ຕໍາຣວດໄທຂຍາຍຜົນ ຈັບກຸ່ມ ຄ້າຢາ

ອຸ່ນແກ້ວ ສຸກສະຫວັນ
2017.05.03
f-thai ເຈົ້າໜ້າທີ່ໄທ ຖແລງວ່າ ທ້າວສີສຸກ, ທ້າວໄຊຊະນະ, ທ້າວຄອນປະສົງ, ແລະ ທ້າວອຸສະມານ ແມ່ນນັກຄ້າ ຢາເສບຕິດ ເຄືອຂ່າຍ ດຽວກັນ.
RFA/AP

ເຈົ້າໜ້າທີ່ຕຳຣວດໄທ ອອກຖແລງວ່າ ທ້າວສີສຸກ, ທ້າວໄຊຊະນະ, ທ້າວຄອນປະສົງ, ແລະ ທ້າວອຸສະມານ ແມ່ນນັກຄ້າ ຢາເສບຕິດ ເຄືອ ຂ່າຍດຽວກັນ. ດັ່ງທ່ານສິຣິນຍາ ສິດທິໄຊ ເລຂາທິການ ສຳນັກງານ ປ້ອງກັນແລະປາບປາມ ຢາເສບຕິດ ຂອງໄທ ໄດ້ກ່າວ ໃນວັນທີ 2 ເມສາ ທີ່ຜ່ານມາ ວ່າ:

"ຈາກການສືບສວນ ຂອງກອງບັນຊາການ ຕຳຣວດປາບປາມ ຢາເສບຕິດ ຂອງໄທ ຈຶ່ງຮູ້ວ່າ ທ້າວ ສີສຸກ ກ່ຽວພັນກັບ ທ້າວໄຊຊະນະ ຊຶ່ງກອງບັນຊາການ ຕໍາຣວດປາບປາມ ຢາເສບຕິດ ໄດ້ສະເໜີມາໃຫ້ ສຳນັກງານ ປ້ອງກັນ ແລະ ປາບປາມ ຢາເສບຕິດ ເພື່ອຂໍຈັບກຸມ ທ້າວ ສີສຸກ ໃນຂໍ້ຫາສົມທົບກັນ ນຳຢາເສບຕິດ ເຂົ້າປະເທດໄທ".

ເຈົ້າໜ້າທີ່ໄທ ໃຫ້ການຢືນຢັນວ່າ ທັງ 4 ຄົນ ເປັນເຄືອຂ່າຍ ຄ້າຢາເສບຕິດ ກຸ່ມດຽວກັນ ຫລັງຈາກທີ່ ເຈົ້າໜ້າທີ່ ທາງການລາວ ເຈັບຕົວ ທ້າວສີສຸກ ດາວເຮືອງ ແລະ ເຈົ້າໜ້າທີ່ໄທ ກໍຂໍຮ່ວມສອບ ປາກຄຳ ທ້າວສີສຸກ.

ທ່ານກ່າວຕື່ມອີກວ່າ ເຄືອຂ່າຍຢາເສບຕິດ ທັງໝົດນີ້ມີ ທ້າວອຸສະມານ ສະແລແມງ ເປັນຫົວໂປ່ລາຍໃຫຍ່ ຊຶ່ງທ້າວອຸສະມານ ໄດ້ປ່ຽນທັງ ຊື່ແລະປ່ຽນແປງ ໃບໜ້າແລ້ວ ໂຕນໜີ ເຂົ້າມາລີ້ຢູ່ ປະເທດລາວ ແລະ ປັດຈຸບັນ ມີລາຍງານວ່າ ຜູ້ກ່ຽວອາດຈະຫລົບໜີ ອອກຈາກປະເທດ ລາວ ແລ້ວ ຍ້ອນເຫັນວ່າ ບໍ່ປອດໄພ.

ນອກຈາກນີ້ ສື່ມວນຊົນໄທ ຍັງຣາຍງານຕື່ມອີກວ່າ ໃນວັນທີ 2 ພືສພາ ຢູ່ແຂວງອຸດອນທານີ ຂອງໄທ ໄດ້ມີການຖະແຫລງ ການຈັບກຸມ ເຄືອຂ່າຍ ທ້າວໄຊຊະນະ ແລະ ທ້າວ ສີສຸກ ໂດຍເຈົ້າຫນ້າທີ່ ໄດ້ຈັບຕົວ ທ້າວເອັຍມິ້ງໄຊ ອາຍຸ 22 ປີ ຢູ່ແຂວງສະຫວັນນະເຂດ ທີ່ໄດ້ ຊຸກເຊື່ອງ ຢາເສບຕິດ ໄວ້ໃນຣົດ ແລ້ວຂັບມາສົ່ງລູກຄ້າ ຢູ່ປະເທດໄທ ແລະ ຈັບຕົວ ທ້າວ ຣັຖຊະພອນ ພະກອນ ອາຍຸ 30 ປີ ຊາວໄທ ຊຶ່ງກ່ຽວຂ້ອງກັບ ທຸຣະກັມ ທາງການເງິນ ຂອງທ້າວ ໄຊຊະນະ ແລະ ທ້າວສີສຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.