ເມົາຢາບ້າຈັບເດັກນ້ອຍເປັນ ຕົວປະກັນ

ມະນີຈັນ
2014.06.12
f-drug ເກີດເຫດການ ມີຄົນ ເມົາຢາບ້າ ຈັບ ເດັກນ້ອຍ ເປັນຕົວປະກັນ ທີ່ ເມືອງ ຫຼວງພຣະບາງ, ແຂວງ ຫຼວງພຣະບາງ
Citizen Journalist Luangprabang

ໃນ ຕອນເຊົ້າ ວັນທີ 12 ມິຖຸນາ 2014 ເວລາ ປະມານ 10 ໂມງເຊົ້າ ໄດ້ ເກີດເຫດ ມີຜູ້ຊາຍ ຄົນໜຶ່ງ ທີ່ຢູ່ໃນ ອາການ ເມົາຢາບ້າ ຍາດເອົາ ເດັກນ້ອຍ ອາຍຸ ປະມານ 6-7 ເດືອນ ຈາກແມ່ ທີ່ພວມ ໃຫ້ນົມລູກຢູ່ ເພື່ອ ເອົາມາເປັນ ຕົວປະກັນ ຢູ່ເຂດ ບ້ານໂພສີ, ເມືອງ ຫລວງ ພຣະບາງ ແຂວງ ຫລວງ ພຣະບາງ ຈົນເຮັດໃຫ້ ເດັກນ້ອຍ ໄດ້ ຮັບບາດເຈັບ ແລະ ເປັນເຫດການ ທີ່ ສະຫຍອງຂວັນ ຊາວເມືອງ ຫຼວງ ພຣະບາງ ທັງເມືອງ.
ດັ່ງນາງ ພຍາບານ ໂຮງໝໍ ເມືອງຫລວງ ພຣະບາງ ທີ່ ຢູ່ໃນ ເຫດການ ນັ້ນ ກ່າວຕອນນຶ່ງ ວ່າ:

"ອັນນັ້ນ ມັນເຂົາວ່າມັນ ໄປເຂົ້າເຮືອນ ຂະເຈົ້າ ລະມັນ ຂະເຈົ້າໄລ່ ຈັບມັນ ລະມັນ ເຫັນເອື້ອຽອັນນັ້ນ ກຳລັງ ເອົານົມໃຫ້ ລູກກິນ ລູກ ປະມານ 6 ເດືອນ ນີ້ແຫຼະ ເອົານົມ ໃຫ້ລູກກິນ ຢູ່ລະມັນ ດຶງເອົາລູກ ນຳລາວ ໂອ່. ຕອນເຊົ້າ ໄປຕລາດ ພໍດີເຈິ ປະມານ 10 ໂມງ ນີ້ແຫຼະ ຄົນບັກ ຫຼາຽໆ ປານບຸນ ກະບໍ່ທໍ່".

ໃນ ເບື້ອງຕົ້ນ, ຊາຍຜູ້ ກໍ່ເຫດ ໄດ້ ພຍາຍາມ ຂົ່ມຂູ່ ເຈົ້າໜ້າທີ່ ວ່າ ຖ້າເຂົ້າມາ ໃກ້ ຈະເອົາມີດ ປາດຄໍ ເດັກນ້ອຍ ແລ້ວ ກໍ່ເອົາມີດ ຈີ້ໃສ່ ຄໍເດັກນ້ອຍ ຂະນະທີ່ ເຈົ້າໜ້າທີ່ ກ້ຽວກ່ອມ ເຂົາ ໃຫ້ເຊົາ ເພື່ອ ຈະຊ່ວຍ ເອົາ ຊີວິດ ເດັກນ້ອຍ ໄວ້.

ເຫດການ ໄດ້ດຳເນີນໄປ ເປັນເວລາ ເກືອບ 2 ຊົ່ວໂມງ ຖ້າມກາງ ຜູ້ຄົນມາ ຫຸ້ມເບິ່ງ ເປັນ ຈຳນວນ ຫລວງຫລາຍ ແລະ ໃນທີ່ສຸດ ຊາຍຜູ້ ກໍ່ເຫດ ກໍ່ເກີດ ລົ້ມລົງ ເຈົ້າໜ້າທີ່ ໄດ້ ໂອກາດ ເຂົ້າຈັບກຸມ ທັນທີ ແລະ ກໍ່ສາມາດ ຊ່ອຍ ເດັກນ້ອຍ ໄດ້ຢ່າງ ສຳເຣັດ.

ລາຍງານ ຈາກ ທ່ານ ໝໍ ໂຮງໝໍ ເມືອງ ຫຼວງພະບາງ ວ່າ, ຂະນະນີ້ ເດັກນ້ອຍ ປອດພັຍດີ ແລ້ວ, ມີພຽງແຕ່ ຮອຍມີດ ປາດຢູ່ຕີນ ແຕ່ກໍ່ບໍ່ ເປັນຫຍັງ ຫລາຍ ຖືວ່າ ອາການ ປອດໄພດີແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.