ນັກຄ້າຢາເສບຕິດຢູ່ລາວ ຍັງຖືກ ຕິດຕາມ
2017.03.20
ຈົນມາເຖິງຂນະນີ້ ການສືບສວນສອບສວນ ຊອກຫາ ຂະບວນການ ຄ້າຢາເສບຕິດ ຢູ່ ສປປລາວ ຮວມເຖິງກຸ່ມຂອງ ທ້າວ ຄອນປະສົງ ສຸກກະເສີມ ຊຶ່ງເປັນຫົວໂປ່ ກຸ່ມຄ້າຢາເສບຕິດ ໃຫຍ່ກຸ່ມນຶ່ງ ກໍມີຄວາມຄືບໜ້າ ໄປພຽງເລັກນ້ອຍ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ກະຊວງ ປ້ອງກັນ ຄວາມສງົບ ສປປລາວ ຕໍ່ RFA ໃນມື້ວັນທີ 17 ມິນາ ນີ້ວ່າ:
"ກະມີແຕ່ຂຍາຍຜົລຮູ້ເປົ້າໝາຍ ບາງກຸ່ມບາງຄົນຕື່ມເທົ່ານັ້ນດອກ ຈຳນວນນຶ່ງກະໄດ້ ຈຳນວນນຶ່ງກະຍັງສືບຕໍ່ ຕິດຕາມຢູ່ ມີການຊອກຫາ ແລ້ວກະແກ້ໄຂ".
ທ່ານກ່າວ ຕື່ມອີກວ່າ ສຳລັບຜົລ ຂອງການສອບສວນ ຜູ້ຕ້ອງຫາທັງໝົດ ແລະ ມູນຄ່າຊັພສິນ ທີ່ຍຶດໄດ້ນັ້ນ ຍັງບໍ່ສາມາດ ເປີດເຜີຍ ໃຫ້ ສື່ມວນຊົນ ຮູ້ໄດ້ ຍ້ອນມັນເປັນຂໍ້ມູນ ຂອງທາງການ ທີ່ຈະໄດ້ໃຊ້ ໃນການຈັບກຸມ ຂະບວນການ ຄ້າຢາເສບຕິດ ທີ່ຍັງລີ້ຊ່ອນຕົວ ຢູ່ນັ້ນ, ຄາດວ່າ ໃນອີກບໍ່ດົນ ອາຈມີການຖແລງ ເຖິງຄວາມຄືບໜ້າ ກ່ຽວກັບເຣຶ່ອງນີ້.
ປັດຈຸບັນຜູ້ຕ້ອງຫາຄ້າຢາເສບຕິດ ຢູ່ ສປປລາວ ທັງລາຍນ້ອຍ ແລະລາຍໃຫຍ່ຈຳນວນ 33 ຄົນ ທີ່ຖືກຈັບ ແຕ່ເດືອນກັນຍາ ປີກາຍ ຫາ ເດືອນມົກກະຣາ ປີນີ້ ຊຶ່ງມີຣາຍງານໄປແລ້ວນັ້ນ ຍັງຖືກຄຸມຂັງສອບສວນ ຢູ່ຫ້ອງການປ້ອງກັນ ຄວາມສງົບຫຼາຍເຂດ ແລະຈະຖືກນຳຕົວ ຂຶ້ນສານ ດຳເນີນຄະດີ ພາຍຫລັງ ເຈົ້າໜ້າທີ່ ສຳເຣັດ ການສະລຸບ ສຳນວນຄະດີ ຊຶ່ງມີການ ຄາດຄະເນວ່າ ຍັງອີກບໍ່ດົນ ຂ້າງໜ້ານີ້.
ເວົ້າເຖິງເຣຶ່ອງການຄ້າຢາເສບຕິດ ຢູ່ ສປປລາວ ລ້າສຸດ ເມື່ອວັນທີ 6 ມິນາ ເຈົ້າໜ້າທີ່ຕຳຣວດ ຕ້ານຢາເສບຕິດແຂວງຄຳມ່ວນ ຈັບຜູ້ຄ້າ ຢາເສບຕິດ ໄດ້ຄົນນຶ່ງ ແລະຂອງກາງ ເປັນຢາບ້າ 1,900 ປາຍເມັດ ແລະເມື່ອທ້າຍ ເດືອນກຸມພາ ຕຳຣວດ ແຂວງຜົ້ງສາລີ ກໍຈັບຄົນ ຂັບຣົດ ສາຍ ຜົ້ງສາລີ ຫາ ອຸດົມໄຊ ພ້ອມຂອງກາງ ເປັນຢາບ້າ 600 ປາຍແມັດ ຊຶ່ງຜູ້ກ່ຽວ ສາຣະພາບວ່າ ໄດ້ລັກຂາຍຢູ່ ບໍຣິເວນ ຄິວ ຣົດເມ.