົ້າມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.