ເຄືອຂ່າຍຄ້າຢາຍັງຫຼົບລີ້ ມື ກົດໝາຍ
2017.02.23

ຫລັງຈາກເຈົ້າໜ້າທີ່ ຕຳຣວດ ມີການຖະແຫລງຂ່າວ ການຈັບກຸ່ມ ພວກຄ້າ ຢາເສບຕິດ ທັງໝົດ 33 ຄົນ ໃນວັນທີ 15 ກຸມພາ ຜ່ານມາ ແລະໃນນັ້ນມີ ທ້າວ ຄອນປະສົງ ສຸກກະເສີມ ແລະ ນາງ ມະນີວັນ ສຸກກະເສີມ ຜູ້ເປັນເມັຽ ຊຶ່ງເປັນເຄືອຍຂ່າຍໃຫຍ່ ຢູ່ໃນລາວ ແລະ ໃນຈຳນວນ ຜູ້ຖືກຈັບນັ້ນ ຍັງມີອີກ ຄູ່ຜົວເມັຽ ຄື ທ້າວ ຫວາດ ພິລາບັນ ແລະ ນາງແກ້ວ ພິລາບັນ ທີ່ເປັນເຄືອຂ່າຍ ຂອງ ທ້າວຄອນ ປະສົງ. ດັ່ງ ທ່ານ ພົນຈັດຕະວາ ທອງເລັກ ມັງຫນໍ່ເມກ ຫົວໜ້າ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນ ຄວາມສະຫງົບ ຖະແຫລງ ໃນ ຕອນນຶ່ງວ່າ:
"ກຸ່ມທີສອງ ໃນວັນທີ 11 ເດືອນ 12 ປີ 2016 ເຈົ້າໜ້າທີ່ ພວກເຮົາໄດ້ ຈັບຕົວຄູ່ຜົວເມັຽ ທ້າວ ຫວາດ ພິລາບັນ ອາຍຸ 41 ປີ ເຊື້ອ- ຊາດລາວ ສັນຊາດລາວ ແລະ ນາງແກ້ວ ພິລາບັນ ຫລື ປິວ ອາຍຸ 37 ປີ ຢູ່ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ".
ແຫລ່ງຂ່າວ ທີ່ໃກ້ຊິດຂອງ ທ້າວ ຄອນປະສົງ ຄົນນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 18 ກຸມພາ ທີ່ຜ່ານມາວ່າ: ທ້າວ ຫວາດ ພິລາບັນ ແລະ ນາງແກ້ວ ພິລາບັນ ທັງສອງເປັນຜົວເມັຽກັນ ຖືວ່າ ເປັນເຄືອຂ່າຍໃຫຍ່ ຂອງທ້າວຄອນປະສົງ, ຊຶ່ງເປັນເຈົ້າຂອງ ໂຮງແຮມຫ້າດາວ ຊື່ ໂຮງແຮມ ບີທູ ໝອນທອງ, ເປັນເຈົ້າຂອງ ຮ້ານຂາຍຄຳ ແລະເພັດ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ແຫຼ່ງຂ່າວ ກ່າວອີກວ່າ ສອງຜົວເມັຽ ນີ້ເປັນ ຄົນບ້ານມອມ ໃຊ້ຊີວິດ ແບບຄົນ ທັມມະດາ ບໍ່ມັກຫລູຫລາ ໂອ້ອວດ ປົກປິດຕົນເອງ.
ປະມານ 2 ປິ ຜ່ານມາ ເຄີຍຖືກຄະດີ ແລ້ວຄັ້ງນຶ່ງ ແຕ່ເອົາຕົວລົບໝີ ໄປຢູ່ ສິງກະໂປ ກັບລູກຊາຍ ທີ່ກຳລັງຮຽນ ຢູ່ໃນປະເທດນັ້ນ, ແລະ ຕໍ່ມາ ຍາດພີ່ນ້ອງ ໄດ້ວິ້ງເຕັ້ນຫາ ຜູ້ໃຫຍ່ ໃນແຂວງບໍ່ແກ້ວ ເພື່ອໃຫ້ລຸດພົ້ນ ຄະດີ. ອີງຕາມການບອກເລົ່າ ຂອງແຫລ່ງຂ່າວ.
ເພື່ອສອບຂໍ້ມູນເພີ້ມເຕີມ, ໃນວັນທີ 22 ກຸມພາ ເອເຊັຽເສຣີ ໄດ້ໂທຣະສັບ ຫາ ທ່ານ ພົນຈັດຕະວາ ທອງເລັກ ມັງຫນໍ່ເມກ ແລະ ໂທໄປຫາ ໂຮງແຮມ ທູບີ ໝອນທອງ, ແຕ່ບໍ່ມີໃຜຮັບ ໂທຣະສັບ.
ນອກຈາກນີ້, ຍັງມີອີກຄູ່ຜົວເມັຽ ຄື ທ້າວ ຊຽງເພັດ ລັດຕະນາ ແລະ ນາງ ບົວ ລັດຕະນາ ຊຶ່ງເປັນຍາດພີ່ນ້ອງ ແລະ ເປັນເຄືອຂ່າຍ ຂອງ ທ້າວ ຄອນປະສົງ, ແລະ ຕອນນີ້ ທັງສອງກຳລັງ ຫລົບໜີ ການຈັບກຸມ ຂອງ ເຈົ້າໜ້າທີ່ ຢູ່.