ກຸ່ມຄ້າກັນຊາຖືກຈັບ
2015.09.27
ເຈົ້າຫນ້າທີ່ ປ້ອງກັນ ຄວາມສງົບ ແຂວງ ບໍຣິຄຳໄຊ ທ່ານນື່ງ ກ່າວວ່າ, ໄດ້ ຕິດຕາມ ຈັບ ຄົນ ຕ່າງຊາດ ໄດ້ 7 ຄົນ ຊື່ງ ເປັນຄົນ ສັນຊາດ ຈີນ ແລະ ວຽດນາມ. ໃນ ວັນທີ 23 ກັນຍາ ຜ່ານມາ ເຈົ້າຫນ້າທີ່ ໄດ້ ກວດ ຣົດຕູ້ ຕ້ອງ ສົງສັຍ ຄັນນຶ່ງ ຢູ່ ບ້ານ ບຸ່ງຄ້າ ເມືອງ ປາກກະດິງ ພົບວ່າ ມີ ກັນຊາ ແຫ້ງ ຈຳນວນ 1 ພັນ ກິໂລກຣາມ ຢູ່ ໃນຣົດຕູ້. ຄົນຮ້າຍ ໄດ້ ພາກັນ ແລ່ນຫນີ ເຂົ້າປ່າ, ແຕ່ ເຈົ້າຫນ້າທີ່ ຕິດຕາມ ນໍາຈັບ ມາໄດ້. ດັ່ງ ທ່ານ ກ່າວວ່າ:
"ຈັບໄດ້ 7 ຄົນ ຄົນຕ່າງ ປະເທດ ມີ ຈີນ ແດ່ ມີ ວຽດນາມ ແດ່, ເຂົາເປັນ ກັມມະກອນ ຄົນວຽດ ນີ້ ເຂົາຜລິດ ຢູ່ ໂຮງງານ, ແຕ່ວ່າ ເອົາຊາ ເຂົ້າ ກະເປົາ ຖ່ານ ປິດບັງ ສົ່ງອອກ ໄປ ຕ່າງ ປະເທດ".
ທ່ານກ່າວ ຕື່ມວ່າ ຈາກການ ສອບສວນ ຜູ້ຕ້ອງຫາ 7 ຄົນ ທັງຫມົດ ຮັບ ສຳຣະພາບ ວ່າ ກັນຊາ ແຫ້ງ ທັງຫມົດ ໄດ້ນຳມາ ຈາກ ໄທ, ໂດຍມີ ຄົນໄທ ຈ້າງ ຂະເຈົ້າ ໃຫ້ ນໍາສົ່ງໄປ ຊາຍແດນ ວຽດນາມ ໃນ ຄ່າຈ້າງ ຫຼາຍຕໍ່ ແຕ່ຖືກຈັບ ກ່ອນ. ເຈົ້າຫນ້າທີ່ ລາວ ຍັງ ສືບສວນ ເພີ້ມຕື່ມ ເພາະ ຄິດວ່າ ຍັງມີ ຜູ້ຮ່ວມ ຂະບວນການ ຫຼາຍຄົນ ຍັງ ລອຍນວນ ຢູ່.
ທ່ານວ່າ ສຳລັບ ຜູ້ຕ້ອງຫາ ຄົນ ຕ່າງຊາດ 7 ຄົນ ນີ້, ຈະຖືກ ຄວບຄຸມຕົວ ຢູ່ ຫ້ອງການ ປ້ອງກັນ ຄວາມສງົບ ແຂວງ ບໍຣິຄຳໄຊ ຕຣຽມພ້ອມ ທີ່ ຈະສົ່ງ ຟ້ອງສານ ໃນ ໄວໆນີ້, ຈະບໍ່ ອະນຸຍາດ ໃຫ້ມີການ ປະກັນຕົວ ອອກ ຍ້ອນ ທຸກຄົນ ຕ້ອງໄດ້ ຮັບໂທດ ຢູ່ລາວ ຖ້າສານ ຕັດສີນວ່າ ມີ ຄວາມຜິດ ທາງການ ກໍຈະ ດຳເນີນ ການ ຕາມ ກົດຫມາຍ.
ການຈັບ ກຸ່ມ ຄ້າ ກັນຊາແຫ້ງ ທີ່ ແຂວງ ບໍຣິຄຳໄຊ ເທື່ອນີ້ ຖືວ່າເປັນ ການຈັບກຸມ ຣາຍໃຫຍ່ ໃນ ແຂວງ ບໍຣິຄຳໄຊ. ເມື່ອເດືອນ ກໍຣະກະດ າຜ່ານມາ ເຈົ້າຫນ້າທີ່ ແຂວງ ບໍຣິຄຳໄຊ ຮ່ວມກັບ ເຈົ້າຫນ້າທີ່ ວຽດນາມ ກໍໄດ້ ຈັບ ຜູ້ຕ້ອງຫາ ຄ້າ ຢາເສພຕິດ 11 ຄົນ ຢູ່ ບໍຣິເວນ ຊາຍແດນ ລາວ-ວຽດນາມ, ຫລັງຈາກ ກວດພົບວ່າ ກຸ່ມ ດັ່ງກ່າວ ໄດ້ຮ່ວມກັນ ຂົນສົ່ງ ສານເຄມີ ເພື່ອ ໃຊ້ໃນການ ຜລິດ ຢາເສພຕິດ ນ້ຳຫນັກ 5.5 ເມຕຣິກໂຕນ ແຕ່ ວຽດນາມ ໄດ້ ມອບຕົວ ໃຫ້ ແຂວງ ບໍຣິຄຳໄຊ ເປັນຜູ້ ດຳເນີນ ຄະດີ.